ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ອາເມຣິກັນ ປັບຕົວເຂົ້າກັບ ການກັກບໍລິເວນ ໄວຣັສໂຄໂຣນາ


Alcohol
please wait
Embed

No media source currently available

0:00 0:02:36 0:00

ໃນຂະນະທີ່ປະຊາຊົນທົ່ວ ສະຫະລັດ ຢູ່ບ້ານຍ້ອນໄພຂົ່ມຂູ່ຂອງໄວ ຣັສໂຄໂຣນາ ນັ້ນ, ເຂົ້າເຈົ້າໄດ້ຮຽນຮູ້ ທີ່ຈະປັບຕົວ ເຂົ້າກັບວິຖີຊີວິດແບບໃໝ່. ນັກຂ່າວວີໂອເອ ຈູລີ ທາໂບ ໄດ້ລົມກັບປະຊາຊົນ ທີ່ອາໄສຢູ່ໃນເຂດນະຄອນ ຫຼວງວໍຊິງຕັນເພື່ອເບິ່ງວ່າ ເຂົາເຈົ້າໃຊ້ປະໂຫຍດຈາກສະຖານະການທີ່ເປັນຕາ ຢ້ານນີ້ແນວໃດ. ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ ໃນ ອັນດັບຕໍ່ໄປ.

ຮ້ານອາຫານທັງຫຼາຍແມ່ນເປົ່າຫວ່າງ.

ເຊັ່ນດຽວກັບຫໍພິພິຕະພັນ, ໂຮງລະຄອນ ແລະ ສະຖານທີ່ໆທີ່ມີຊື່ສຽງອື່ນໆທີ່ ປະຊາຊົນມີແນວໂນ້ມວ່າຈະເຕົ້າໂຮມກັນ ທັງໝົດນີ້ກໍຍ້ອນໄພຂົ່ມຂູ່ຂອງ COVID-19.

ສະນັ້ນປະຊາຊົນທີ່ອາໄສຢູ່ໃນເຂດນະຄອນຫຼວງ ວໍຊິງຕັນ ແມ່ນກຳລັງກະກຽມ ທີ່ຈະຢູ່ນຳກັນຢູ່ບ້ານ.

ນາງ ເດໂບຣາ ເຮຟານ ຜູ້ອາໄສຢູ່ນະຄອນຫຼວງ ວໍຊິງຕັນ ກ່າວວ່າ “ມາກວດ ເບິ່ງຮ້ານຂາຍເຄື່ອງກິນ ແລະ ຂ້າພະເຈົ້າພະຍາຍາມທີ່ຈະເອົາສິ່ງ ທີ່ເຮົາຕ້ອງ ການເທົ່ານັ້ນ ແລະ ບໍ່ເອົາຫຍັງອີກ, ຍ້ອນວ່າ ພວກເຮົາຕ້ອງຮັບປະກັນວ່າຕ້ອງ ໄດ້ຈົ່ງບາງຢ່າງໄວ້ໃຫ້ທຸກຄົນ ແລະ ໃຊ້ສິ່ງທີ່ເຮົາມີໃຫ້ຫຼາຍທີ່ສຸດ.”

ນາງ ແຈນ ຟໍເຣັສ ຜູ້ອາໄສຢູ່ນະຄອນຫຼວງ ວໍຊິງຕັນ ເວົ້າວ່າ “ຂ້າພະເຈົ້າບໍ່ ຢາກເອົາທຸກຢ່າງອອກໄປຈາກຮ້ານຈົນໝົດ ແລະ ຄົນອື່ນໆກໍຈະຕ້ອງການສິ່ງ ຕ່າງໆເຊັ່ນກັນ. ສະນັ້ນຂ້າພະເຈົ້າຕ້ອງມີເຫດຜົນ ກ່ຽວກັບ ມັນ.”

ສຳລັບທ້າວ ເຮັນຣີ ແລະ ທ້າວ ເຈສັນ ໂຄຣນິກ, ການເກັບສຳຮອງເຫຼົ້າໄວ້ ກໍສຳຄັນເຊັ່ນກັນ.

ທ້າວ ເຮັນຣີ ໂຄຣນິກ ລູກຄ້າຮ້ານຂາຍເຫຼົ້າ ເວົ້າວ່າ “ພວກເຮົາຊື້ເຫຼົ້າໄວ້ ເພື່ອວ່າພວກເຮົາຖືກກັກກວດໂຣກ.”

