ສະຫະລັດ ພາກັນສະຫຼອງວັນພັກ ວັນກຳມະກອນ ຫຼືວັນ Labor Day ໃນມື້ນີ້ ເພື່ອເປັນ
ກຽດໃຫ້ແກ່ບັນດາແຮງງານຊາວອາເມຣິກັນ ທີ່ໄດ້ປະກອບເຂົ້າເປັນພາກສ່ວນນຶ່ງໃນ
ເສດຖະກິດຂອງຊາດ.
ໃນຊຸມປີ 1880 ໄດ້ມີການຊຸກຍູ້ໃຫ້ຮັບເອົາບັນດາແຮງງານຊາວອາເມຣິກັນ ທີ່ຕອນນັ້ນ
ແມ່ນໄດ້ເຮັດວຽກຢ່າງນ້ອຍ 12 ຊົ່ວໂມງ ຕໍ່ວັນ, 6 ມື້ຕໍ່ອາທິດ ດ້ວຍຄ່າແຮງງານທີ່ຕ່ຳ
ມີທັງພວກເດັກນ້ອຍ ທີ່ມີອາຍຸຕ່ຳ ຄື 5 ປີ ກໍແມ່ນພາກສ່ວນນຶ່ງຂອງແຮງງານໃນອຸດສາ
ຫະກຳ ສະໜາມຫຍ້າຕ່າງໆ. ປະກັນໄພສຸຂະພາບແມ່ນບໍ່ເຄີຍມີມາກ່ອນ.
ຕາມຂັ້ນຕອນ ເທື່ອລະກ້າວ ໄດ້ມີການຮ່າງກົດໃນຫຼາຍໆລັດ ແລະຮັບຜ່ານເປັນກົດໝາຍ
ຂຶ້ນມາ ເພື່ອເປັນກຽດ ແກ່ແຮງງານທົ່ວໄປ.
ໃນວັນທີ 28 ເດືອນມິຖຸນາ ປີ 1884 ລັດຖະສະພາ ໄດ້ຮັບຜ່ານມາດຕາທີ່ວ່ານີ້ ຈັດໃຫ້
ວັນຈັນທຳອິດຂອງເດືອນກັນຍາ ໃນແຕ່ລະປີ ໃຫ້ເປັນວັນກຳມະກອນ ແລະຈັດໃຫ້ເປັນວັນພັກແຫ່ງຊາດ.
ໃນຮອບຫຼາຍປີຜ່ານມາ ຫວ່າງມໍ່ໆມານີ້ ສະຫະພັນກຳມະບານ ໄດ້ເຫັນສະມາຊິກຫຼຸດ
ຕ່ຳລົງ ຍ້ອນການຂະຫຍາຍຕົວທາງດ້ານເທັກໂນໂລຈີ ແລະການເສດຖະກິດກໍກາຍມາ
ເປັນແບບໂລກາພິວັດ.
ເຖິງຢ່າງນັ້ນ ກໍຕາມ ສະຫະພັນກຳມະບານ ກໍໄດ້ຕໍ່ສູ້ມາເປັນມາເພື່ອຜົນປະໂຫຍດຂອງຂອງຄົນງານເປັນ ຫຼາຍທົດສະວັດ ຊ່ຶງປັດຈຸບັນ ຖືວ່າເປັນເລື່ອງທຳມະດາໄປແລ້ວ
ໃນສະຖານທີ່ປະກອບອາຊີບຂອງສະຫະລັດ ທີ່ຮວມທັງ ເວລາເຮັດວຽກ 8 ຊົ່ວໂມງຕໍ່ມື້,
5 ມື້ ຕໍ່ອາທິດ ມີປະກັນໄພສຸຂະພາບ ແລະວັນພັກທີ່ທາງບັນດາເຈົ້າຂອງທຸລະກິດຕ້ອງໄດ້ຈ່າຍຄ່າແຮງງານໃຫ້.
ພວກສະມາຊິກສະຫະພັນກຳມະບານຫຼາຍໆຄົນ ໃນປັດຈຸບັນພາກັນເຮັດວຽກໃນລະດັບ
ທ້ອງຖິ່ນ ລະດັບລັດ ແລະລັດຖະບານກາງ ໃນແຮງງານຂອງພວກທີ່ປະກອບອາຊີບທີ່ມີ
ຄວາມຮູ້ ຫຼື white-collar, ບໍ່ແມ່ນໂຮງງານອຸດສາຫະກຳ ບ່ອນທີ່ຂະບວນການເຄື່ອນ
ໄຫວຂອງແຮງງານ ໄດ້ເລີ້ມຂຶ້ນນັ້ນ.
ຕາມຈຸດປະສົງຕົ້ນຕໍ ແມ່ນໃຫ້ເປັນວັນພັກ ຢູ່ໃນບາງເມືອງໃນສະຫະລັດ ໄດ້ສືບຕໍ່ຈັດການເດີນສວນສະໜາມເພື່ອໃຫ້ກຽດແກ່ການຄ້າແລະແຮງງານສະຫະພັນ
ກຳມະບານ ແລະຈັດໃຫ້ມີການມ່ວນຊື່ນລື່ນເລີງ ຕໍ່ພວກພະນັກງານຂອງພວກເຂົາ
ເຈົ້າ ແລະຄອບຄົວຂອງພວກເຂົາເຈົ້ານຳ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