ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈັດປະຊຸມ ອາຊ່ຽນ ທ່າມກາງ ຄວາມເຄັ່ງຕຶງ ຢູ່ ທະເລຈີນໃຕ້


ທຸງຂອງອາຊ່ຽນ ແລະບັນດາປະເທດສະມາຊິກ
ທຸງຂອງອາຊ່ຽນ ແລະບັນດາປະເທດສະມາຊິກ

ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຮຽກຮ້ອງໃນວັນສຸກມື້ນີ້
ໃຫ້ມີການຟື້ນຟູກ່ຽວກັບການດຳເນີນຄວາມພະຍາຍາມເພື່ອ “ປົກ
ປ້ອງຄຸ້ມຄອງສັນຕິພາບແລະສະຖຽນລະພາບ ຢູ່ໃນຂົງເຂດ” ແຕ່
ສ່ວນໃຫຍ່ແລ້ວແມ່ນໄດ້ຫຼີກລ່ຽງ ໃນການສົນທະນາຫາລືກ່ຽວກັບ
ບັນຫາຂັດແຍ້ງໃນເລື້ອງເຂດນ້ຳແດນທີ່ເປັນບັນຫາຖົກຖຽງກັນໃນ
ຂະນະທີ່ປັກກິ່ງ ເປັນເຈົ້າພາບຈັດກອງປະຊຸມບັນດາລັດຖະມົນຕີ
ກະຊວງປ້ອງກັນປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້.

ພວກຜູ້ນຳຂອງຈີນ ບໍ່ຄາດວ່າ ຈະກ່າວເຖິງການອ້າງກຳມະສິດ ທີ່
ຍັງເປັນບັນຫາຂັດແຍ້ງໃນລະຫວ່າງການປະຊຸມລັດຖະມົນຕີປ້ອງ
ກັນປະເທດຈາກ 10 ປະເທດທີ່ປະກອບເປັນສະມາຄົມບັນດາປະ
ຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ຫລືອາຊ່ຽນ.

ສະມາຊິກຂອງອາຊ່ຽນຫຼາຍໆປະເທດ ທີ່ເຫັນໄດ້ງ່າຍໆກໍມີຟີລິບປິນແລະຫວຽດນາມ ໄດ້
ອ້າງກຳມະສິດ ເອົາເຂດນ້ຳແດນດິນ ກວມກັນກັບຈີນ ຢູ່ໃນທະເລຈີນໃຕ້ ແຕ່ປັກກິ່ງຍັງມີ ຄວາມລັງເລໃຈຢູ່ ທີ່ຈະໃຊ້ກອງປະຊຸມ ໃນທຳນອງນີ້ ຫາລືກ່ຽວກັບບັນຫາດັ່ງກ່າວ.

ທະຫານອາເມຣິກັນ ແລະຟີລິບປິນ ຊ້ອມລົບ ກຽມຍົກພົນຂຶ້ນບົກ
ທະຫານອາເມຣິກັນ ແລະຟີລິບປິນ ຊ້ອມລົບ ກຽມຍົກພົນຂຶ້ນບົກ

ລັດຖະມົນຕີປ້ອງກັນປະເທດຈີນ ທ່ານ Chang Wanquan ບໍ່ໄດ້ກ່າວເຖິງ ບັນຫາຂັດ ແຍ້ງ ຢູ່ໃນຄຳປາໄສ ເປີດກອງປະຊຸມ ແຕ່ກັບຮຽກຮ້ອງໃຫ້ ບັນດາປະເທດ ໃນເຂດເອ
ເຊຍຕາເວັນອອກສຽງໃຕ້ ຊຸກຍູ້ໃຫ້ມີຄວາມສຳພັນທີ່ດີຂຶ້ນ ແລະ ມີການດຳເນີນຄວາມ ພະຍາຍາມເພີ້ມຕື່ມເພື່ອແກ້ໄຂບັນຫາທ້າທາຍທາງໃນດ້ານຄວາມປອດໄພ ເຊັ່ນການ
ກໍ່ການຮ້າຍເປັນຕົ້ນ.

China ASEAN
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG