ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່າມກາງ ທີ່ມີການຕໍ່ວ່າ ໃນການແຍກຄອບຄົວ ສະພາຕ່ຳ ກໍມີແຜນ ທີ່ຈະ ລົງຄະແນນສຽງ


ພວກຄົນເຂົ້າຮ່ວມ ໃນການປະທ້ວງຕໍ່ຕ້ານ ນະໂຍບາຍຄົນເຂົ້າເມືອງ ຂອງສະຫະລັດ ເມື່ອບໍ່ດົນມານີ້ ທີ່ໄດ້ແຍກພວກເດັກນ້ອຍ ຈາກຄອບຄົວຂອງພວກເຂົາເຈົ້າ ໃນເວລາ ທີ່ເຂົາເຈົ້າເຂົ້າມາໃນສະຫະລັດ ໃນຖານະຄົນເຂົ້າເມືອງຜິດກົດໝາຍ, ຢູ່ຕໍ່ໜ້າ ກະຊວງຮັກສາຄວາມປອດໄພ ພາຍໃນ ສະຫະລັດ ໃນເມືອງ ເອລີຊາເບັດ ລັດ ນິວ ເຈີຣຊີ, ວັນທີ 17 ມິຖຸນາ 2018.
ພວກຄົນເຂົ້າຮ່ວມ ໃນການປະທ້ວງຕໍ່ຕ້ານ ນະໂຍບາຍຄົນເຂົ້າເມືອງ ຂອງສະຫະລັດ ເມື່ອບໍ່ດົນມານີ້ ທີ່ໄດ້ແຍກພວກເດັກນ້ອຍ ຈາກຄອບຄົວຂອງພວກເຂົາເຈົ້າ ໃນເວລາ ທີ່ເຂົາເຈົ້າເຂົ້າມາໃນສະຫະລັດ ໃນຖານະຄົນເຂົ້າເມືອງຜິດກົດໝາຍ, ຢູ່ຕໍ່ໜ້າ ກະຊວງຮັກສາຄວາມປອດໄພ ພາຍໃນ ສະຫະລັດ ໃນເມືອງ ເອລີຊາເບັດ ລັດ ນິວ ເຈີຣຊີ, ວັນທີ 17 ມິຖຸນາ 2018.

ໃນຂະນະທີ່ບັນດາສະມາຊິກສະພາຕ່ຳ ກະກຽມທີ່ຈະລົງຄະແນນສຽງຕາມທີ່ໄດ້ຄາດ
ໝາຍໄວ້ ກ່ຽວກັບ ການປະຕິຮູບຂະໜາດໃຫຍ່ ຕໍ່ກົດໝາຍຄົນເຂົ້າເມືອງຂອງສະຫະລັດ
ໃນສັບປະດານີ້ ຄະນະລັດຖະບານຂອງທ່ານທຣຳ ກໍກ່າວປົກປ້ອງ ການແຍກພວກເດັກ
ນ້ອຍບາງສ່ວນ ທີ່ເຂົ້າມາໃນປະເທດໂດຍຜິດກົດໝາຍ ອອກຈາກພໍ່ແມ່ຂອງພວກເຂົາເຈົ້າ.

ຜ່ານໆມາ ການປະຕິບັດແບບນີ້ບໍ່ຄ່ອຍເກີດຂຶ້ນ ແຕ່ມາດຽວນີ້ ເຈົ້າໜ້າທີ່ລັດຖະບານກາງ
ຈະແຍກພວກຄອບຄົວ ພວກທີ່ຂໍລີ້ໄພ ຫຼື ພະຍາຍາມທີ່ຈະເຂົ້າມາໃນສະຫະລັດ ແບບຜິດ
ກົດໝາຍ ຢ່າງເປັນປົກກະຕິ. ພວກເດັກນ້ອຍ ປະມານ 2,000 ຄົນ ໄດ້ຖືກແຍກຈາກຄອບ
ຄົວຂອງພວກເຂົາເຈົ້າ ຕະຫຼອດໄລຍະຫົກສັບປະດາ ທີ່ໄດ້ຍຸຕິລົງ ໃນເດືອນພຶດສະພາ
ຜ່ານມາ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ ຄະນະລັດຖະບານ ໃນສັບປະດາແລ້ວນີ້.

ພາບວີດີໂອ ທີ່ໄດ້ຖືກເປີດເຜີຍ ໂດນລັດຖະບານສະຫະລັດ ສະແດງໃຫ້ເຫັນ ໃນອັນທີ່
ປາກົດວ່າ ເປັນສະພາບການດ້ານມະນຸດສະທຳ ຢູ່ທີ່ສະຖານພັກເຊົາຊົ່ວຄາວ ສຳລັບ
ພວກເດັກນ້ອຍ. ແຕ່ການຕໍ່ວ່າຕໍ່ຂານ ກ່ຽວກັບ ນະໂຍບາຍ“ບໍ່ມີການຜ່ອນຜັນ ຫຼື zero
tolerance”
ຂອງຄະນະລັດຖະບານທ່ານທຣຳ ສຳລັບພວກຄົນທີ່ເຂົ້າມາໃນປະເທດ
ໂດຍບໍ່ຖືກຕ້ອງນັ້ນ ແມ່ນເພີ້ມຂຶ້ນນັບມື້.

