ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສິດເສລີພາບ ໃນເອເຊຍ ຕາເວັນອອກສຽງໃຕ້ ຕົກຕ່ຳລົງ ອີງຕາມລາຍງານ ປະຈຳປີ

ທ່ານ Jose Noel Olano ຈາກຟີລິປິນ, ຊ້າຍ, ແລະທ່ານ Wilnor Papa, ຂອງອົງການນິລະໂທດກຳສາກົນ ຖື ປຶ້ມ ບົດລາຍງານ ປະຈຳປີ 2016/17 ຊຶ່ງພວກເພິ່ນ ໄດ້ນຳມາເປີດເຜີຍ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນວັນທີ 22 ກຸມພາ 2017, ໃນເມືອງ Quezon ທາງພາກຕາເວັນອອກສຽງເໜືອ ຂອງນະຄອນ Manila, ຂອງ Philippines.

ອົງການນິລະໂທດກຳສາກົນ ກ່າວວ່າ ​ເຂດເອເຊຍຕາເວັນອອກສຽງໃຕ້ຍັງສືບຕໍ່
ປະເຊີນໜ້າ ກັບບັນຫາທ້າທ້າຍ ໃນດ້ານສິດທິມະນຸດຫຼາຍຢ່າງ ໂດຍທີ່ບັນດານັກ
ເຄື່ອນໄຫວ ແລະ ອົງການສັງຄົມພົນລະເຮືອນ ໄດ້ຕົກເປັນເປົ້າໝາຍ ຂອງລັດ
ຖະບານ ​ໃນ​ຂະນະ​ທີ່ ກຳລັງຮັກສາຄວາມປອດໄພ ຍັງບໍ່​ຍອມຮັບ​ເອົາຄວາມຮັບຜິດ
ຊອບ​ໃດໆ​ນັ້ນ.

ຕຳຫຼວດໄທ ຢືນເບິ່ງ ໃນຂະນະທີ່ ພວກປະທ້ວງ ຕໍ່ຕ້ານລັດຖະບານ ເຕົ້າໂຮມຊຸມນຸມ ເພື່ອເປັນຂີດໝາຍ ວັນຄົບຮອບ ຂອງການເຂົ້າຍຶດອຳນາດຂອງທະຫານ ຈາກລັດຖະບານ ຮອບທີສອງ, ໃນບາງກອກ ປະເທດໄທ, ວັນທີ 22 ພຶດສະພາ 2016.
ຕຳຫຼວດໄທ ຢືນເບິ່ງ ໃນຂະນະທີ່ ພວກປະທ້ວງ ຕໍ່ຕ້ານລັດຖະບານ ເຕົ້າໂຮມຊຸມນຸມ ເພື່ອເປັນຂີດໝາຍ ວັນຄົບຮອບ ຂອງການເຂົ້າຍຶດອຳນາດຂອງທະຫານ ຈາກລັດຖະບານ ຮອບທີສອງ, ໃນບາງກອກ ປະເທດໄທ, ວັນທີ 22 ພຶດສະພາ 2016.

ໃນບົດລາຍງານປະຈຳປີ ສະບັບຫຼ້າສຸດ ຂອງອົງການດັ່ງກ່າວ ຊຶ່ງໄດ້ກວມ​ເອົາ 159
ປະເທດນັ້ນ ອົງການ​ນິລະ​ໂທດ​ກຳ​ສາກົນ ​ໄດ້ເຕືອນເຖິງ “ການຫລຸດນ້ອຍຖອຍລົງ
ຂອງສິດທິພົນລະເມືອງ”
ໃນທົ່ວຂົງ​ເຂດເອເຊຍ ແລະປາຊີຟິກ ໃນຂະນະທີ່ບັນດາ
ເຈົ້າໜ້າທີ່ທັງຫຼາຍ ໄດ້ໃຊ້ກົດໝາຍຫຼາຍຢ່າງ ເພື່ອເຮັດໃຫ້ການສະແດງອອກ ຊຶ່ງ
ຄວາມຄິດເຫັນ ຢ່າງສັນຕິນັ້ນ ເປັນຄວາມຜິດຕໍ່ກົດໝາຍອາຍາ.

ທ່ານນາງ Champa Patel ຜູ້ອຳນວຍການ ຂອງອົງການນິລະໂທດກຳສາກົນ ຮັບຜິດ
ຊອບ​ກ່ຽວ​ກັບຂົງເຂດເອເຊຍຕາເວັນອອກສຽງໃຕ້ ແລະ ປາຊີຟິກ ໄດ້ກ່າວວ່າ ບັນດາ
ລັດຖະບານ ທີ່ແນເປົ້າໝາຍໃສ່ພວກນັກເຄື່ອນໄຫວນັ້ນ ແມ່ນກຳລັງ “ກີດຂວາງ ບໍ່​ໃຫ້
​ມີ​ການສະ​ແດງ​ອອກ ​ໃນ​ການ​ຄັດຄ້ານ.”

ພວກເດັກນ້ອຍຜູ້ຊາຍ ຊອກຫາສິ່ງຂອງທີ່ມີປະໂຫຍດ ໃນຂີ້ເຖົ່າ ຂອງພວກເຮືອນຊານທັງຫຼາຍ ຫຼັງຈາກຖືກໄຟໄໝ້ເຜົາຜານ ຢູ່ທີ່ສູນທີ່ພັກອາໄສຂອງພວກຊາວໂຣຮິງຢາ ມຸສລິມ ທີ່ຖືກພັດພາກຈາກຖິ່ນຖານໃນພາກຕາເວັນຕົກຂອງລັດ Rakhine ໃກ້ກັບເມືອງ Sittwe, ຂອງມຽນມາ, ວັນທີ 3 ພຶດສະພາ 2016.

ທ່ານນາງ Patel ໄດ້ກ່າວຕື່ມວ່າ “ໃນທົ່ວ ມາເລເຊຍ ໄທ ຫວຽດນາມ ກຳປູເຈຍ ແລະ
ລາວ ປະຊາຊົນໄດ້ຖືກ ຂົ່ມຂູ່ ຈັບກຸມ ແລະ ປະຫັດປະຫານ ຢ່າງບໍ່ລົດລະ ຍ້ອນ
ການຊົມໃຊ້ສິດເສລີພາບ ​ໃນ​ການສະແດງອອກ ຊຶ່ງຄວາມຄິດເຫັນ ແລະ ການ
ໂຮມຊຸມນຸມ ຢ່າງສັນຕິ ຂອງພວກເຂົາເຈົ້າ.”

ບົດລາຍງານໄດ້ກ່າວຕື່ມວ່າ ການແບ່ງແຍກດ້ານການເມືອງໃນທົ່ວໂລກ ຍັງໄດ້ເປັນ
ຂີດໝາຍ ຂອງການຫັນໄປໂຈມຕີພວກອົບພະຍົບ ແລະພວກຄົນເຂົ້າເມືອງ ໂດຍ
ລັດຖະບານທັງຫຼາຍ.

ເດັກນ້ອຍຜູ້ຍິງ ຢືນຢູ່ໃກ້ຮູບພາບ ຂອງມື້ລາງ ທ່ານ Kem Ley, ນັກວິເຄາະຊາວກຳປູເຈຍ ຜູ້ທີ່ມີຊື່ສຽງ, ຢູ່ທີ່ປ່າຊ້າ ໃນເມືອງ Ang Takok, ຂອງກຳປູເຈຍ, ວັນທີ 20 ພະຈິກ 2016.
ເດັກນ້ອຍຜູ້ຍິງ ຢືນຢູ່ໃກ້ຮູບພາບ ຂອງມື້ລາງ ທ່ານ Kem Ley, ນັກວິເຄາະຊາວກຳປູເຈຍ ຜູ້ທີ່ມີຊື່ສຽງ, ຢູ່ທີ່ປ່າຊ້າ ໃນເມືອງ Ang Takok, ຂອງກຳປູເຈຍ, ວັນທີ 20 ພະຈິກ 2016.

ທ່ານ Sam Zafiri ຜູ້ຕາງໜ້າ ຂອງຄະນະກຳມາທິການຕຸລາການສາກົນ ຫຼື ICJ ທີ່
ສະໜັບສະໜູນ ບົດລາຍງານຂອງອົງການນິລະໂທດກຳ ໄດ້ກ່າວວ່າ ​ເຂດເອເຊຍ
ຕາເວັນອອກສຽງໃຕ້ ​ໄດ້ມີ “ການ​ຫລຸດ​ໜ້ອຍຖອຍ​ລົງ​ ໃນ​ການເຄົາລົບນັບຖື ສິດທິ
ຕ່າງໆ ໂດຍ​ສະ​ເພາະ ໃນພາກສ່ວນສິດທິຂອງ​ສັງຄົມ​ພົນລະ​ເມືອງ ແລະ ສິດທິດ້ານ
ການເມືອງ.”

ທ່ານ Zafiri ໄດ້ຊີ້ໃຫ້ເຫັນ ແນວໂນ້ມຂອງໂລກ ທີ່ມຸ້ງໜ້າໄປໃນທິດທາງ “ລັດທິພະເດັດການ ແລະ ການນຳໃຊ້ຄວາມຢ້ານກົວ” ແລະ ຄວາມເປັນຫ່ວງ ທີ່ເພີ້ມຂຶ້ນ ກ່ຽວກັບການຮັບມືກັບໄພຂົ່ມຂູ່ຕ່າງໆ ຂອງກຸ່ມກໍ່ການຮ້າຍ ​ໂດຍລັດຖະບານ. ທ່ານຍັງໄດ້ຊີ້ໃຫ້ເຫັນຕື່ມອີກເຖິງ ການຫລຸດນ້ອຍຖອຍລົງຂອງອິດທິພົນສະຫະລັດ ໃນຕະຫຼອດໄລຍະນຶ່ງທົດສະຫວັດຜ່ານມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG