ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະບວນການ ຊີວິດຂອງຊາວຜິວດໍາ ສໍາຄັນ ຫລື Black Lives Matter ແມ່ນຫຍັງ?


ພວກປະທ້ວງຂອງຂະບວນການ Black Lives Matter ຮ້ອງຄໍາຂວັນ ຢູ່ຍ່ານການຄ້າໃຫຍ່ ຫລື Mall of America ທີ່ໃກ້ກັບສະຖານີລົດໄຟ ທີ່ມີແສງໄຟໄຕ້ຮຸ່ງ ຢູ່ໃນເມືອງ Bloomington ຂອງລັດມິນເນໂຊຕາ, ວັນທີ 23 ທັນວາ, 2015
ພວກປະທ້ວງຂອງຂະບວນການ Black Lives Matter ຮ້ອງຄໍາຂວັນ ຢູ່ຍ່ານການຄ້າໃຫຍ່ ຫລື Mall of America ທີ່ໃກ້ກັບສະຖານີລົດໄຟ ທີ່ມີແສງໄຟໄຕ້ຮຸ່ງ ຢູ່ໃນເມືອງ Bloomington ຂອງລັດມິນເນໂຊຕາ, ວັນທີ 23 ທັນວາ, 2015

ໄດ້ມີການຮຽກຮ້ອງຄວາມສົນໃຈຕໍ່ຂະບວນການທີ່ຊື່ວ່າຊີວິດຂອງຊາວຜິວດໍາສໍາຄັນ ຫລື Black Lives Matter ໂດຍການມອດໄຟໄວ້ໃຫ້ມືດໝົດໃນວັນອັງຄານຜ່ານມາ ຊຶ່ງໃນອາທິດນີ້ການຫລິ້ນດົນຕີ ແລະອຸດສາຫະກໍາອື່ນໆ ຢູ່ໃນສະຫະລັດ ໄດ້ປະທ້ວງການເສຍຊີວິດຂອງຈອຣຈ໌ ຟລອຍດ໌ ແລະຊາວອາເມຣິກັນເຊື້ອສາຍອາຟຣິກາຄົນອື່ນໆ ໂດຍການຢຸດທຸກການເຄື່ອນໄຫວໄວ້ເປັນເວລາ 8 ນາທີ ກັບ 46 ວິນາທີ ຊຶ່ງເທົ່າກັນກັບຄວາມຍາວຂອງເວລາທີ່ທ້າວ ຟລອຍດ໌ ໄດ້ຖືກກົດໃຫ້ໝູບຢູ່ກັບພື້ນໂດຍມີຫົວເຂົ່າຂອງຕໍາຫລວດຄົນນຶ່ງ ເນັ້ນໃສ່ຄໍຂອງລາວ.

ການເຮັດແນວນີ້ ກໍແມ່ນເພື່ອຕໍ່ຕ້ານກັບຄວາມບໍ່ຍຸຕິທໍາ ທາງດ້ານຊົນຊາດຊົນເຜົ່າທີ່ ໂດຍສ່ວນໃຫຍ່ແລ້ວ ແມ່ນກ່ຽວຂ້ອງກັບຂະບວນການ Black Lives Matter ທີ່ໄດ້ເລີ້ມຂຶ້ນໃນເດືອນກໍລະກົດ ປີ 2013 ເມື່ອທ້າວຈອຣຈ໌ ຊິມເມີແມັນ (George Zimmerman) ໄດ້ພົ້ນໂທດໄປ ໃນການຍິງທ້າວ ເທຣວອນ ມາຕິນ, ໄວລຸ້ນຜິວດໍາອາຍຸ 17 ປີທີ່ບໍ່ມີອາວຸດຫຍັງນັ້ນໃຫ້ຕາຍໄປ.

ທ້າວມາຕິນໄດ້ຖືກທ້າວ ຊິມເມີແມັນຂ້າຕາຍ ໃນຂະນະທີ່ລາວຍ່າງອອກຈາກຮ້ານຂາຍເຄື່ອງນ້ອຍໆ ແຫ່ງນຶ່ງໄປຫາເຮືອນຂອງພໍ່ລາວ ຢູ່ເມືອງແຊນຝອດ, ລັດຟລໍຣິດາ ບ່ອນທີ່ລາວໄປຢາມພໍ່ຂອງລາວນັ້ນ. ທ້າວຊິມເມີແມັນທີ່ປະກາດ ຕົນເອງວ່າ ເປັນຜູ້ເຝົ້າຍາມຄຸ້ມບ້ານນັ້ນ ໄດ້ໂທຫາກົມຕໍາຫລວດ ໂດຍເວົ້າວ່າມີຄົນຂີ້ລັກເຂົ້າມາຢູ່ໃນຄຸ້ມນັ້ນ ແລະເວົ້າອີກວ່າລາວສັງເກດເຫັນ “ຊາຍຜູ້ນຶ່ງ ທີ່ໜ້າສົງໄສຫລາຍທີ່ສຸດ” ທີ່ຍ່າງເຂົ້າມາ “ແບບບໍ່ດີ.”

ຜູ້ຮັບສາຍ ຢູ່ທີ່ກົມຕໍາຫລວດບອກທ້າວ ຊິມເມີແມັນວ່າ ການບໍລິການຮັກສາຄວາມປອດໄພຂອງລາວ ແມ່ນບໍ່ຈໍາເປັນ ແຕ່ທ້າວຊິມເມີແມັນກໍຍັງອອກຈາກລົດຂອງລາວໄປ ຊຶ່ງພາໃຫ້ມີການປະທະລະຫວ່າງລາວກັບທ້າວມາຕິນ. ທ້າວຊິມເມີແມັນ ໄດ້ຍິງທ້າວມາຕິນໃນໄລຍະໃກ້ໆ ແລະຕໍ່ມາ ກໍໄດ້ກ່າວອ້າງຕໍ່ຕໍາ ຫລວດວ່າ ທ້າວມາຕິນໄດ້ຈູ່ໂຈມລາວ ແລະລາວຍິງທ້າວມາຕິນເພື່ອເປັນການ ປ້ອງກັນໂຕ ຊຶ່ງເປັນມູນເຫດ ທີ່ເຮັດໃຫ້ລາວພົ້ນໂທດໄປ.

ເພື່ອເປັນການໂຕ້ຕອບຕໍ່ການຖືກພົ້ນໂທດຂອງທ້າວຊິມເມີແມັນນັ້ນ, ທ່ານນາງ ອາລີເຊຍ ກາຊາ (Alicia Garza), ຊຶ່ງຕອນນັ້ນ ເປັນນັກເຄື່ອນໄຫວ ແລະປັດຈຸບັນເປັນຜູ້ຮ່ວມກໍ່ຕັ້ງມູນນິທິ Black Lives Matter ໄດ້ຂຽນລົງໃນເຟສ ບຸກດ້ວຍຖ້ອຍຄໍາທີ່ເວົ້າວ່າ “ຊາວຜິວດໍາທັງຫລາຍເອີຍ. ຂ້ອຍຮັກພວກເຈົ້າ. ຂ້ອຍຮັກພວກເຮົາ. ຊີວິດຂອງພວກເຮົາສໍາຄັນ.”

ສ່ວນທ່ານນາງປາທຣີສ ຄັລເລີສ໌ (Patrisse Cullors), ທີ່ເປັນເພື່ອນນັກ ເຄື່ອນໄຫວ ແລະເປັນຜູ້ຮ່ວມກໍ່ຕັ້ງມູນນິທິ Black Lives Matter ໄດ້ຕິດ ຕາມເບິ່ງການຂຽນຖ້ອຍຄໍາຂອງທ່ານນາງກາຊາ ລົງໃນສື່ສັງຄົມອອນລາຍ ທີ່ມີບັນຊີ ຫລື hashtag ຊື່ວ່າ #BlackLivesMatter.

ຄໍາຂວັນທີ່ມີສາມຄໍາເວົ້າທີ່ວ່ານັ້ນໄດ້ກາຍມາເປັນສິ່ງທີ່ນິຍົມເວົ້າກັນຫລາຍເພີ້ມຂຶ້ນ ແລະຂະບວນການກໍໄດ້ຮັບການສ້າງຕັ້ງຂຶ້ນໃນລະດັບຊາດ ໃນປີນຶ່ງຕໍ່ມາ ໃນເດືອນກໍລະກົດປີ 2014 ຍ້ອນການຕາຍຂອງທ້າວເອຣິກ ກາເນີ (Eric Garner).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG