ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະເວົ້າວ່າ ຫວຽດນາມກໍາລັງຂະຫຍາຍ ຈໍານວນພົນທະຫານບ້ານ ປະຈໍາເຮືອຫາປາ ໃນທະເລຈີນໃຕ້


ເຮືອຫາປາຈອດຢູ່ໃກ້ເກາະ Ly Son ໃນແຂວງກວງຫງາຍຂອງຫວຽດນາມ
ເຮືອຫາປາຈອດຢູ່ໃກ້ເກາະ Ly Son ໃນແຂວງກວງຫງາຍຂອງຫວຽດນາມ

ທະຫານບ້ານທາງທະເລຂອງຫວຽດນາມໃນທະເລຈີນໃຕ້ ສະແດງໃຫ້ເຫັນຮ່ອງຮອຍວ່າ ມີກໍາລັງເພີ້ມຂຶ້ນໃນທົດສະວັດຜ່ານມານີ້, ອີງຕາມນັກຄົ້ນຄວ້າ ແລະສະຖາບັນຄົ້ນຄວ້າໃນຈີນ ບ່ອນທີ່ລັດຖະບານມີການຂັດແຍ້ງໃນບາງພາກສ່ວນຂອງເສັ້ນທາງເດີນເຮືອກັບຮາໂນ່ຍ.

ອີງຕາມສະຖາບັນຄົ້ນຄ້ວາທະເລຈີນໃຕ້ແຫ່ງຊາດ, ຊຶ່ງເປັນອົງການຄົ້ນຄວ້າທີ່ຕັ້ງຢູ່ແຂວງໄຫໜານຂອງຈີນ, ຈໍານວນພົນທະຫານບ້ານໃນ 12 ປີ ມານີ້ແມ່ນມີປະມານ 46,000 ຫາ 70,000 ຄົນ. ສະຖາບັນນີ້ກ່າວວ່າ ທະຫານ 13 ໝວດ ທີ່ມີກຳລັງຮວມກັນ 3,000 ຄົນ ໄດ້ປະຕິບັດງານຢູ່ໃກ້ກັບໝູ່ເກາະປາຣາແຊລ (Paracel) ທີ່ມີການຍາດຊີງກັນໃນທະເລດັ່ງກ່າວ ແລະອີກ 10,000 ຄົນປະຕິບັດການເດີນເຮືອຫາປາປະກອບອາວຸດຢູ່ທາງພາກໃຕ້ຂອງຫວຽດນາມ.

ສິບປີກ່ອນນັ້ນ ກອງກຳລັງທະຫານບ້ານ "ແມ່ນຫາກໍ່ເລີ່ມມີ", ອີງຕາມຄໍາເວົ້າຂອງທ່ານຢຸນ ຊຸນ (Yun Sun), ນັກຄົ້ນຄວ້າລະດັບສູງຂອງໂຄງການເອເຊຍຕາເວັນອອກຢູ່ທີ່ສູນສຕິມສັນ (Stimson) ໃນນະຄອນຫຼວງວໍຊິງຕັນ.

ທ່ານໂຄລິນ ໂຄ (Collin Koh), ນັກຄົ້ນຄວ້າດ້ານຄວາມໝັ້ນຄົງທາງທະເລຂອງມະຫາວິທະຍາໄລດ້ານເທັກໂນໂລຈີນານຢັງໃນສິງກະໂປກ່າວວ່າ "ພວກເຂົາເຈົ້າພະຍາຍາມຂະຫຍາຍກຳລັງທະຫານບ້ານຢູ່ໃນທະເລ,". "ຄວາມຄິດນັ້ນ ກໍແມ່ນວ່າ ທະຫານບ້ານປະຈໍາເຮືອ ທີ່ມີຢູ່ໃນທະເລນີ້ ແມ່ນຈຳເປັນຕ້ອງໄດ້ຂະຫຍາຍກຳລັງແຮງງານຂອງຕົນອອກໄປ."

ຈີນອ້າງເອົາກໍາມະສິດປະມານ 90 ເປີເຊັນຂອງທະເລ ທີ່ມີເນື້ອທີ່ 3 ລ້ານ 5 ແສນຕາລາງກິໂລແມັດ ທີ່ມີຄຸນຄ່າສູງສຳລັບການປະມົງ ແລະບໍ່ເຊື້ອໄຟທີ່ມາຈາກຊາກພືດແລະສັດ. ຫວຽດນາມກ່າວວ່າ ໝູ່ເກາະໃຫຍ່ທີ່ສຸດສອງແຫ່ງໃນທະເລ ຄືເກາະປາຣາແຊລ ແລະສແປຣັດລີ ແມ່ນຕົກຢູ່ໃນຂອບເຂດສິດອໍານາດຂອງຕົນ. ຈີນແມ່ນປະເທດທີ່ມີຄວາມກ້າວໜ້າທາງດ້ານການທະຫານຫຼາຍທີ່ສຸດໃນລັດຖະບານ 6 ປະເທດ ທີ່ມີການຂັດແຍ້ງດ້ານອະທິປະໄຕຢູ່ໃນທະເລແຫ່ງນັ້ນ, ແລະມັນຄວບຄຸມເອົາເກາະປາຣາແຊລ. ຈີນ ແລະຫວຽດນາມໄດ້ປະທະກັນເປັນບາງຄັ້ງຄາວຢູ່ທະເລແຫ່ງນັ້ນ, ເຊິ່ງມີລາຍງານວ່າ ໄດ້ມີການປະເຊີນ ​ໜ້າກັນທີ່ຮ້າຍແຮງໃນປີ 1974 ແລະ 1988.

ບຣູໄນ, ມາເລເຊຍ, ຟີລິບປິນ ແລະໄຕ້ຫວັນຕ່າງກໍອ້າງເອົາກຳມະສິດທັງໝົດ ຫຼືບາງສ່ວນຂອງທະເລຈີນໃຕ້ວ່າ ເປັນຂອງຕົນເອງເຊັ່ນກັນ.

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG