ການເຄື່ອນໄຫວດ້ານການທູດຂອງກຳປູເຈຍ ອາດໄດ້ປະສົບກັບຄວາມສຳເລັດໃນການເຮັດໃຫ້ຖະແຫຼງການຮ່ວມຂອງສະມາຄົມອາຊ່ຽນມີປະສິດທິຜົນໜ້ອຍລົງ ທີ່ແນໃສ່ເພື່ອແກ້ໄຂບັນຫາການອ້າງກຳມະສິດ ທາງທະເລຂອງຈີນ ແຕ່ພວກນັກວິເຄາະ ກ່າວວ່າ ມັນເປັນໄຊຊະນະພຽງແຕ່ຊື່ ທີ່ຫວ່າງເປົ່າທາງກາງ ຊຶ່ງເຮັດໃຫ້ສະມາຊິກ 10 ປະເທດ ບໍ່ລົງລອຍກັນ.
ພວກເຂົາເຈົ້າກ່າວວ່າ ການປະຕິເສດຂອງກຳປູເຈຍທີ່ຈະໃຫ້ການສະໜັບສະໜຸນຕໍ່ວິທີການຫຼາຍຝ່າຍ ທີ່ແນໃສ່ເພື່ອແກ້ໄຂບັນຫາຂັດແຍ້ງ ໃນທະເລຈີນໃຕ້ ຍັງໄດ້ສ້າງຄວາມເສຍຫາຍໃຫ້ແກ່ນ້ຳສຽງທາງດ້ານການເມືອງ ຂອງສະມາຄົມບັນດາປະຊາຊາດໃນເຂດ ເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນ ແລະເຖິງເວລາແລ້ວທີ່ຈະຕ້ອງທົບທວນຄືນໃໝ່.
ເມື່ອທ່ານເບິ່ງໄປຍັງສະມາຄົມອາຊ໋ຽນຢ່າງຈິງຈັງແລ້ວໃນຖານະທີ່ເປັນອົງການນຶ່ງມັນມີຄວາມບົ່ມຊ້ອນທີ່ຈະເປັນອຳນາດລະດັບພູມີພາກ ຖ້າຫາກບໍ່ແມ່ນລະດັບໂລກ ນັ້ນຄືຄຳເວົ້າຂອງນັກວິຊາການໄຕ້ຫວັນແລະນັກວິເຄາະອິດສະຫລະທ່ານ Bill Chia-Lung Tai.
ແຕ່ແນວໃດກໍຕາມ ບັນຫາຂັດແຍ້ງນີ້ ໄດ້ກໍ່ໃຫ້ເກີດ ໃນທັດສະນະ ຂອງຂ້າພະເຈົ້າແລ້ວ ຄວາມບໍ່ພໍໃຈເປັນຈຳນວນຫຼວງຫຼາຍ ຊຶ່ງບາງທີອາດຍັງບໍ່ທັນໄດ້ປາກົດໂຕໃຫ້ເຫັນເທື່ອ ແຕ່ມັນຈະສະແດງໃຫ້ເຫັນໃນເວລາໃດເວລານຶ່ງ.
ຄວາມບໍ່ພໍໃຈດັ່ງກ່າວ ໄດ້ມີຂຶ້ນກອງປະຊຸມປະຈຳປີຂອງອາຊ່ຽນໃນອາທິດນີ້ຢູ່ ສປປ ລາວ ບ່ອນທີ່ກຳປູເຈຍບໍ່ຍອມຟັງບັນດາປະເທດເພື່ອນບ້ານແລະໃຫ້ການສະໜັບສະໜຸນຂອງຕົນ ເພື່ອເຮັດໃຫ້ຖະແຫຼງການຮ່ວມຂອງອາຊ່ຽນມີນ້ຳໜັກ ຫລຸດໜ້ອຍລົງ ກ່ຽວກັບບັນຫາຂັດແຍ້ງຢູ່ທະເລຈີນໃຕ້.
ຖະແຫຼງການດັ່ງກ່າວບໍ່ສາມາດເອີ່ຍຊື່ຈີນ ທີ່ເສຍໄຊໃນການຕັດສິນຂອງສານນາໆຊາດ ເມື່ອວັນທີ 12 ກໍລະກົດ ທີ່ຜ່ານມາ ຢູ່ນະຄອນ Hague ທີ່ກ່າວວ່າ ບໍ່ມີພື້ນຖານທາງກົດ ໝາຍໃດໆທີ່ຈີນ ຈະອ້າງເອົາສິດທິທາງປະຫວັດສາດ ຢູ່ຂົງເຂດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທາງທະເລຢູ່ໃນເຂດອ້າງເອົາກຳມະສິດຂອງຕົນທີ່ເອີ້ນວ່າ nine-dash line ນັ້ນ.