ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫລີເໜືອ ສະຫລອງ ຄົບຮອບ ວັນເກີດ 102 ປີ ຂອງມື້ລາງຜູ້ກໍ່ຕັ້ງປະເທດ (ວີດີໂອ)


ຜູ້ຍິງເກົາຫລີເໜືອ ພາກັນນຸ່ງເຄຶ່ອງພື້ນເມຶອງ ຖ່າຍຮູບ ເປັນທີ່ ລະລຶກ ຢູ່ຕໍ່ໜ້າອະນຸສາວາຣີ ອະດີດຜູ້ນຳ Kim Il Sung ແລະ Kim Jong Il
ຜູ້ຍິງເກົາຫລີເໜືອ ພາກັນນຸ່ງເຄຶ່ອງພື້ນເມຶອງ ຖ່າຍຮູບ ເປັນທີ່ ລະລຶກ ຢູ່ຕໍ່ໜ້າອະນຸສາວາຣີ ອະດີດຜູ້ນຳ Kim Il Sung ແລະ Kim Jong Il
ຜູ້ນຳ​ເກົາຫລີ​ເໜືອ ທ່ານ Kim Jong Un ​ໄດ້​ໄປ​ຢ້ຽມຢາມ
​ສຸສານພໍ່​ປູ່ ຄືທ່ານ Kim II Sung ​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງ
ເປັນ​ວັນ​ຄ້າຍ​ວັນ​ເກີດ ຄົບຮອບ 102 ປີ​ຂອງມື້​ລາງ​ຜູ້​ກໍ່​ຕັ້ງ
ປະ​ເທດ.

ວັນ​ຄົບ​ຮອບດັ່ງກ່າວ ​ທີ່ເອີ້ນກັນ​ວ່າ ວັນ​ແຫ່ງ​ພະ​ອາທິດ ຫລື
Day of the Sun ​ເປັນ​ວັນ​ບຸນ​ທີ່​ສຳຄັນ​ຂອງ​ ຊາວ​ເກົາຫລີ​
ເໜືອ. ຫລາຍໆ​ຄົນ​ພາກັນໄປເຕົ້າ​ໂຮ​ມ​ ຢູ່ຕໍ່ໜ້າ​ຮູບ​ແຕ້ມ ຫລື
ຮູບ​ປັ້ນ​ຂອງ​ຜູ້ນຳທ່ານ​ນີ້​ ​ເພື່ອປະຕິຍານ​ຄວາມ​ຈົງ​ຮັກ​ພັກດີ
​ແລະ​ສະ​ແດງ​ຄວາມ​ເຄົາ​ລົບ.

​ໂທລະພາບ​ລັດ ​ໄດ້​ຖ່າຍ​ທອດ​ພາບໃຫ້​ເຫັນ ທ່ານ Kim Jong Un ທີ່ຕິດຕາມໂດຍບັນ
ດານາຍ​ທະຫານ​ຂັ້ນ​ສູງ ຢູ່​ທີ່ພະລາດ​ຊະ​ວັງ Kumsusan ​ຂອງນະ ຄອນຫລວງ ພຽງ​
ຢາງ ບ່ອນ​ທີ່ສົບ​ຂອງພໍ່ປູ່ຂອງ​ທ່ານ ​ໄດ້​ຖືກເກັບ​ຮັກສາ​ໄວ້ເພື່ອ​ວາງສ​ະ​ແດງ​ ​ໃຫ້​ຜູ້​ຄົນ​
ໄດ້​ເບິ່ງ.

ສົບຂອງ​ພໍ່​ຂອງ​ທ່ານ Kim ​ກໍ​ຄື ທ່ານ Kim Jong II ທີ່​ທ່ານ​ຄິມສືບ​ທອດ​ອຳນາດ​ຕໍ່ນັ້ນ
​ກໍໄດ້​ຖືກດອຍ​ໄວ້​ທີ່ພະລາດ​ຊະ​ວັງ​ແຫ່ງ​ນີ້​ເຊັ່ນ​ກັນ. ບັນດາ​ຜູ້ນຳ ຕະກຸນ Kim ​ສາມ​ຊົ່ວ​
ຄົນ​ ​ແມ່ນ​ມີ​ສະຖານະ​ພາບເກືອບວ່າ ຄື​ກັນ​ກັບ​ເປັນ​ພະ​ເຈົ້າ ຢູ່​ໃນ​ເກົາຫລີ​ເໜືອ.

​ໃນ​ຂະນະ​ດຽວ​ກັນ ທີ່​ເກົາຫລີ​ໃຕ້​ ພວກ​ປະ​ທ້ວງ​ໄດ້​ພາກັນ​ຈູດ​ ແລະຢຽບ​ຢ່ຳ ​ຮູ​ບໂປ​ສ​ເຕີ
ຂອງຜູ້ນຳຄອບຄົວ Kim ທັງ​ສາມ​ຄົນ ​ໃນ​ ການ​ປະ​ທ້ວງຕໍ່ຕ້ານ​ເກົາຫລີ​ເໜືອ ​ຢູ່ນະຄອນ
ຫລວງ​ໂຊ​ລ.

​Park Chan-sung ຜູ້​ປະ​ທ້ວງ​ຄົນ​ນຶ່ງ ​ໄດ້ຮຽກ​ຮ້ອງ​ໃຫ້​ມີ​ການ​ລົງ​ໂທດເພີ້​ມຂື້ນ ​ຕໍ່ຕ້ານ​
ພຽງ​ຢາງ ທີ່​ລາວກ່າ​ວວ່າ ​ເປັນ​ໄພ​ຂົ່ມຂູ່​ຕໍ່​ປະຊາ​ຄົນ​ນາໆ​ຊາດ ​ແລະ ກ່າວຕື່ມ​ວ່າ:

“​ເກົາຫລີ​ເໜືອ ​ໄດ້​ຍິງ​ລູກ​ສອນ​ໄຟ​ເຂົ້າໄປ​ໃສ່ ທະ​ເລ​ຕາ​ເວັນ​ອອກ​ ​ແລະ​ມີລາຍ​ງານ​ວ່າ
ກຳລັງ​ຕຽມ​ທົດ​ລອງ​ນິວ​ເຄລຍອີກ​ເປັນ​ເທຶ່ອທີ່​ສີ່. ປະຊາ​ຊົນ​ເກົາຫລີ​ໃຕ້​ຊອງ​ພວກ​ເຮົາ
ປະນາມ​ຢ່າງ​ແຮງ ​ຕໍ່ລະບອບ​ຜະ​ເດັດ​ການ ​ເກົາຫລີ​ເໜືອ ​ໃນ​ວັນ​ເກີດ​ຂອງ​ທ່ານ Kim II
Sung, “ວັນ​ແຫ່ງ​ພະ​ອາທິດ” ມື້​ນີ້.
NORTH KOREA HOLIDAY VOSOT
please wait

No media source currently available

0:00 0:01:33 0:00
XS
SM
MD
LG