ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານດວງ​ປັນ​ຍາ ພະ​ວົງ​ສາ ​ຄົນອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ ສອນ​ພາ​ສາ​ອັງ​ກິດ ຢູ່ປະ​ເທດ ຍີ່​ປຸ່ນ


ທ່ານດວງ​ປັນ​ຍາ ພະ​ວົງ​ສາ ເປັນ​ທີ່​ຮູ​້ກັນດີ​ຢູ່​​ໜ້າ​ເຟ​ສ​ບຸກວ່າ Doug Kato ແມ່ນອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ ທີ່​ເປັນຄູ​ສອນ​ພາ​ສາ​ອັງ​ກິດ ຢູ່​ເມືອງນາ​ໂກ​ຢາ ໃນພາກ​ກາງ​ ຂອງ ປະ​ເທດ​ຍີ່​ປຸ່ນ.
ທ່ານດວງ​ປັນ​ຍາ ພະ​ວົງ​ສາ ເປັນ​ທີ່​ຮູ​້ກັນດີ​ຢູ່​​ໜ້າ​ເຟ​ສ​ບຸກວ່າ Doug Kato ແມ່ນອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ ທີ່​ເປັນຄູ​ສອນ​ພາ​ສາ​ອັງ​ກິດ ຢູ່​ເມືອງນາ​ໂກ​ຢາ ໃນພາກ​ກາງ​ ຂອງ ປະ​ເທດ​ຍີ່​ປຸ່ນ.

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົ​າ​ລົບ ໃນລາຍ​ການ​ຊີ​ວິດ​ຊາວ​ລ​າວຂອງ ວີ​ໂອ​ເອ ມື້​ນີ້​ເຮົາ​ຈະ​
ນຳ​ເອົາ​ການ​ສຳ​ພາດກັບ ທ່ານດວງ​ປັນ​ຍາ ພະ​ວົງ​ສາ ຊຶ່ງເປັນ​ທີ່​ຮູ້​ກັນ​ດີຢູ່​ໜ້າເຟ​ສບຸກ
ວ່າ Doug Kato. ປັດ​ຈຸ​ບັນ​ນີ້ ທ່ານເປັນ​ຄູ​ສອນ​ພາ​ສາ​ອັງ​ກິດ​ຢູ່​ໂຮງ​ຮຽນ​ປະ​ຖົມທີ່
ເມືອງນາ​ໂກ​ຢາ ທາງພາກ​ກາງ ຂອງປະ​ເທດ​ຍີ່​ປຸ່ນ ຊຶ່ງກິ່ງ​ສະ​ຫັວນ ຈະ​ນຳ​ເລື້ອງນີ້
ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານດ​ວງ​ປັນຍາ ພະ​ວົງ​ສາ ຫຼື ດັກ ກາ​ໂຕ ​ເກີດ​ຢູ່ບ້ານ​ສີ​ໄຄ ນະ​ຄອນ​ຫຼວງ ວຽງ​ຈັນ ​
ປະ​ເທດ​ລາວ. ທ່ານດັກ ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະ​ຫະ​ລັດ​ກັບ​ຄອບ​ຄົວໃນ​ ​ປີ 1979
ຢູ່ທີ່​ລັດແມ​ຣີ​ແລນ ​ເວ​ລາ​ນັ້ນອາ​ຍຸ​ໄດ້ 15 ປີ ແລະໄດ້​ສຶກ​ສາ​ຮໍ່າ​ຮຽນ​ດ້ານ​ສິນ​ລະ​ປະ​
ການ​ອອກ​ແບບ ຊຶ່ງ​ຕໍ່​ມາ​ໄດ້​ປ່ຽນ​ມາຮຽນການ​ເປັນ​ຄູ​ສອ​ນ ​ແລະ ສຳ​ເລັດ​ປະ​ລິ​ນຍາຕີ​
ຝ່າຍ​ການ​ສອນ​ພາ​ສາ​ອັງ​ກິດ ​ຈ​າກມະ​ຫາ​ວິ​ທະ​ຍາ​ໄລ​ Southern California. ໃນ​ປີ
1994 ທ່ານ​ດັກ ໄດ້​ຜ່ານ​ການ​ສອບ​ເສງ​ມາ​ເປັນາຍ​ຄູສອນ​ພາ​ສາ​ອັງ​ກິດ​ ໃຫ້​ແກ່​ພວກ
ນັກ​ຮຽນຂັ້ນ​ປະ​ຖົມ ຢູ່​ໂຮງ​ຮຽນນິ​ຊີ ຮາ​ຮຶ ທີ່​ເມືອງ ນາ​ໂກ​ຢາ ​ຕັ້ງ​ຢູ່​ພາກ​ກາງ​ຂອງ​ປະ​
ເທດ​ຍີ່​ປຸ່ນ ຊຶ່ງ​ທ່ານ​ດັກ ໄດ້​ກ່າວ​ເຖິງ​ການ​ສອນ​ພາ​ສາ​ອັງ​ກິດ​ສູ່​ຟັງ​ດັ່ງ​ນີ້:


