ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່າມກາງຄວາມເປັນຫ່ວງ ກ່ຽວ​ກັບ ພາວະເງິນເຟີ້ ໃນສະຫະລັດ ທະນາຄານກາງ ໄດ້ເພີ້ມອັດຕາດອກເບ້ຍ ຂຶ້ນສູງເກີນກວ່າ ທີ່ໄດ້ຄາດໝາຍໄວ້


ໃນຂະນະທີ່ທະນາຄານກາງສະຫະລັດ ປະກາດການປ່ຽນອັດຕາດອກເບ້ຍ ຢູ່ນັ້ນ ພວກຄ້າຂາຍຮຸ້ນ ພາກັນເຮັດວຽກຢູ່ໃນຕະຫຼາດຮຸ້ນ New York Stock Exchange ທີ່ລັດນິວຢອກ, ວັນທີ 15 ມິຖຸນາ 2022.
ໃນຂະນະທີ່ທະນາຄານກາງສະຫະລັດ ປະກາດການປ່ຽນອັດຕາດອກເບ້ຍ ຢູ່ນັ້ນ ພວກຄ້າຂາຍຮຸ້ນ ພາກັນເຮັດວຽກຢູ່ໃນຕະຫຼາດຮຸ້ນ New York Stock Exchange ທີ່ລັດນິວຢອກ, ວັນທີ 15 ມິຖຸນາ 2022.

ທ່າມກາງຕະຫຼາດຮຸ້ນທີ່ຕົກຕ່ຳລົງຢ່າງໃຫຍ່ ສົ່ງຜົນໃຫ້ພາວະເງິນເຟີ້ສູງຂຶ້ນ ແລະຄວາມໝັ້ນໃຈຂອງຜູ້ບໍລິໂພກຕົກລົງຢ່າງຫຼວງຫຼາຍ ໄດ້ເຮັດໃຫ້ຄະນະກຳມະການທະນາຄານກາງສະຫະລັດ ຮັບຜິດຊອບໃນການຕັ້ງອັດຕາດອກເບ້ຍ ໄດ້ຕັດສິນໃຈເພີ້ມອັດຕາດອກເບ້ຍຂຶ້ນສາມສ່ວນສີ່ຂອງນຶ່ງເປີເຊັນ ໃນວັນພຸດວານນີ້ ໃນຄວາມຄາດຫວັງວ່າ ຈະຢຸດຢັ້ງລາຄາເຄື່ອງຂອງບໍ່ໃຫ້ສູງຂຶ້ນ.

ການຕັດສິນໃຈໂດຍຄະນະກຳມະການຕະຫຼາດທີ່ເປີດກວ້າງຂອງລັດຖະບານກາງ ຫຼື FOMC ທີ່ເພີ້ມເປົ້າໝາຍໃສ່ອັດຕາທຶນລັດຖະບານກາງ ໃຫ້ຢູ່ໃນລະຫວ່າງ 1.5 ເປີເຊັນ ແລະ 1.75 ເປີເຊັນ ຊຶ່ງເປັນຂີດໝາຍຂອງການເພີ້ມຂຶ້ນທີ່ໃຫຍ່ທີ່ສຸດພາຍໃນມື້ດຽວ ນັບຕັ້ງແຕ່ປີ 1994. ການເຄື່ອນໄຫວດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງຢ່າງໜັກກ່ຽວກັບພາວະເງິນເຟີ້ ພາຍໃນກຸ່ມບັນດາຜູ້ທີ່ອອກນະໂຍບາຍ ຊຶ່ງໄດ້ສູງຂຶ້ນໃນອັດຕາປະ​ຈຳ​ປີ 8.6 ເປີເຊັນເມື່ອເດືອນແລ້ວນີ້ ອັນເປັນການສູງຂຶ້ນໃນຮອບ 40 ປີ.

ໃນການກ່າວຄຳເຫັນຢູ່ທີ່ກອງປະຊຸມຖະແຫລງຂ່າວ ພາຍຫຼັງຈາກ ຄະນະກຳມະການ FOMC ເຂົ້າປະຊຸມກັນແລ້ວ ປະທານທະນະຄານກາງສະຫະລັດ ທ່ານ ເຈີໂຣມ ພາວ (Jerome Powell) ໄດ້ໃຫ້ຂໍ້ສັງເກດວ່າ ການເພີ້ມອັດຕາດອກເບ້ຍຂຶ້ນຕື່ມອີກ ແມ່ນຈະເກີດຂຶ້ນໃນອີກບໍ່ດົນນີ້ ໂດຍເປັນໄປໄດ້ສູງທີ່ຈະເພີ້ມຂຶ້ນອີກເຄິ່ງນຶ່ງ ຫຼື ສາມສ່ວນສີ່ຈຸດ ໃນເດືອນກໍລະກົດນີ້ ແລະຈະມີການເພີ້ມຂຶ້ນອີກຄັ້ງນຶ່ງເປັນຄັ້ງທີສາມ ເມື່ອມີການປະຊຸມກັນຕື່ມອີກ ກ່ອນໜ້າທ້າຍປີນີ້.

ປະທານທະນາຄານກາງສະຫະລັດ ທ່ານເຈີໂຣມ ພາວ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຫຼັງຈາກໄດ້ເຂົ້າກອງປະຊຸມ Open Market Committee ຢູ່ທີ່ຕຶກຂອງທະນາຄານກາງສະຫະລັດ, ວັນທີ 15 ມິຖຸນາ 2022, ໃນນະຄອນຫຼວງ ວໍຊິງຕັນ.
ປະທານທະນາຄານກາງສະຫະລັດ ທ່ານເຈີໂຣມ ພາວ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຫຼັງຈາກໄດ້ເຂົ້າກອງປະຊຸມ Open Market Committee ຢູ່ທີ່ຕຶກຂອງທະນາຄານກາງສະຫະລັດ, ວັນທີ 15 ມິຖຸນາ 2022, ໃນນະຄອນຫຼວງ ວໍຊິງຕັນ.

“ເພື່ອນຮ່ວມງານທັງຫຼາຍຂອງຂ້າພະເຈົ້າ ແລະຂ້າພະເຈົ້າເອງ ຮູ້ດີຢ່າງຈິງຈັງວ່າ ອັດຕາເງິນເຟີ້ທີ່ສູງ ເຮັດໃຫ້ເກີດຄວາມຍາກລຳບາກຫຼວງຫຼາຍ ໂດຍສະເພາະຕໍ່ພວກຄົນທີ່ບໍ່ສາມາດຊື້ເຄື່ອງຂອງຈຳເປັນທີ່ມີລາຄາແພງຫຼາຍຂຶ້ນກວ່າເກົ່າ ເຊັ່ນວ່າ ອາຫານ, ທີ່ພັກອາໄສ ແລະ ການຂົນສົ່ງ” ນັ້ນແມ່ນຄຳເວົ້າຂອງທ່ານ ພາວ ທີ່ໄດ້ກ່າວໄປ ແລະທ່ານກ່າວຕື່ມອີກວ່າ ລັດຖະບານກາງແມ່ນ “ມຸ່ງ​ໝັ້ນ​ຢ່າງແຮງກ້າ ທີ່ຈະເຮັດໃຫ້ອັດຕາເງິນເຟີ້ກັບຄືນມາຢູ່ 2 ເປີເຊັນຕາມຈຸດປະສົງຂອງພວກເຮົາ.”

ອັດຕາເງິນເຟີ້ ຂັບດັນໃຫ້ລາ​ຄາສຳລັບເຄື່ອງຂອງຕ່າງໆທີ່ປະຊາຊົນຊື້ ຢ່າງເປັນປະຈຳສູງຂຶ້ນ, ຈາກນ້ຳມັນແອັດ​ຊັງໄປຫາອາຫານ ແລະເຄື່ອງນຸ່ງ. ມັນຍັງສາມາດຂັບດັນລາຄາສິ່ງຂອງທີ່​ມີ​ລາ​ຄາ​ແພງ​ໃຫ້ສູງຂຶ້ນເຊັ່ນ ລົດຍົນ, ເຄື່ອງໃຊ້ຕ່າງໆ ແລະ ເຄື່ອງເຮືອນເປັນຕົ້ນ.

ຍຸດທະສາດທີ່ຢູ່ເບື້ອງຫຼັງການເພີ້ມອັດຕາດອກເບ້ຍຂອງລັດຖະບານກາງນັ້ນ ແມ່ນເພື່ອຫລຸດຜ່ອນຄວາມຮຽກ​ຮ້ອງຕ້ອງການລົງ ຊຶ່ງສາມາດຊ່ອຍໃຫ້ລາຄາສິນຄ້າຫຼຸ​ດລົງ.

ໃນຂະນະທີ່ອັດຕາດອກເບ້ຍເພີ້ມສູງຂຶ້ນ ພວກຜູ້ບໍລິໂພກ ກໍຈະບໍ່ຄ່ອຍກູ້ຢືມເງິນເພື່ອໃຊ້ຈ່າຍໃນສິ່ງທີ່​ມີ​ລາ​ຄາ​ແພງເຊັ່ນວ່າ ລົດຍົນ ແລະເຮືອນ. ໃນບໍ່ເທົ່າໃດອາທິດທີ່​ຜ່ານ​ມາ, ຍົກຕົວຢ່າງ, ອັດຕາດອກເບ້ຍ ສຳລັບເງິນກູ້ຢືມຊື້ເຮືອນເປັນ​ເວ​ລາ 30 ປີ ໃນສະຫະລັດ ຊຶ່ງມີດອກເບ້ຍຕ່ຳກວ່າ 5 ເປີເຊັນ ໃນເດືອນມີນາ ກໍໄດ້ເພີ້ມສູງຂຶ້ນເກີນກວ່າ 6.7 ເປີເຊັນ. ມັນຍັງສົ່ງຜົນກະທົບໃນການຕັດສິນໃຈ ໂດຍເຈົ້າຂອງທຸລະກິດທັງຫຼາຍທີ່ຈະທຳລົງທຶນໃໝ່ຫຼືບໍ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG