ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່າມກາງການຄັດຄ້ານ ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວວ່າ ທ່ານບໍ່ໄດ້ຖືວ່າ “ໂອລິມປິກແມ່ນສິ່ງສຳຄັນສຸດ”


ພິທີແລ່ນປ່ຽນທວນໄຟໂອລິມປິກ Tokyo 2020.
ພິທີແລ່ນປ່ຽນທວນໄຟໂອລິມປິກ Tokyo 2020.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານໂຢຊິຮິເດະ ຊູກະ ກ່າວໃນວັນຈັນມື້ນີ້ວ່າ ທ່ານບໍ່ ເຄີຍຖືວ່າ “ໂອລິມປິກເປັນສິ່ງສຳຄັນສຸດ” ຊຶ່ງໃນວັນດຽວກັນນັ້ນ ການຢັ່ງຫາງສຽງໄດ້ສະແດງໃຫ້ເຫັນວ່າ ເກືອບ 60 ເປີເຊັນ ຂອງປະຊາຊົນໃນຍີ່ປຸ່ນ ຕ້ອງ ການຢາກໃຫ້ຍົກເລີດການແຂ່ງຂັນໂອລິມປິກທີ່ຍັງເຫຼືດເວລາບໍ່ຮອດສາມເດືອນ ກ່ອນການແຂ່ງຂັນຈະເລີ້ມຂຶ້ນ.

ຍີ່ປຸ່ນ ໄດ້ຕໍ່ການປະກາດພາວະສຸກເສີນ ໃນນະຄອນຫຼວງໂຕກຽວ ໄປຈົນຮອດ ທ້າຍເດືອນພຶດສະພາ ແລະພວມດິ້ນລົນທີ່ຈະຄວບຄຸມບໍ່ໃຫ້ມີກໍລະນີໂຄວິດ-19 ເພີ້ມຂຶ້ນ ຊຶ່ງພາໃຫ້ມີຄຳຖາມກ່ຽວກັບວ່າການແຂ່ງຂັນຄວນຈະດຳເນີນຕໍ່ໄປຫຼືບໍ່. ອັດຕາການສັກຢາວັກຊີນຂອງຍີ່ປຸ່ນແມ່ນຕໍ່າທີ່ສຸດ ໃນໝູ່ບັນດາປະເທດທີ່ຮັ່ງມີ.

ບັນດາເຈົ້າໜ້າທີ່ຈັດການແຂ່ງຂັນກິລາໂອລິມປິກສາກົນ ບັນດາຜູ້ວາງແຜນຈັດການແຂ່່ງ
ຂັນທີ່ໂຕກຽວ ຮວມທັງທ່່ານຊູກະເອງ ໄດ້ເນັ້ນຢໍ້າວ່າ ການແຂ່ງຂັນ ຈະຕ້ອງດຳເນີນຕໍ່ໄປ
ດ້ວຍວິທີທີ່ “ປອດໄພ ແລະບໍ່ເປັນອັນຕະລາຍ.” ບັນດາຜູ້ເຂົ້າຊົມຈາກຕ່າງປະເທດໄດ້ຖືກ
ຫ້າມ ແລະບັນດາຜູ້ວາງແຜນໄດ້ອອກຄຳແນະ ນຳກ່ຽວກັບລະບຽບການຕ່າງໆ ໃນເດືອນ
ແລ້ວນີ້ ທີ່ໄດ້ແນໃສ່ປ້ອງກັນການຕິດ ໄວຣັສໂຄໂຣນາ.

ແຕ່ວ່າການສຳຫຼວດຫາງສຽງຂອງປະຊາຊົນ ທີີ່ໄດ້ມີຂຶ້ນ ແຕ່ວັນທີ 7 ຫາວັນທີ 9 ຂອງເດືອນພຶດສະພາ ໂດຍໜັງສືພິມລາຍວັນ ໂຢມີຢູຣິ ຊິມບູນ (Yomiuri Shimbun) ສະແດງໃຫ້ເຫັນວ່າ 59 ເປີເຊັນ ຕ້ອງການໃຫ້ຍົກເລີກການແຂ່ງ ຂັນ ກົງກັນຂ້າມກັບ 39 ເປີເຊັນທີ່ເຫັນວ່າ ການແຂ່ງຂັນຄວນຈະມີຂຶ້ນ. “ການ ເລື່ອນເວລາ” ບໍ່ໄດ້ສະເໜີໃຫ້ເປັນທາງເລືອກ.

ການຢັ່ງຫາງສຽງອີກເທື່ອນຶ່ງໃນທ້າຍອາທິດທີ່ຜ່ານມາໂດຍອົງການຂ່າວ TBS ພົບເຫັນວ່າ
65 ເປີເຊັນ ຕ້ອງການໃຫ້ຍົກເລີກການແຂ່ງຂັນ ຫຼືໃຫ້ເລື່ອນເວ ລາອອກໄປອີກ ໃນຂະນະ
ທີ່ 37 ເປີເຊັນ ໄດ້ລົງຄະແນນສຽງຢຸດເຊົາການແຂ່ງ ຂັນທັງໝົດເລີຍ ແລະ 28 ເປີເຊັນຮຽກ
ຮ້ອງໃຫ້ເລື່ອນເວລາອີກ. ຫຼາຍວ່າ 300,000 ຄົນໄດ້ພາກັນເຊັນໜັງສືຮຽກຮ້ອງໃຫ້ຍົກເລີກ
ການແຂ່ງຂັນໃນອີກ ປະມານຫ້າມື້ ນັບແຕ່ໄດ້ມີການລິເລີ້ມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG