ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວອາເມຣິກັນ ຢາກມີ ຄວາມສໍາພັນ ກັບ Cuba ຫຼາຍຂຶ້ນ (ວີດີໂອ)


Americans Want Closer Ties with Cuba
please wait

No media source currently available

0:00 0:03:13 0:00
ລິງໂດຍກົງ
ນັບ​ຕັ້ງ​ແຕ່ ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້ປະກາດອະນຸຍາດ​ໃຫ້​
ປະຊາຊົນ​ອາ​ເມຣິກັນ​ ເດີນທາງ​ໄປ​ຍັງຄິວ​ບາ ຫຼືກຸຍ​ບາ ​ໄດ້ອີກ ​
ແບບ​ມີ​ຂອບ​ເຂດ​ຈໍາກັດ ໃນ​ປີ 2011 ນັ້ນ ຊາວ​ອາ​ເມຣິກັນ​ຫຼາຍ​
ແສນ​ຄົນກໍ​ໄດ້ເຂົ້າໄປ​ທ່ອງ​ທ່ຽວ​ໃນ​ປະ​ເທດ​ຄອມ​ມີ​ວນີສ​ແຫ່ງນັ້ນ
ຫຼາຍໆ​ຄົນເວົ້າ​ວ່່າ ມັນ​ເຖິງ​ເວລາ​ແລ້ວທີ່​ຈະ​ທົບທວນເບິ່ງ​ຄວາມ​
ສໍາພັນ​ລະຫວ່າງ​ສະຫະລັດ​ແລະ​ຄິວ​ບາ ​ທີ່​ໄດ້​ຢຸດ​ສະ​ງັກລົງມາ​
ໄດ້​ຫຼາຍ​ກວ່າ 50 ປີນັ້ນ​. ຜູ້​ສື່ຂ່າວ​ວີໂອ​ເອ Zlatica Hoke ມີ​
ລາຍ​ງານ​ເລຶ່ອງນີ້​ເພີ່ມ​ຕື່ມ ຊຶ່ງ​ທອງ​ປານ ຈະ​ນໍາ​ມາສະ​ເໜີ​ທ່ານ
​ໃນ​ອັນ​ດັບ​ຕໍ່​ໄປ

ລິງໂດຍກົງ

ຜົນ​ການ​ຢັ່ງ​ຫາງ​ສຽງ​ມະຫາຊົນ​ພົບ​ວ່າ ຫຼັງ​ຈາກ​ໄດ້​ໄປ​ທ່ຽວ​ຊົມ​ຄິວ​ບາ​ມາ​ແລ້ວນັ້ນ ຊາວ​ອາ​ເມຣິກັນ​ຫຼາຍໆ​ຄົນ​ມີ​ຄວາມ​ເຫັນ​ວ່າ ​ເຂົາ​ເຈົ້າ​ຢາກໃຫ້ ສະຫະລັດ​ມີ​ຄວາມສໍາພັນ​ທີ່​ໃກ້ຊິດ​ຂື້ນ ​ກັບປະ​ເທດ​ເກາະດອນ​ດັ່ງກ່າວ.​ Ellen Lansberger ຈາກ​ນີວຢ໊ອກ ກໍ​ເປັນ​ຜູ້​ນຶ່ງ​ໃນ​ນັ້ນ.

ທ່ານນາງ Lansberger ​ເວົ້າ​ວ່າ: “ຂ້າພະ​ເຈົ້າຄິດ​ວ່າ ຄວາມ​ສໍາພັນ​ລະຫວ່າງ​ສະຫະລັດ ​ກັບຄິວ​ບາ ໜ້າ​ຈະ​ເປີດ​ກວ້າງ​ໄດ້​ແລ້ວ. ຄົນ​ເຮົາ​ຕ້ອງ​ໄດ້​ເວົ້າ​ນໍາກັນ ​ແບ່ງປັນ​ຄວາມ​ຄິດ​ເຫັນ​ກັນ. ພວກ​ເຮົາ​ມີ​ລະບົບ​ການ​ຄ້າ​ເສລີ ທີ່​ກໍາລັງດໍາ​ເນີນ​ໄປ​ຢູ່​ໃນ​ຂະນະ​ນີ້ ລະຫວ່າງ​ສະຫະລັດ ​ແມັກ​ຊິ​ໂກ ​ແລະ​ຄາ​ນາ​ດາ ​ໂດຍ​ປາດ​ສະ​ຈາກ​ພົມ​ແດນ​ທາງ​ເສດຖະກິດ​ ​ແລະ​ເຮົາ​ມີ​ປະ​ເທດ​ເກາະ​ນ້ອຍໆ​ນີ້ ​ໃກ້​ບ້ານ​ເຮົາ ທີ່​ບໍ່​ປະກົດ​ວ່າ​ເປັນ​ໄພ​ຂົ່ມຂູ່​ຕໍ່​ສະຫະລັດ​ແຕ່​ຢ່າງ​ໃດ ທີ່​ພວກ​ເຮົາ​ກໍາລັງ​ໂດດ ດ່ຽວ​ຈາກ​ໂລກ​ນັ້ນ ມັນ​ບໍ່​ມີເຫດຜົນ​ຫຍັງ​ເລີຍ.”

​ສະຫະລັດ​ໄດ້​ຕັດ​ສາຍ​ສໍາພັນ​ທາງ​ການ​ທູດ​ກັບ​ຄິວ​ບາ​ໃນ​ປີ 1961 ຫຼັງ​ຈາກ ຜູ້​ນໍາ​ຄອມ​ມີ​ວນີສ Fidel Castro ຂຶ້ນມາ​ກໍາ​ອໍານາດ. ນອກ​ນີ້​ ສະຫະລັດ ຍັງ​ໄດ້ຫ້າມ​ການ​ຕິດ​ຕໍ່​ພົວ ພັນ​ທາງ​ເສດຖະກິດຢ່າງ​ເຄ່ງ​ຄັດ ​ກັບ​ເກາະ​ຄິວ​ບາ ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ລັດ​ຟລໍ​ຣິດາ​ຂອງ​ສະຫະລັດ​ ໄປ​ທາງ​ທິດ​ໃຕ້​ປະມານ 150 ກິ​ໂລແມັດ​ນັ້ນ. ​ແຕ່​ຫຼັງ​ຈາກການ​ເປັນ​ປໍ​ລະ​ປັກ ກັນ​ມາ ເປັນ​ເວລາ​ຫຼາຍ​ກວ່າ 50 ປີແລ້ວ​ນັ້ນ ຫຼາຍໆ​ຄົນ​ຈາກ​ທັງ​ສອງປະ​ເທດ ກໍຢາກ​ໃຫ້ ການ​ຫ້າມ​ດັ່ງ ກ່າວ​ນັ້ນ ​ຍຸຕິ​ລົງ.

Delia Maria Barroso ​ເປັນ​ຫົວໜ້າ​ຄະນະ​ເຕ້ນ​ລະ​ບໍາ Danzares ຂອງ​ຄິວ​ບາ.

ນາງ ບາຣາສ​ໂຊ ​ເວົ້າ​ວ່າ: “ຂ້າພະ​ເຈົ້າຄິດ​ວ່າ ພວກ​ຄົນ​ໃນ​ຂົງ​ເຂດ​ອາ​ເມຣິກາ​ເໜືອ ກໍ​ຄື​ກັນ​ກັບ​ຄົນ​ຄິວ​ບາ​ຫັ້ນ​ຫຼ່ະ ຄື​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ ຮັກ ​ແພງຊຶ່ງ​ກັນແລະ​ກັນ ແລະ​ມີ​ຄວາມ​ປາດ​ຖະໜາ​ຈະ​ສະ​ແດງ​ຄວາມ​ຄິດ​ຄວາມ ​ເຫັນ ​ແລະ​ຕິດ​ຕໍ່​ຫາ​ກັນ. ຂ້າພະ​ເຈົ້າຄິດ​ວ່າ ສິ່ງທີ​່ພວກ​ເຮົາ​ທັງ​ໝົດຂາດເຂີນ​ນັ້ນ ກໍ​ຄື​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ໄດ້​ຮັບ​ຄວາມ​ອົບ​ອຸ່ນອັນ​ນັ້ນ ​ເພື່ອ​ວ່າ​ພວກ​ເຮົາຈະ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ​ດີ​ຂຶ້ນ ເພາະວ່າ​ ຖ້າ​ຈະ​ເວົ້າ​ໄປ​ແລ້ວ ພວກ​ເຮົາ​ກໍ​ຄື​ເພື່ອນ​ບ້ານ​ກັນ​.”

​ຕະຫຼອດຫຼາຍໆ​ປີ​ຜ່ານມາ​ ການ​ເຄຶ່ອນ​ໄຫວ​ໃດ​ໆ​ ໂດຍບັນດາ​ນັກ​ການ​ເມືອງ​ສະຫະລັດ ​ເພື່ອຈະປັບປຸງ​ຄວາມ​ສໍາພັນ​ກັບ​ຄິວ​ບາ​ນັ້ນ ​ກໍ​ປາກົດ​ວ່າ​ ໄດ້​ຖືກ​ຂັດຂວາງ​ໂດຍ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ຄິວ​ບາ ຄືພວກ​ທີ່​ໄດ້​ຫຼົບໜີ​ຈາກ​ການປົກຄອງ​ລະບອບ​ຄອມ​ມີ​ວນີສ ຊຶ່ງ​ສ່ວນ​ຫຼາຍ​ ໄປ​ອາ​ໄສ​ຢູ່​ໃນ​ລັດ​ຟລໍ​ຣິດາ. ​ແຕ່ພວກຄົນ​ລຸ້ນ​ໃໝ່ ຊາວ​ອາ​ເມຣິກັນ​ເຊື້ອ​ຄິວ​ບາ ທີ່​ເກີດຢູ່​ໃນ​ສະຫະ ລັດ ຕ້ອງການ​ຢາກ​ຈະ​ກັບ​ຄືນ​ໄປ​ຢ້ຽມຢາມ​ດິນ​ແດນ​ບັນພະບຸລຸດ​ຂອງ​ພວກເຂົາ​ເຈົ້າ​. ລັດຖະບານ​ໂອ​ບາ​ມາ ​ໄດ້​ອະນຸຍາດ​ໃຫ້​ມີ​ ອັນທີ່​ເອີ້ນ​ວ່າ ການ​ຢ້ຽມ ຢາມລະຫວ່າງ​ປະຊາຊົນກັບປະຊາຊົນ ອັນ​ເປັນ​ການ​ເປີດ​ໂອ​ກາດ​ໃຫ້​ຊາວ​ອາ​ເມຣິກັນ ​ເດີ​ນທາງ​ໄປ​ຄິວ​ບາ​ໄດ້ ຖ້າ​ຫາກ​ພວກ​ເຂົາ​ເຈົ້າ ມີ​ຄອບຄົວ​ຢູ່ທີ່​ນັ້ນ​ ຫຼື​ຢາກ​ໄປຢ້ຽມຢາມ​ ເພື່ອ​ເຫດຜົນ​ທາງ​ວັດທະນະ​ທໍາຫຼືສາສະໜາ. ທ່ານ ຈອນ ​ແຄຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ເວົ້າ​ເມື່ອ​ອາທິດ​ຜ່ານ​ມາ​ວ່າ ສະຫະລັດ​ຈະ​ສືບ​ຕໍ່​ປັບປຸງ​ນະໂຍບາຍຂອງ​ຕົນ ​ກ່ຽວ​ກັບ​ຄິວ​ບານັ້ນ ​ໃຫ້ເຂົ້າກັບ​ສະພາບ​ການ.

ທ່ານ ​ແຄ​ຣີ ​ເວົ້າ​ວ່າ: “ທຸກໆ​ປີ​ໃດ ຊາວ​ອາ​ເມ​ຣິກັນ ຫຼາຍ​ແສນ​ຄົນ ພາ ກັນ​ໄປ​ຢ້ຽມຢາມ​ເມືອງ​ຫຼວງຮາ​ວາ​ນາ ຂອງ​ຄິວ​ບາ ​ແລະເງິນ​ຈໍານວນ​ຫຼາຍ​ຮ້ອຍ​ລ້ານ​ໂດ​ລ່າ ​ໃນ​ຮູບ​ຂອງການ​ຄ້າ ແລະເງິນທີ່ສົ່ງ​ໃຫ້​ພີ່ນ້ອງຈາກສະຫະ ລັດ​ ຫຼັ່ງ​ໄຫຼ​ເຂົ້າ​ໄປ​ຍັງ​ຄິວ​ບາ. ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ການແລ​ກປ່ຽນ​ກັນ​ລະຫວ່າງ ມະນຸດ​ກັບ​ມະນຸດ​ ອັນ​ນີ້​. ແລະ​ຢູ່​ໃນ​ສະຫະລັດ​ນີ້ ​ພວກ​ເຮົາ ​ເຊື່ອ​ວ່າ ​ແທ້ໆ​ແລ້ວ​ ພວກ​ປະຊາຊົນ​ຂອງເຮົາແມ່ນເປັນ​ທູດ​ສໍາພັນທີ່​ດີ​ທີ່​ສຸດ​ຂອງ​ເຮົາ.”

​ເວລາ​ນີ້ ​ປະກົດເຫັນ​ຮ່ອງຮອຍ​ວ່າ ລັດຖະບານ​ຄິວ​ບາ​ກໍາລັງ​ເລີ່​ມ​ໂຍະຍານ ຂໍ້​ຈໍາກັດ​ຮັດ​ແຄບ​ຕໍ່ສັງຄົມ​ຂອງ​ຕົນ​ລົງ​ແດ່​ແລ້ວ. ນາງ Yoani Sanchez ນັກຂຽນ​ປຶ້ມແລະ​ຜູ້​ຂຽນ​ລົງ​ເວັບ​ໄຊ້ ທີ່​ຄັດຄ້ານ​ລັດຖະບານ ​ໄດ້​ບອກ​ຜູ້​ຊົມ​ທີ່​ງານສະ​ແດງ​ວັນນະຄະດີບັ້ນ​ນຶ່ງ ທີ່​ເມືອງ Cartagena(ຄາ​ຕາ​ເຮ​ນາ) ປະ​ເທດ​ໂຄ​ລໍາ​ເບຍ​ ​ວ່າ ນາງ​ມີ​ແຜນການ​ຈະ​ເປີດ​ຕົວ​ໜັງສື ພິມ​ລະບົບ​ດິຈິໂຕ​ລ ຫຼືທາງ ອອນ​ລາຍ ສະບັບນຶ່ງ ​ໃນ​ບ້ານ​ເກີດ​ຂອງ​ນາງ ​ໃນ​ຄວາມ​ຄິດ​ເພື່ອ​ຂະຫຍາຍ​ເສລີພາບດ້ານ​ການຂ່າວ​ອອກ​ໄປ.

ນາງ Sanchez ​ເວົ້າ​ວ່າ: “ສິ່ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ ທີ່​ສາມາ​ດເກີດ​ຂຶ້ນ​ໄດ້ ກໍ​ຄື​ວ່າ ມື້​ທໍາ​ອິດ​ທີ່ເຮົາ​ເປີດ​ສື່​ດັງ​ກ່າວ​ຂຶ້ນມາ ພວກ​ເຂົາກໍ​ອາດຈະ​ພັງ​ປະຕູ​ເຂົ້າ​ມາ ​ແລະ​ປິດ​ກັ້ນ​ເວັບ​ໄຊ້ ຊຶ່ງ​ມັນ​ກໍອາດ​ຈະບໍ່​ຮ້າຍ​ແຮ​ງປານ​ໃດ​ ​ເພາະວ່າບໍ່​ມີ​ຫຍັງ​ໜ້າ​ສົນ​ໃຈ​ກວ່າ ສິ່ງ​ທີ່​ຖືກ​ຫ້າມ ​ແມ່ນ​ບໍ່? ​ແຕ່​ມັນ​ກໍ​ຍັງ​ເປັນ​ໄປ​ໄດ້​ເຊັ່ນ​ກັນ​ວ່າ ພວກ​ເຮົາ​ກໍາລັງ​ຈະເລີ່​ມປູກຮາກ​ເຫງົ້າຂອງ​ຂະ​ບວນການ​ໜັງສືພິມ ທີ່​ອາດ​ຈະຢູ່​ເໜືອ​ພວກ​ສື່​ໃນປັດຈຸບັນ​ນີ້ ​ແລະ​ກາຍ​ເປັນ​ໜັງສືພິມ​ຂອງ​ອະນາຄົດ​ໄດ້.”

ນາງ Sanchez ​ເວົ້າ​ວ່າ ຂະນະ​ນີ້ ລັດຖະບານ​ຄິວ​ບາກໍາລັງທໍາ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ ແດ່ໜ້ອຍ​ນຶ່ງແລ້ວ ຍ້ອນ​ວ່າ​ຕົນ​ ບໍ່​ສາມາດ​ເກ້​ຍກ່ອມ​ໃຫ້​ປະຊາຊົນໝັ້ນ​ໃຈ​ໄດ້​ອີກ​ຕໍ່​ໄປ​ແລ້ວ​ວ່າ ​ແດນ​ສະຫວັນ​ພາຍ​ໃຕ້​ລະບອບຄອມ​ມີ​ວນີວ ຂອງ​ຕົນ​ນັ້ນ ຈະ​ກາຍ​ເປັນ​ຈິງ​ຂຶ້ນ​ມາໄດ້​.
XS
SM
MD
LG