ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊ່ຽນ ໄຂ ກອງປະຊຸມປະຈໍາປີ ວ່າດ້ວຍການເດີນເຮືອ ຢູ່ຟີລິບປີນ


ແຜນທີ່ຂອງ 10 ປະເທດສະມາຊິກ ຂອງ ASEAN
ແຜນທີ່ຂອງ 10 ປະເທດສະມາຊິກ ຂອງ ASEAN
ທ່າມກາງຂໍ້ຂັດແຍ້ງກ່ຽວກັບເລື່ອງເຂດນໍ້າແດນດິນກັນທີ່ກໍາລັງ
ເຄັ່ງຕຶງນັ້ນ ບັນດາເຈົ້າໜ້າທີ່ລະດັບສູງຂອງລັດຖະບານ ແລະຜູ້
ຊ່ຽວຊານດ້ານຄວາມໝັ້ນຄົງ ໄດ້ມາເຕົ້າໂຮມກັນເມື່ອວັນພຸດມື້ນີ້
ທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນ ເພື່ອໄຂກອງປະຊຸມ
ປະຈໍາປີ ວ່າດ້ວຍການເດີນເຮືອ ຂອງສະມາຄົມອາຊ່ຽນ.

ເຖິງແມ່ນກອງປະຊຸມປະຈໍາປີດັ່ງກ່າວຈະເພັ່ງເລັງໃສ່ການພິທັກ
ປົກປ້ອງຊັບພະຍາກອນນໍ້າ ແລະຄໍ້າປະກັນເສັ້ນທາງການຄ້າ
ຂອງຂົງເຂດ ແມ່ນມີຂື້ນທ່າມກາງຊ່ວງຫົວລ້ຽວຫົວຕໍ່ ເວລາສີ່
ປະເທດສະມາຊິກສະມາຄົມອາຊ່ຽນພົວພັນໃນຂໍ້ຂັດແຍ້ງກັນ
ກັບຈີນ ກ່ຽວກັບການອ້າງກຳມະສິດຢູ່ໃນບາງ ເຂດຂອງເຂດ
ທະເລຈີນໃຕ້ນັ້ນ.

ທ່ານ Jejomar Binay ຮອງປະທານາທິບໍດີ ຟິລິບປິນ ທີ່ປະເທດ
ຂອງທ່ານໄດ້ອ້າງເອົາກໍາມະສິດເອົາບາງສ່ວນຂອງເຂດນໍ້າແດນດິນທີ່ເປັນບັນ ຫາຂັດແຍ້ງ
ແລະອາດອຸດົມສົມບູນດ້ວຍນໍ້າມັນນັ້ນ ບອກບັນດາຜູ້ສື່ຂ່າວວ່າ ທ່ານມີຄວາມຮູ້ສຶກໃນແງ່ດີ
ວ່າບັນຫາຂໍ້ຂັດແຍ້ງກັນ ຈະທໍາການແກ້ໄຂກັນໄດ້ໂດຍຜ່ານວິທີທາງການທູດ.

ທ່ານ ຊີ ຈິນຜິງ ຮອງປະທານປະເທດຈີນໃນປັດຈຸບັນ ຊຶ່ງຄາດວ່າຈະເປັນ ປະທານປະເທດ
ຄົນຕໍ່ໄປຂອງຈີນ ເວົ້າວ່າ ປັກກິ່ງແມ່ນມີຄວາມມຸ້ງໝັ້ນທີ່ ຈະແກ້ໄຂບັນຫາຂັດແຍ້ງກັນ
ດັ່ງກ່າວນີ້ຢ່າງສັນຕິວິທີ ແຕ່ປະເທດຂອງທ່ານບໍ່ຮັບຮູ້ການເຈລະຈາຕໍ່ຮອງກັນແບບຫຼາຍ
ຝ່າຍ ແລະຢືນຢັດວ່າ ຂໍ້ຂັດ ແຍ້ງກັນນີ້ ຈະໄດ້ຮັບການແກ້ໄຂສອງຝ່າຍ ກັບແຕ່ລະປະເທດ
ຜູ້ອ້າງເອົາກໍາມະສິດເທົ່ານັ້ນ.

ທ່ານ Sam Bateman ນັກຊ່ຽວຊານດ້ານຄວາມໝັ້ນຄົງ ທີ່ເຂົ້າຮ່ວມໃນ ກອງປະຊຸມ
ກ່າວວ່າ ທ່ານຄິດວ່າ ຈະເປັນການດີທີ່ສຸດທີ່ຂໍ້ຂັດແຍ້ງກ່ຽວ ກັບເລື່ອງອະທິປະໄຕ ຈະໄດ້ຮັບ
ແກ້ໄຂກັນໂດຍຜ່ານການເຈລະແບບສອງຝ່າຍ. ທ່ານກ່າວອີກວ່າ ຄວນຈະມີການມອບ
ໝາຍບົດບາດການເປັນຜູ້ນໍາປະເທດນຶ່ງໃຫ້ແກ່ຈີນ ໃນການຮ່ວມມືກ່ຽວກັບເລຶ່ອງການເດີນເຮືອ.
XS
SM
MD
LG