ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກລອຍນໍ້າທົນ Diana Nyard ສໍາເລັດຜົນ ໃນການລອຍຈາກ ຄິວບາ ມາສູ່ ສະຫະລັດ (ວິດີໂອ/ສະໄລດ໌)


ນັກລອຍນໍ້າທົນ ສະຫະລັດ ບັນລຸຜົນສໍາເລັດ
please wait

No media source currently available

0:00 0:00:50 0:00
ລິງໂດຍກົງ

ນັກລອຍນໍ້າທົນ ສະຫະລັດ ບັນລຸຜົນສໍາເລັດ

ນັກ​ລອຍ​ນໍ້າ​ທົນຊາວອາ​ເມຣິກັນ ທ່ານນາງ Diana Nyard ​ໄດ້
ກາຍ​ມາ​ເປັນ​ຄົນ​ທໍາ​ອິດ ທີ່ໄດ້ລອຍ​ນໍ້າ​ໄລຍະ​ໄກ ຈາກ ຄິວ​ບາ
ມາສູ່ ສະຫະລັດ ​ໂດຍ​ບໍ່​ໃຊ້ກົງ​ເຫລັກ​ປ້ອງ​ກັນ​ປາ​ສະຫລາມ.

ທ່ານນາງ Nyard ອາຍຸ 64 ປີ ໄດ້​ພະຍາຍາມເປັນເທື່ອທີ່​ຫ້າ ​
ແລະເທື່ອສຸດ​ທ້າຍ ​ໃນການ​ລອຍ​ນໍ້າ​ໄລຍະ 177 ກິ​ໂລ​ແມັດ
ລ​ະຫວ່າງນະຄອນຫລວງ Havana ມາສູ່ແຫລມ​ພາກໃຕ້​ສຸດ
ຂອງລັດ Florida. ​ໃນ​ຕອ​ນ​ຍ່າງ​ເຂົ້າ​ມາສູ່​ຝັ່ງ ລາວ​ໄດ້ຍົກ​ກໍ່າ​
ປັ້ນຂຶ້ນ ໃນວັນຈັນ​ວານນີ້ ຫລັງ​ຈາກທີ່ໄດ້​ສີ້​ນສຸດການ​ລອຍນໍ້າ
ເປັນ​ເວລາ 53 ຊົ່ວໂມງນັ້ນ.

ທ່ານ​ນາງມີ​ທ່າ​ທາງ​ອ່ອນ​ເພຍ ​ໜ້າ​ຕາ​ແດງ​ເພາະ​ຖືກ​ຕາ​ເວັນ​ເຜົາໄໝ້ ພ້ອມ​ກັບ​ຮີ​ມສົບໃຄ່. ທ່ານ​ນາງໄດ້​ກ່າວ​ຕໍ່​ບັນດາ​ຜູ້​ຮ້ອງເຊຍ​ສະໜັບສະໜູນ​ວ່າ ຢ່າ​ສູ່​ຍອມ​ແພ້​ຈັກ​ເທຶ່ອ ​ແລະ​ບໍ່​ມີ​ໃຜເຖົ້າ​ເກີນ​ໄປ ທີ່​ສະ​ແຫວ​ງຫາ​ຄວາມ​ຝັນ. ທ່ານ​ນາງ​ເວົ້າວ່າ:

“ຂ້າພະ​ເຈົ້າ ມີ​ສານສາມ​ຢ່າງ. ນຶ່່ງ ​ເຮົາບໍ່​ຄວນ​ຍອມ​ແພ້​ຈັກ​ເທື່ອ. ສອງ ທ່ານ ບໍ່​ເຖົ້າ​ຈັກ​ເທຶ່ອທີ່​ຈະ​ຊອກ​ຫາ​ຄວາມ​ຝັນ. ສາມ ມັນ​ເບິ່ງ​ຄື​ວ່າເປັນ​ກິລາຂອງ​ຄົນໆ​ດຽວ ​ແຕ່​ວ່າມັນແມ່ນກິລາ ​ເປັນທີ​ມ.”

​ໃນ​ເວລາ​ຕໍ່​ມາ ທ່ານ​ນາງ​ໄດ້​ລົງ​ນອນ​ຢູ່​ຕຽງຜ້າ​ໄບ ​ແລະ​ໄດ້​ຮັບ​ການ​ພະຍາບານ ຮວມ​ທັງ​ໃສ່​ນໍ້າທະ​ເລ.

ຫລາຍ​ຮ້ອຍ​ຄົນ​ໄດ້​ພາກັນ​ເຕົ້າ​ໂຮມ​ຢູ່​ຕາມແຄມຫາດ​ຊາຍ ​ເພື່ອ​ສະໜັບສະໜູນ ທ່ານ​ນາງ Nyard ​ໃນ​ຂະນະ​ທີ່​ລາວໃກ້​ຈະ​ສີ້​ນສຸດ​ການ​ລອຍນໍ້າ​ທົນຂອງລາວ. ລາວໄດ້​ພະຍາຍາມເທື່ອທໍາ​ອິດໃນ​ປີ 1978 ​ເວລາ​ມີ​ອາຍຸ​ໄດ້ 28 ປີ​. ການ​ພະຍາຍາມ​ຫລາຍໆ​ເທື່ອຫວ່າງ​ມໍ່ໆ​ມາ​ນີ້ຕັ້ງ​ແຕ່​ປີ 2010 ມາ​ໄດ້​ຖືກຍົກ​ເລີກ ເວລາ​ທ່ານ​ນາງໄດ້ປະສົບ​ກັບ​ຄວາມ​ອິດ​ເໝື່ອຍ ຖືກໂຈມ​ຕີ​ຈາກ​ປາກະພຸ​ນທີ່​ມີ​ພິດ ​ແລະ​ປະ​ເຊີນ​ໜ້າ​ກັບ​ຟ້າ​ລົມ​ຝົນ​ຕົກ​ແຮງ.


XS
SM
MD
LG