ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະເວົ້າວ່າ ຢາເມັດ COVID ຊະນິດໃໝ່ ອາດທຳການປ່ຽນແປງທີ່ສຳຄັນ ສຳລັບ ເກົາຫຼີເໜືອ


ນັກຮຽນລ້າງມືຂອງເຂົາເຈົ້າ ເພື່ອຊ່ວຍຫຼຸດຜ່ອນການແຜ່ລາມຂອງໄວຣັສໂຄໂຣນາ, ນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ. 13 ຕຸລາ, 2021.
ນັກຮຽນລ້າງມືຂອງເຂົາເຈົ້າ ເພື່ອຊ່ວຍຫຼຸດຜ່ອນການແຜ່ລາມຂອງໄວຣັສໂຄໂຣນາ, ນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ. 13 ຕຸລາ, 2021.

ບັນດານັກຊ່ຽວຊານສາທາລະນະສຸກກ່າວວ່າ ຢາເມັດເພື່ອປິ່ນປົວ COVID-19 ທີ່ມີຄວາມຫວັງອາດມີບົດບາດທີ່ສຳຄັນສຳລັບ ເກົາຫຼີເໜືອ, ເຊິ່ງແມ່ນນຶ່ງໃນຫຼາຍປະເທດທີ່ຍັງບໍ່ໄດ້ເລີ່ມສັກຢາວັກຊີນກັນໄວຣັສໂຄໂຣນາເທື່ອ.

ເກືອບນຶ່ງປີແລ້ວ, ເກົາຫຼີເໜືອ ໄດ້ປະຕິເສດການສະເໜີຢາວັກຊີນຈາກລັດຖະບານອື່ນໆ ແລະ ຈາກໂຄງການ COVAX, ເຊິ່ງແມ່ນໂຄງການແຈກຢາຍຢາວັກຊີນໂລກທີ່ຖືກໜູນຫຼັງໂດຍອົງການສະຫະປະຊາຊາດ.

ດັ່ງທີ່ວີໂອເອໄດ້ລາຍງານໄປໃນເດືອນກໍລະກົດນັ້ນ, ເກົາຫຼີເໜືອ ແມ່ນເປັນຫ່ວງ ກ່ຽວກັບ ຄວາມມີປະສິດທິພາບ ແລະ ຜົນຂ້າງຄຽງຂອງຢາວັກຊີນ AstraZeneca ທີ່ COVAX ໄດ້ຈັດໃຫ້ປະເທດດັ່ງກ່າວ. ເຂົາເຈົ້າຍັງເປັນຫ່ວງ ກ່ຽວກັບ ການມີໜ້າຂອງບັນດາພະນັກງານຊ່ວຍເຫຼືອຕ່າງປະເທດ ທີ່ຈະຊ່ວຍອຳນວຍຄວາມສະດວກໃນການສັກຢາວັກຊີນ.

ເກົາຫຼີເໜືອ, ເຊິ່ງຍັງຢູ່ໃນພາວະການກັກບໍລິເວນຢ່າງເຕັມທີ່ນັ້ນ, ໄດ້ຢືນຢັດວ່າເຂົາເຈົ້າບໍ່ມີກໍລະນີ COVID-19. ແຕ່ການກ່າວອ້າງນັ້ນບໍ່ສາມາດທີ່ຈະຈູງໃຈບັນດານັກສັງເກດການໄດ້, ຜູ້ທີ່ໄດ້ເຕືອນວ່າການລະບາດດັ່ງກ່າວອາດທຳລາຍປະເທດທີ່ທຸກຍາກນັ້ນ.

ດ້ວຍຄວາມພະຍາຍາມສັກຢາວັກຊີນໄດ້ຢຸດຊະງັກນັ້ນ, ການຂົນສົ່ງຢາເມັດເພື່ອປິ່ນປົວໄວຣັສ ໂຄໂຣນາຢ່າງຮີບດ່ວນອາດເປັນວິທີທີ່ດີທີ່ສຸດ, ອີງຕາມນັກຊ່ຽວຊານການແພດ ແລະ ສາທາລະນະສຸກ ຜູ້ທີ່ໄດ້ເຮັດວຽກຢູ່ໃນ ເກົາຫຼີເໜືອ.

ທ່ານ ນາກີ ຊາຟິກ, ອະດີດຜູ້ບໍລິຫານໂຄງການຂອງອົງການອະນາໄມໂລກໃນນະຄອນຫຼວງ ພຽງຢາງ ໄດ້ກ່າວວ່າ “ມັນຈະບໍ່ມີບັນຫາຫຼາຍຕາບໃດທີ່ໜ່ວຍປະຕິບັດການສົ່ງຢາເມັດ ຫຼື ຢາທົ່ວໄປໄປໃຫ້. ມັນບໍ່ໄດ້ໃຊ້ຄວາມພະຍາຍາມໃນລະດັບດຽວກັນການສົ່ງຢາວັກຊີນ.”

ນັກຊ່ຽວຊານຫຼາຍຄົນກ່າວວ່າ, ຢາເມັດ, ເຊິ່ງຖືກພັດທະນາຂື້ນໂດຍບໍລິສັດທີ່ມີຊື່ສຽງທີ່ສຸດຄື ໄຟເຊີ ແລະ ເມີກ (Pfizer and Merck), ອາດທຳການປ່ຽນແປງທີ່ສຳຄັນໃນການຕໍ່ສູ້ກັບໂຣກລະບາດ. ຢາເມັດຕໍ່ຕ້ານໄວຣັສແມ່ນຄາດວ່າຈະໄດ້ຜົນກັບໄວຣັສທຸກສາຍພັນ, ບໍ່ຄືຢາວັກຊີນ COVID-19 ຫຼາຍຊະນິດ, ເຊິ່ງຈະມີປະສິດທິພາບໜ້ອຍລົງໃນຂະນະທີ່ໄວຣັສກາຍພັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG