ນັກຂີ່ລົດຖີບທີ່ມີຊື່ສຽງຂອງອາເມຣິກາ ທ່ານແລນສ໌ ອາມສ໌ຕຣັອງ (Lance
Armstrong) ຕົກລົງຈ່າຍເງິນ 5 ລ້ານໂດລາ ເພື່ອຊໍາລະແກ້ໄຂຄໍາຟ້ອງຮ້ອງທີ່ກ່າວ
ຫາວ່າຜູ້ກ່ຽວໄດ້ເປັນໜີ້ລັດຖະບານສະຫະລັດ 100 ລ້ານໂດລາ ຍ້ອນວ່າຜູ້ກ່ຽວໄດ້
ໃຊ້ສານກະຕຸ້ນເພື່ອຊູກໍາລັງ ໃນຂະນະທີ່ເຂົ້າແຂ່ງຢູ່ໃນທີມນັກຂີ່ລົດຖີບທີ່ໄດ້ຮັບ
ການອຸປະຖໍາຈາກອົງການໄປສະນີຂອງສະຫະລັດ.
ການຊໍາລະແກ້ໄຂຄໍາຟ້ອງຮ້ອງດັ່ງກ່າວ ໄດ້ປະກາດອອກມາໃນວັນພະຫັດວານນີ້
ໂດຍກະຊວງຍຸຕິທໍາ ໃນຂະນະທີທັງສອງຝ່າຍກະກຽມທີ່ຈະໄປເຂົ້າຮ່ວມການໄຕ່
ສວນຄະດີໃນວັນທີ 7 ພຶດສະພາ ໃນນະຄອນວໍຊິງຕັນ.
ພາຍຫັລງທີ່ໄດ້ປະຕິເສດຢ່າງແຮງມາເປັນເວລາຫລາຍປີ ວ່າບໍ່ໄດ້ໃຊ້ສານກະຕຸ້ນ
ຫລືຢາໂດບເພື່ອຊູກໍາລັງທ່ານອາມສ໌ຕຣັອງ (Armstrong) ກໍໄດ້ຍອມຮັບໂດຍກ່າວ
ຜ່ານທາງໂທລະພາບວ່າ ໄດ້ໃຊ້ສານເກືອດຫ້າມ ໃນຂະນະທີ່ໄດ້ໄຊຊະນະໃນງານ
ແຂ່ງຂັນ Tour de France 7 ທີ່ເປັນການແຂ່ງຂັນໃຫຍ່ທີ່ສຸດໃນປະຫວັດສາດ ແຕ່
ປີ 1999 ຫາ 2005. ຕໍາແໜ່ງທັງໝົດຂອງທ່ານໄດ້ຖືກຢຶດເອົາໃນປີ 2012 ພາຍຫລັງ
ທີ່ມີການສອບສວນໂດຍອົງການຕ້ານການໃຊ້ສານກະຕຸ້ນຂອງສະຫະລັດໄດ້ຕັດສິນ
ວ່າ ທ່ານ ແລະຫລາຍໆຄົນຢູ່ໃນທີມແຂ່ງຂັນຂອງທ່ານໄດ້ໃຊ້ຢາໂດບ.
ຢູ່ໃນຖະແຫລງການສະບັບນຶ່ງຂອງທ່ານທີ່ເອົາໃຫ້ອົງການຂ່າວ ເອພີ (Associated
Press) ທ່ານອາມສ໌ຕຣັອງ (Armstrong) ເວົ້າວ່າທ່ານຍິນດີທີ່ຈະ "ເຊົາຜິດກັບ
ອົງການໄປສະນີອີກຕໍ່ໄປແລ້ວ.''
ທ່ານກ່າວເພີ້ມອີກວ່າ "ເຖິງແມ່ນວ່າຂ້າພະເຈົ້າບໍ່ເຊື່ອວ່າ ຄໍາຟ້ອງຮ້ອງຂອງພວກເຂົາເຈົ້າຕໍ່ຂ້າພະເຈົ້າ ຈະບໍ່ເປັນເລື່ອງທີ່ໜ້າເຊື່ອຖື ແລະບໍ່ຍຸຕິທໍາກໍຕາມ ແລະເຖິງແມ່ນ
ວ່າຂ້າພະເຈົ້າ ຈະໄດ້ໃຊ້ເງິນຢ່າງຫລວງຫລາຍ ເພື່ອແກ້ໄຂມັນເລື່ອງນີ້ກໍຕາມ ແຕ່ວ່າ
ຂ້າພະເຈົ້າກໍໄດ້ພະຍາຍາມທີ່ຈະຮັບເອົາຄວາມຮັບ ຜິດຊອບຢ່າງເຕັມສ່ວນຕໍ່ຄວາມ
ຜິດ ແລະການກະທໍາທີ່ບໍ່ເໝາະສົມ ແລະແກ້ໄຂທຸກ ສິ່ງທຸກຢ່າງທີ່ຈະເຮັດໄດ້ ນັບແຕ່
ປີ 2013 ເປັນຕົ້ນມາ.”
ທ່ານອາມສ໌ຕຣັອງ (Armstrong) ໄດ້ຈ່າຍເງິນເກືອບຮອດ 13.5 ລ້ານໂດລາ ໃນໄລ
ຍະປີ 2000 ຫາປີ 2004, ແລະໄດ້ໃຫ້ເຫດຜົນວ່າ ຕົນບໍ່ຕ້ອງໄດ້ຈ່າຍເງິນຄືນ ເພາະ
ອົງການໄປສະນີໄດ້ຮັບຜົນກໍາໄລເປັນເງິນຈໍານວນຫລາຍກວ່າ ນີ້ຈາກການໄດ້ໄຊຊະ
ນະຂອງຕົນຫລາຍ.
ທ. ອາມສ໌ຕຣັອງ ນັກຂີ່ລົດຖີບ ອາເມຣິກັນ ຕົກລົງ ຈ່າຍເງິນ 5 ລ້ານໂດລາ ໃນຄະດີ ຟ້ອງຮ້ອງວ່າ ທ່ານໃຊ້ຢາ ກະຕຸ້ນ ໃນເວລາລົງ ແຂ່ງຂັນ