ທ້າວ ເຈສັນ ໂຄຣນິກ ລູກຄ້າຮ້ານຂາຍເຫຼົ້າ ກ່າວວ່າ “ແລະ ພວກເຮົາໄດ້ ຍິນວ່າລັດຖະບານໃນລັດ ເພັນຊິລເວເນຍ ໄດ້ປິດຮ້ານຂາຍເຫຼົ້າໝົດທຸກແຫ່ງ, ສະນັ້ນພວກເຮົາຄິດວ່າຕ້ອງໄດ້ຊື້ໄວ້ ເວລາທີ່ຍັງຊື້ໄດ້ຢູ່.”

ນັ້ນແມ່ນຂ່າວທີ່ດີ ສຳລັບເຈົ້າຂອງຮ້ານຂາຍເຫຼົ້າຄືທ່ານ ມາລຄິດ ຊິງ, ຜູ້ທີ່ ເວົ້າວ່າລາວໄດ້ຮູ້ເຖິງການຂະຫຍາຍຕົວໃນທຸລະກິດເມື່ອໄວໆນີ້.

ທ່ານ ມາລຄິດ ຊິງ, ເຈົ້າຂອງຮ້ານເຫຼົ້າ Chevy Chase Wine & Spirits ເວົ້າວ່າ “ປະຊາຊົນກຳລັງພາກັນເຮັດວຽກຢູ່ບ້ານ, ເຫັນໄດ້ຊັດວ່າເຂົາເຈົ້າຕ້ອງ ການເຫດຜົນບາງຢ່າງເພື່ອໃຫ້ມີຄວາມສຸກຢູ່ບ້ານ ແລະ ເຂົາເຈົ້າຈຶ່ງໄດ້ຊື້ເຫຼົ້າ ຕື່ມອີກພິເສດໜ້ອຍນຶ່ງ.”

ທ່ານນາງ ແອນ ຮູກ ແມ່ນກຳລັງສວຍໃຊ້ເວລາ ທີ່ມີຄຸນຄ່າກັບຄອບຄົວຂອງ ລາວ.

ທ່ານນາງ ແອນ ຮູກ ຜູ້ອາໄສຢູ່ໃນເຂດນະຄອນຫຼວງ ວໍຊິງຕັນ ກ່າວວ່າ “ພະ ຍາຍາມທີ່ຈະໃຊ້ເວລາຢູ່ນອກບ້ານໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ພວກເຮົາໄດ້ກັກ ຕົວຢູ່ໃນບ້ານໝົດມື້, ແລະ ສະນັ້ນພວກເຮົາຈຶ່ງອອກມາຫຼິ້ນ ຢູ່ສວນສາທາລະ ນະ.”

ທ້າວ ຣອນ ສລັອດຄິນ ຜູ້ອາໄສຢູ່ເຂດນະຄອນຫຼວງ ວໍຊິງຕັນ ເວົ້າວ່າ “ຂ້າພະ ເຈົ້າມ່ວນຊື່ນກັບການໃຊ້ເວລານຳສັດລ້ຽງຂອງຂ້າພະເຈົ້າຫຼາຍຂຶ້ນ.”

ນັ້ນແມ່ນ ຮັນນີ້

ແລະ ນັ້ນແມ່ນ ເທັດດີ…

ທ້າວ ຈັກ ດິວສ໌, ເຈົ້າຂອງໝາ ເທັດດີ ເວົ້າວ່າ “ລາວແມ່ນໝາທີ່ງາມຫຼາຍ. ຂ້າພະເຈົ້າເອົາລາວມາສືບອາກາດສົດໃນລະດູບານໃໝ່.”

ນາງ ໂຊເຟຍ ພານຈາລ ເວົ້າວ່າ “ຂ້າພະເຈົ້າກຳລັງເຮັດເຂົ້າໜົມ ຄັບເຄັກ.”

ນາງ ໂຊເຟຍ ພານຈາລ ແມ່ນກຳລັງໃຊ້ເວລາຂອງລາວໃຫ້ດີທີ່ສຸດຈາກໂຮງ ຮຽນຂອງລາວ.

ນາງເວົ້າວ່າ “ຂ້າພະເຈົ້າກຳລັງສ້າງພາບວັນ ອີສເຕີ ດ້ວຍໂຕກະຕ່າຍ ແລະ ຫຍ້າ…”

ນາງກຳລັງຕົບແຕ່ງເຂົ້າໜົາ ຄັບເຄກ ຂອງລາວ.

ນາງ ໂຊເຟຍ ໄດ້ໂທລະສັບວິດີໂອ ກັບໝູ່ຂອງລາວ, ແລະ ໃຊ້ເວລາກັບ ນ້ອງສາວຂອງລາວ ນາງ ແຈສມິນ.

ນາງ ໂຊເຟຍ ພານຈາລ ຜູ້ອາໄສຢູ່ໃນນະຄອນຫຼວງ ວໍຊິງຕັນ ເວົ້າວ່າ “ຂ້າພະເຈົ້າດີໃຈຫຼາຍ ເພາະ ວ່າພວກເຮົາໄດ້ໃຊ້ເວລາກັບຄອບຄົວຂອງຂ້າພະເຈົ້າ ຫຼາຍຂຶ້ນ ແລະ ພວກເຮົາໄດ້ໄປຂີ່ລົດຖີບລົງໄປທາງນ້ອຍຢູ່ແຖວບ້ານຂອງພວກເຮົາ ແລະ ພວກເຮົາກໍໄດ້ເຮັດງານຫັດຖະກຳຫຼາຍຢ່າງ ແລະ ພວກເຮົາໄດ້ ເຮັດເຂົ້າໜົມ ຄັບເຄັກ.”

ທັງຜູ້ໃຫຍ່ ແລະ ເດັກນ້ອຍ, ເຖິງແມ່ນຈະຢູ່ໃນສະຖານະການທີ່ຫຍຸ້ງຍາກນີ້ ກໍຕາມ, ຜູ້ອາໄສຢູ່ໃນເມືອງກໍເບິ່ງຄືວ່າ ຈະຮັບມືກັບສະຖານະການ ໄດ້ເປັນ ຢ່າງດີ.

ທ່ານ ເຮັນຣີ ເຄສັນ ຜູ້ອາໄສຢູ່ເຂດນະຄອນຫຼວງ ວໍຊິງຕັນ ເວົ້າວ່າ “ມັນມັກ ຈະມີຄວາມຮູ້ສຶກດີຕະຫຼອດທີ່ຈະກິນເຫຼົ້າ ມາກຕີນີ ໃນຕອນທ້າຍຂອງວັນທີ່ຕຶງ ຄຽດ ແລະ ຄິດ ກ່ຽວກັບ ເວລາທີ່ດີກວ່າເກົ່າໃນຂ້າງໜ້າ, ເຊິ່ງຂ້າພະເຈົ້າກຳລັງ ຄິດ, ກຳລັງຫວັງ ວ່າຈະມາໃນໄວໆນີ້.”

As more people across the US stay home due to the threat of the coronavirus, they are learning to adapt to a new way of life. VOA’s Julie Taboh spoke with a few Washington area residents to see how they’re making the best of a scary situation.

Restaurants are empty.

So are museums, movie theaters and other popular places that people tend to gather… all due to the threat of COVID-19.

So Washington-area residents are preparing to stay closer to home.

“Just checking out the grocery store and I try to just take exactly what we need and no more, because we gotta make sure to leave something for everybody ((and making the best of what we have.”))

“I don't want to clean out the store and other people will need things too, ((so trying to be reasonable about it.”))

For Henry and Jason Cronic, stocking up on alcohol is also important.

“We’re buying alcohol in case we get quarantined.”

“And we’d heard that the Pennsylvania government had closed all the state liquor stores, so we figured get [[it]] while the getting is good.”

That’s good news for liquor store owner Malkit Singh, who says he’s noticed an uptick in business lately.

“People are working from home, obviously they need some reason to stay happy at home and they’re buying a little extra booze.”

Ann Hoog is savoring quality time with her family.

“Trying to spend the time being outside as much as possible. We've been cooped up all day inside the house, and so we are coming out to the park.”

“I'm enjoying spending more time with my pet.”

That’s Honey …

And that’s Teddy…

“He’s just a gorgeous guy. Just getting him out for some fresh air share in the springtime.”

Sophia Panchal is making the best of her time away from school…

She decorates cupcakes,

does FaceTime with her friends, and spends time with her sister Jasmine.

“I'm really happy 'cause we get more time to spend with my family and we’ve been bike riding down our alleyway and we've been doing a lot of crafts and we made cupcakes.”

Adults and children alike...despite these trying times, city residents seem to be taking it all in stride.

“It's always pleasant to have a martini at the end of a stressful day and think about better times to come, which I'm thinking, I'm hoping, are around the corner.”

XS
SM
MD
LG