ທ່ານ​ດັກ ເປັນ​ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ​ປາກ​ພາ​ສາ​ລາວ​ໄດ້​ຢ່າງ​ຄ່ອງ​ແຄ້ວ ສອນ
ພາ​ສາ​ອັງ​ກິດໃຫ້​ແກ່ເດັກ​ນ້ອຍ​ຍີ່​ປຸ່ນ ແລະ​ໄດ້ແຕ່ງ​ງານ​ກັບ​ຄົນ​ຍີ່​ປຸ່ນ. ບັດ​ນີ້​ທ່ານດັກ
ແລະ​ພັນ​ລະ​ຍາ ຕ້ອງ​ໄດ້ໃຈ້​ແຍກ​ການ​ໃຊ້​ພາ​ສາເຫຼົ່າ​ນີ້​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ
ເປັນ​ຢູ່ຂອງ​ລູກ​ຊາຍ ດັ່ງ​ທ່ານດັກ ​ໄດ້​ກ່າວເຖິງ​ຕອນ​ນີ້​ວ່າ.

​ທ່ານ​ດັກ ໄດ້ຕັ້ງ​ຖິ່ນ​ຖານ​ຢູ່​ປະ​ເທດ​ຍີ່​ປຸ່ນມາ​ເປັນ​ເວ​ລາ 25 ປີ​ແລ້ວ ມີ​ສິດທິ​ໃນ​ ກ​ານ​ທຳ​
ມາ​ຫາ​ກິນ ແຕ່​ທ່ານ​ບໍ່ສາ​ມາດ​ຂໍ​ສັນ​ຊາດ​ຍີ່​ປຸ່ນໄດ້ ເພາະເປັນກົດ​ໝາຍ ຂອງ​ຍີ່​ປຸ່ນ​ໄດ້​
ບົ່ງ​ໄວ້ ທ່ານ​ດັກ ໄດ້​ກ່າວມ້ວນ​ທ້າຍເຖິງ​ຊີ​ວິດ​ການ​ເປັນ​ຢູ່​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

​ທ່ານ​ດັກ​ເປັນ​ຄົນ​ເວົ້າ​ນົວ​ຫົວ​ມ່ວນ ຢູ່​ຫ່າງ​ໄກ​ບັນ​ດາ​ໝູ່​ເພື່ອນ​ທີ່​ເປັນ​ຄົນ​ເຊື້ອ​ສາຍ​ລາວ
ແຕ່​ທ່ານ​ບໍ່​ໄດ້​ລົດ​ລະ​ແບ່ງ​ປັນຊີ​ວິດ​ການ​ເປັນ​ຢູ່​ ກັບ​ບັນ​ດາ​ເພື່ອນທັງ​ຫຼາຍ ໂດຍທາງ​
ເຟ​ສ​ບຸກໃນ​ແຕ່​ລະ​ວັນ​ຢ່າງ​ມີ​ຄວາມ​ມ່ວນ​ຊື່ນ.

XS
SM
MD
LG