ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ລະບຸຊື່ ຄົນອາເມຣິກັນ ທີ່ໂຈມຕີ ດ້ວຍລະເບີດ ສະຫຼະຊີບ ຢູ່ຊີເຣຍ (ວີດີ​ໂອ)


US SYRIA SUICIDE BOMBER SOT
please wait

No media source currently available

0:00 0:00:31 0:00
ກະຊວງການຕ່າງປະເທດສະຫະລັດໃຫ້ການຢືນຢັນວ່າ ພົນລະ
ເມືອງຂອງອາເມຣິກັນຄົນນຶ່ງ ໄດ້ເຂົ້າຮ່ວມໃນການໂຈມຕີດ້ວຍ
ລະເບີດສະຫຼະຊີບ ຢູ່ຊີເຣຍ.

ທ່ານນາງ Jen Psaki ໂຄສົກກະຊວງການຕ່າງປະເທດສະຫະ
ລັດ ຮັບຮູ້ວ່າ ຜູ້ຊາຍຄົນນຶ່ງ ທີ່ເອີ້ນລາວເອງວ່າ Abu Hurayra
al-Amriki ແມ່ນໄປຈາກ ສະຫະລັດ. ໃນເວລາຕໍ່ມາ ທ່ານນາງ
ກ່າວວ່າ ຊື່ຂອງລາວ ເຊື່ອກັນວ່າ ແມ່ນທ້າວ Moner Moham-
mad Abu-Salha.

ເຄື່ອຂ່າຍກຸ່ມນຶ່ງຂອງອາລກາອີດາ ທີ່ຮູ້ກັນໃນນາມ al-Nusra ໄດ້ສົ່ງຂ່າວຈຳນວນນຶ່ງ ຜ່ານທາງ Tweeter ໃນມື້ວັນອັງຄານຜ່ານມານີ້ ເວົ້າວ່າ ທ້າວ al-
Amriki ໄດ້ເຂົ້າຮ່ວມໃນການໂຈມຕີດ້ວຍລະເບີດສະຫຼະຊີບເມື່ອວັນອາທິດແລ້ວທີ່ແຂວງ Idlib ຂອງຊີເຣຍ.

ພວກຫົວຮຸນແຮງກຸ່ມນີ້ໄດ້ພິມເຜີຍແຜ່ຮູບຂອງຜູ້ຊາຍຜິວຂາວຄົນນຶ່ງທີ່ມີເຄົາພວມອູ້ມແມວ
ຢູ່ ແລະກໍຫົວຍິ້ມ. ອີກຮູບນຶ່ງຂອງຜູ້ກ່ຽວສະແດງໃຫ້ເຫັນວ່າ ລາວພວມນັ່ງຢູ່ພື້ນດິນ ແລະໃສ່ ໃນອັນທີ່ປາກົດວ່າ ເປັນເສື້ອກັກ ທີ່ໃສ່ລະເບີດ. ພ້ອມນີ້ ຍັງມີອີກຫຼາຍໆຮູບ ຂອງລົດກະບະ ທີ່ໄດ້ລະເບີດຂຶ້ນ.

ສ່ວນຮູບວີດີໂອທີ່ນຳອອກເຜີຍແຜ່ທາງອິນເຕີແນັດສະແດງໃຫ້ເຫັນວ່າ ທ້າວ Abu Hurayra al-Amriki ໄດ້ຂົນດິນລະເບີດໃສ່ລົດກະບະແລະຫລັງຈາກນັ້ນ ກໍເຫັນຮູບລະເບີດແຕກຈາກ ໄລຍະໄກໆ.
XS
SM
MD
LG