ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ເພັນສ໌ ກ່າວຢໍ້າວ່າ ທ່າມກາງການເພີ່ມຂຶ້ນ ຂອງ ໄວຣັສໂຄໂຣນາ, ອັດຕາຜູ້ເສຍຊີວິດ ແມ່ນຕໍ່າທີ່ສຸດ ໃນເດືອນນີ້


ຮອງປະທານາທິບໍດີ ເພັນສ໌ ປົດໜ້າກາກອອກ ໃນຂະນະທີ່ທ່ານຂຶ້ນກ່າວຄຳປາໄສ ຢູ່ນຳນັກງານໃຫຍ່ການບໍລິການດ້ານສາທາລະນະສຸກ ສະຫະລັດ, ເມືອງ ຣັອກວິລ, ລັດແມຣີແລນ. 30 ມິຖຸນາ, 2020.
ຮອງປະທານາທິບໍດີ ເພັນສ໌ ປົດໜ້າກາກອອກ ໃນຂະນະທີ່ທ່ານຂຶ້ນກ່າວຄຳປາໄສ ຢູ່ນຳນັກງານໃຫຍ່ການບໍລິການດ້ານສາທາລະນະສຸກ ສະຫະລັດ, ເມືອງ ຣັອກວິລ, ລັດແມຣີແລນ. 30 ມິຖຸນາ, 2020.

ທ່າມກາງຄວາມເປັນຫ່ວງຢ່າງຕໍ່ເນື່ອງ ໃນບັນດາສະມາຊິກຂອງໜ່ວຍປະຕິບັດ ການໄວຣັສໂຄໂຣນາທຳນຽບຂາວ ທີ່ທ່ານນຳພານັ້ນ, ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ໄດ້ກ່າວຢໍ້າເຖິງແງ່ບວກໃນສະຖານະການປັດ ຈຸບັນຂອງໂຣກລະບາດ ກ່ອນການເດີນທາງໄປລັດ ອາຣິໂຊນາ ໃນວັນພຸດມື້ນີ້, ເຊິ່ງເປັນນຶ່ງໃນຫຼາຍເຂດ ທີ່ມີການຕິດເຊື້ອເພີ່ມຂຶ້ນຫຼາຍທີ່ສຸດ.

ທ່ານ ເພັນສ໌ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ ໃນລະຫວ່າງການ ຢ້ຽມຢາມສຳນັກ ງານໃຫຍ່ ຂອງກະຊວງບໍລິການດ້ານສາທາລະນະສຸກ ສະຫະ ລັດ ວ່າ “ອັດຕາການເສຍຊີວິດແມ່ນຢູ່ລະດັບທີ່ຕໍ່າທີ່ສຸດ ນັບຕັ້ງແຕ່ເດືອນມີນາ ເປັນຕົ້ນມາ. ພວກເຮົາຢູ່ໃນຈຸດທີ່ດີກວ່າ 4 ເດືອນທີ່ຜ່ານມາ, ແມ່ນກະທັງສອງ ເດືອນແລ້ວນີ້.”

ທ່ານ ເພັນສ໌ ໄດ້ກ່າວຢໍ້າວ່າ ມັນມີ 12 ລັດ “ທີ່ມີກໍລະນີເພີ່ມຂຶ້ນ ແລະ ກໍລະນີ ເປີເຊັນການກວດໂຣກເປັນຜົນບວກ” ແລະ ອີກ 28 ລັດທີ່ມີອັນນຶ່ງ ຫຼືບໍ່ກໍອີກ ອັນນຶ່ງໃນສອງສະຖານະການນັ້ນ.”

ນອກຈາກລັດ ອາຣິໂຊນາ ແລ້ວ, ທ່ານ ເພັນສ໌ ກໍຍັງຈະໄປຢ້ຽມຢາມລັດ ເທັກຊັສ ໃນອາທິດນີ້, ເຊິ່ງແມ່ນອີກລັດນຶ່ງ ທີ່ໄດ້ຮັບຜົນກະທົບໜັກສຸດ.

ທ່ານ ເພັນສ໌ ໄດ້ປະກາດວ່າ ທີມຂອງເຈົ້າໜ້າທີ່ຊ່ວຍເຫຼືອການແພດຕໍ່ໄພພິບັດ 62 ຄົນ ທີ່ຖືກສົ່ງໂດຍຫ້ອງການບໍລິຫານເຫດການສຸກເສີນລັດຖະບານກາງ ຕອນນີ້ແມ່ນໄດ້ໄປຮອດລັດ ອາຣິໂຊນາ ແລ້ວ.

ຕົວເລກຂອງກໍລະນີໄວຣັສໂຄໂຣນາໃນລັດ ເທັກຊັສ ໃນວັນອັງຄານວານນີ້ໄດ້ ເພີ່ມຂຶ້ນເຖິງ 6,975 ກໍລະນີ, ເຊິ່ງເປັນການເພີ່ມຂຶ້ນທີ່ສູງທີ່ສຸດໃນວັນດຽວ ນັບ ຕັ້ງແຕ່ໂຣກລະບາດໄດ້ເລີ່ມຂຶ້ນ, ອີງຕາມພະແນກສາທາລະນະສຸກຂອງລັດ.

ທັງໝົດ 50 ລັດແມ່ນໄດ້ເປີດເສດຖະກິດຂອງເຂົາເຈົ້າຄືນ, ອີງຕາມການກ່າວ ຂອງທ່ານ ເພັນສ໌, ແຕ່ແນວໃດກໍຕາມ 16 ລັດ ແມ່ນໄດ້ຫຼຸດຜ່ອນ ກ່ຽວກັບ ການອະນຸຍາດໃຫ້ເຮັດບາງກິດຈະກຳ, ເຊິ່ງເປັນການເຄື່ອນໄຫວທີ່ທ່ານຮອງປະ ທານາທິບໍດີໄດ້ກ່າວຢໍ້າວ່າ ທ່ານສະໜັບສະໜູນຢ່າງເຕັມທີ່.

ທ່ານໄດ້ທຳນາຍວ່າ “ພວກເຮົາຈະເຮັດໃຫ້ການແຜ່ລາມຊ້າລົງ. ພວກເຮົາຈະຫຼຸດຜ່ອນກໍລະນີການຕິດເຊື້ອ ແລະ ພວກເຮົາຈະຊ່ວຍຊີວິດຂອງປະຊາຊົນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG