ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການນິລະໂທດກຳສາກົນ ກ່າວວ່າ ສິດທິມະນຸດ ກຳລັງ ເຊື່ອມໂຊມລົງ ຢູ່ທົ່ວໂລກ ໃນປີ 2015


Freedoms, Human Rights Under Global Assault, Amnesty Warns
please wait

No media source currently available

0:00 0:02:24 0:00

ອົງການນິລະໂທດກຳສາກົນ ກ່າວ​ວ່າ ສະພາບ​ການດ້ານສິດທິ
​ມະນຸດ​ຢູ່​ໃນ​ທົ່ວ​ໂລກ​ໄດ້​ເຊື່ອມ​ໂຊມລົງ​ໃນ​ປີ 2015 ຍ້ອນ​ລະບົບ
ທີ່​ອອກ​ແບບ​ເພື່ອ​ປົກ​ປ້ອງສິດທິ ຂັ້ນພື້ນຖານນັ້ນ ​ໄດ້​ຖືກ​ໂຈມຕີ​
ໂດຍ​ລັດຖະບານ​ເອງ.

ຢູ່​ໃນ​ລາຍ​ງານ​ປະຈຳ​ປີຂອງ​ອົງການນິລະໂທດກຳສາກົນ ທີ່ນຳ​
ອອກ​ເຜີຍ​ແຜ່​ໃນ​ວັນ​ພຸດ​ມື້​ນີ້ ບັນດາ​ນັກ​ຄົ້ນຄວ້າ​ໄດ້​ກ່າວ​ເນັ້ນ​ເຖິງ
ສະຖານະການ​ໃນຊີ​ເຣຍວ່່າ​ເປັນ​ວິ​ກິ​ດການ​ອັນ​ຮີບ​ດ່ວນທີ່​ສຸດຂອງ​
ໂລກ​ ​ໂດຍ​ສະ​ເພາ​ແມ່ນເລື້ອງອົບ​ພະຍົບ.

ທ່ານນາງ Tirana Hassan ຜູ້ອຳນວຍການ​ຝ່າຍ​ຮັບ​ມື​ກັບ​ວິ​ກິດ
​ການ ​ຂອງ​ອົງ ການນິລະ​ໂທດກຳ​ສາກົນ ກ່າວ​ວ່າ “ພວກ​ເຮົາ​ໄດ້​ບັນທຶກ​ກໍລະນີ​ການ​ໂຈມ​ຕີ​
ທາງ​ອາກາດ ຕໍ່ບັນດາໂຮງຮຽນ ຕໍ່​ໂຮງໝໍແລະ​ຕໍ່ບ້າ​ນ​ເຮືອນຂອງ​ພົນລະ​ເຮືອນ. ຣັດ​ເຊຍ ​ແລະ​ຊີ​ເຣຍ ​ແນ​ເປົ້າ​ໝາຍໃສ່​ພວກ​ພົນລະ​ເຣືອນ ​ແລະ​ແນ່ນອນ​ທີ່​ສຸດ​ເປັນ​ອາ​ຊະ​ຍາ​ກຳ​ສົງຄາມ.”

ຫວ່າງ​ມໍໆ​ມາ​ນີ້ ທ່ານນາງ Hassan ​ໄດ້ໄປຢ້ຽມຢາມ​ຊາຍ​ແດນເທິ​ກີທີ່ຕິດ​ກັບຊີ​ເຣຍ ທີ່​ເມືອງ Kilis ບ່ອນ​ທີ່​ອົບ​ພະຍົບຫາ​ກໍ​ມາ​ຮອດ​ໃໝ່ 58,000 ຄົນອາ​ໄສຢູ່ ​ໄດ້​ພາກັນ​ລໍຖ້າ​ ທີ່ຈະ​ຂ້າມ​ເຂົ້າສູ່​ເທີ​ກີ​ເປັນ​ຈຳນວນ​ຫຼວງຫຼາຍ. Ankara ​ໄດ້​ປະຕິ​ເສດ​ທີ່​ຈະ​ເປີດ​ຊາຍ​ແດນຂອງ​ຕົນ.

ທ່ານ​ນາງ​ກ່າວ​ວ່າ “ຢູ​ໂຣບ ຕາມ​ທຳມະ​ດາ​ແລ້ວ ພະຍາຍາມ​ເຮັດ​ໃຫ້ ຊາຍ​ແດນ​ເທີ​ກີ ​ເປັ​ນ
ປ້ອມ​ຍາມ​ຊາຍ​ແດນ​ແກ່​ເຂົາ​ເຈົ້າ ​ແລະ​ນັ້ນບໍ່​ສາມາດ​ແກ້​ໄຂ​ໄດ້. ຜູ້ຄົນທີ່ຢູ່​ຊາຍ​ແດນ​ເທິກີ
ປັດຈຸບັນ​ນີ້ ກຳລັງ​ພາ​ກັນຮ້ອນຮົນ​ທີ່​ສຸດ ​ແລະ​ເຂົາ​ເຈົ້າ​ຊອກ​ຫາ​ການ​ໃຊ້ເສັ້ນທາງ​ລັກ​ລອບ​
ທີ່​ຜິດ​ກົດໝາຍ. ​ແລະ​ພວກ​ເຮົາ​ໄດ້​ບັນທຶກຫລາຍໆ​ກໍລະນີ ບ່ອນ​ທີ່​ພວກ​ຍາມຊາຍ​ແດນ
​ໄດ້​ໃຊ້​ລູກປືນ​ແທ້​ຍິງ​ໃສ່​ອົບ​ພະ​ຍົບ.”

​ໃນ​ຂະນະ​ທີ່ຊີ​ເຣຍ​ເປັນ​ແນວ​ໜ້າ​ຂອງ​ບັນຫາ​ຂັດ​ແຍ້​ງ​ໃນໂລກ ​ເລຂາທິການ​ໃຫຍ່ ຂອງ
​ອົງການນິລະໂທດ​ກຳ​ສາກົນ ທ່ານ Salil Shetty ກ່າວ​ວ່າ ມີ​ທ່າ​ອຽງ​ຢ່າງ ​ແຜ່​ກວ້າງ​ກ່ຽວ
​ກັບການ​ເຊື່ອ​ມ​ໂຊມລົງ​ໃນ​ດ້ານ​ສິດທິ​ມະນຸດ.

XS
SM
MD
LG