Washington Refocuses on Immigration Amid Family Separation Furor
please wait

No media source currently available

0:00 0:02:54 0:00

ຂ້າຫຼວງໃຫຍ່ ເພື່ອສິດທິມະນຸດຂອງສະຫະປະຊາຊາດ ທ່ານ ເຊອີດ ຣາອາດ ອາລ
ຮູເຊນ ໄດ້ກ່າວ ໃນວັນຈັນມື້ນີ້ວ່າ ການຫາທາງທີ່ຈະສະກັດກັ້ນພວກຜູ້ປົກຄອງ ດ້ວຍ
ການລົງໂທດຕໍ່ພວກເດັກນ້ອຍ ແມ່ນ “ບໍ່ມີເຫດຜົນເລີຍ.”

ທ່ານ ເຊອີດ ໄດ້ເວົ້າວ່າ “ທ່ານປະທານາທິບໍດີ ຜູ້ຄົນທົ່ວໄປ ບໍ່ສາມາດສູນເສຍສິດທິ
ຂອງພວກເຂົາເຈົ້າໄດ້ ໂດຍການທີ່ພວກເຂົາຂ້າມຊາຍແດນ ໂດຍປາດສະຈາກວີຊາ.
ຂ້າພະເຈົ້າ ຮູຸ້ສຶກເສົ້າສະຫລົດໃຈ ທີ່ຫຼາຍໆປະເທດ ໄດ້ຮັບຮອງເອົານະໂຍບາຍ ທີ່ມີ
ເຈຕະນາເຮັດທຸກສິ່ງທຸກຢ່າງທີ່ເປັນໄປໄດ້ ເພື່ອໃຫ້ພວກເຂົາເຈົ້າ ເອງບໍ່ເຕັມໃຈຮັບ
ເອົາ ໂດຍການເພີ້ມຄວາມທຸກທໍລະມານ ໃຫ້ແກ່ພວກຄົນທີ່ອ່ອນແອຢູ່ແລ້ວ.”

ສ່ວນທ່ານທຣຳ ຍັງມອງເບິ່ງບັນຫາຖົກຖຽງກັນ ເລື້ອງຄົນເຂົ້າເມືອງຂອງອາເມຣິກາ ໃນແງ່ຂອງຄວາມປອດໄພຂອງມະຫາຊົນ ໂດຍຫຼາຍໆຄັ້ງຜ່ານມາ ຈະບົ່ງຊີ້ໃສ່ ພວກ
ສະມາຊິກແກັ່ງອັນຕະພານທີ່ໂຫດຮ້າຍ ຂອງອາເມຣິກາກາງ ໃນຂະນະທີ່ ທ່ານສະ
ແຫວງຫານະໂຍບາຍທີ່ເຄັ່ງຂັດ ຂຶ້ນກວ່າເກົ່າ.

ທ່ານປະທານາທິບໍດີ ຍັງໄດ້ຖິ້ມໂທດໃສ່ພັກເດໂມແຄຣັດ ຊ້ຳແລ້ວຊ້ຳອີກ ສຳລັບ ການ
ແບ່ງແຍກຄອບຄົວນັ້ນ ໂດຍກ່າວອ້າງທີ່ບໍ່ຖືກຕ້ອງວ່າ ພວກສະມາຊິກພັກເດໂມແຄຣັດ
ເປັນຜູ້ຮັບຜິດຊອບ ຕໍ່ສະຖານະການດັ່ງກ່າວນັ້ນ. ຄະນະລັດຖະບານຂອງທ່ານທຣຳ
ໄດ້ຈັດຕັ້ງປະຕິບັດນະໂຍບາຍ ເພື່ອຈັບກຸມພວກອົບພະຍົບໝົດທຸກຄົນ ທີ່ຂ້າມຊາຍ
ແດນ ສະຫະລັດ ເຂົ້າມາຢ່າງຜິດກົດໝາຍ ລວມທັງພວກທີ່ສະແຫວງຫາການຂໍລີ້ໄພ
ແລະ ຍ້ອນວ່າ ພວກເດັກນ້ອຍບໍ່ສາມາດ ສົ່ງໄປສະຖານທີ່ຄວບຄຸມດຽວກັນກັບ ພໍ່ແມ່
ຂອງພວກເຂົາເຈົ້າ ດັ່ງນັ້ນ ພວກເດັກນ້ອຍ ຈຶ່ງຕ້ອງໄດ້ຖືກແຍກຈາກກັນ.

US Immigrant Chase
please wait
Embed

No media source currently available

0:00 0:01:24 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG