ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະກ່າວວ່າ ຄໍາເວົ້າທີ່ສະແດງຄວາມຄຽດຊັງ ກາຍເປັນມາເລື້ອງທໍາມະດາ ໃນລະຫວ່າງການເ​ລືອກຕັ້ງ ຂອງ ມາເລເຊຍ


ແຟ້ມຮູບ-ແມ່ຍິງຄົນນຶ່ງ ເບິ່ງແອັບສື່ສັງຄົມເຟສ໌ບຸກ, ອິນສຕາແກຣມ, ສແັນບຊັອດ, ວັອດແອັບ, ທວິດເຕີ້, ແມັດເຊັນເຈີ້ ແລະ ລິງອິນ ໃນໂທລະສັບສະຫຼາດ ຢູ່ນະຄອນຫຼວງກົວລາລໍາເປີ, ວັນທີ 22 ມີນາ 2018.
ແຟ້ມຮູບ-ແມ່ຍິງຄົນນຶ່ງ ເບິ່ງແອັບສື່ສັງຄົມເຟສ໌ບຸກ, ອິນສຕາແກຣມ, ສແັນບຊັອດ, ວັອດແອັບ, ທວິດເຕີ້, ແມັດເຊັນເຈີ້ ແລະ ລິງອິນ ໃນໂທລະສັບສະຫຼາດ ຢູ່ນະຄອນຫຼວງກົວລາລໍາເປີ, ວັນທີ 22 ມີນາ 2018.

ຄໍາເວົ້າທີ່ສະແດງຄວາມຄຽດຊັງ ກໍາລັງກາຍມາເປັນບັນທັດຖານໃໝ່ຢູ່ໃນມາເລເຊຍ, ກ່າວໂດຍອົງການສື່​ມວນ​ຊົນ ທີ່ໄດ້ຕິດຕາມກວດກາການພິມ​ເຜີຍ​ແຜ່​ລົງສື່ສັງຄົມອອນລາຍ ໃນລະຫວ່າງການເລືອກຕັ້ງລັດຖະບານໃນເດືອນນີ້.

ໃນນະຄອນຫຼວງກົວລາລໍາເປີ, ຢູ່ທີ່ສູນກາງທາງດ້ານການຂ່າວທີ່ເປັນອິດສະຫຼະ ຫຼື CIJ ໄດ້ຈັດຕັ້ງທີມງານຕິດຕາມເວັບໄຊທ໌ສື່ສັງຄົມໃນຊ່ວງເວລາ 4 ອາທິດທີ່ຜ່ານມາ.

ໂດຍມີຈຸດເປົ້າໝາຍສໍາຄັນໃສ່ດ້ານເຊື້ອຊາດ, ສາສະໜາ, ກະສັດ, ເພດ, ລົດນິຍົມທາງເພດ, ແລະ ການອົບພະຍົບ, ທີມງານ CIJ ໃຊ້ເວລາຫຼາຍຊົ່ວໂມງເພື່ອເອົາໃຈໃສ່ດ້ານກິດຈະກໍາຈາກບັນດານັກການເມືອງ, ພັກການເມືອງຕ່າງໆສື່ສັງຄົມອື່ນໆ, ໜ່ວຍງານພາກລັດ ແລະຜູ້ນໍາທາງດ້ານຄວາມຄິດທັງຫຼາຍ.

ໃນການຄົ້ນພົບເບື້ອງຕົ້ນຂອງພວກເຂົາເຈົ້າ: ຄໍາເວົ້າໃນລັກສະນະຄຽດຊັງ ໄດ້ກາຍມາເປັນເລື້ອງ “ປົກກະຕິ” ໄປແລ້ວ.

ດ້ານນຶ່ງ ທີ່ບັນດານັກຄົ້ນຄວ້າ ພົບເຫັນຢູ່ເລື້ອຍໆແມ່ນ ການນໍາໃຊ້ພາສາທາງອາລົມທີ່ຮຸນແຮງ ຫຼື ໃນລັກສະນະຂອງການເລືອກປະຕິບັດ, ກ່າວໂດຍຜູ້ອໍານວຍການໃຫຍ່ຂອງທີມ CIJ ທ່ານວາສລະ ນາຍດູ (Wathshlah Naidu).ທ່ານນາຍດູ ກ່າວຕໍ່ VOA ວ່າ “ນັ້ນເປັນສິ່ງທີ່ໜ້າກັງວົນຫຼາຍ ເນື່ອງຈາກວ່າ ປັດຈຸບັນພວກເຮົາເຮັດໃຫ້ມັນເປັນເລື້ອງປົກກະຕິ, ແລະ ຍ້ອນຄວາມເປັນປົກ ກະຕິນີ້ ມັນຈຶ່ງຈະກາຍມາເປັນເລື້ອງໃຫຍ່ເພີ້ມຂຶ້ນ.”

ໃນໂຄງການຕິດຕາມກວດກາ “ກ່າວປະຕິເສດ ຕໍ່ຄໍາເວົ້າທີ່ຄຽດຊັງ” ເປັນເວລາຍາວ 1 ເດືອນ, ເຊິ່ງໄດ້ເລີ້ມຕົ້ນຂຶ້ນໃນວັນທີ 24 ກໍລະກົດ ໃນລະຫວ່າງທີ່ລັດຖະບານມາເລຍເຊຍ 6 ຄົນ ກຽມພ້ອມແລ້ວສໍາລັບການເລືອກຕັ້ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG