ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ ອາເມຣິກັນ ທີ່ຖືກຈັບກຸມໃນ ເຢເມນ ຖືກນຳສົ່ງໄປ ປະເທດ ໂອມານຫຼັງຈາກຖືກປົດປ່ອຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry.

ຄົນ ອາເມຣິກັນ ຄົນໜຶ່ງທີ່ຖືກຄວບຄຸມຕົວໃນ ເຢເມນ ໄດ້ຖືກປ່ອຍຕົວ ແລະ ເຄື່ອນຍ້າຍ ອອກຈາກປະເທດທີ່ຖືກທຳລາຍໂດຍສົງຄາມ ໄປຫາປະເທດ ໂອມານ ແລ້ວ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ສະແດງຍິນດີກັບຂ່າວ ການປ່ອຍຕົວຂອງທ້າວ Wallead Yusuf Pitts Luqman, ແລະ ຍອມຮັບວ່າມັນເປັນ “ທ່າທາງທີ່ເປັນແງ່ບວກ” ໂດຍພວກກະບົດ Houthi.

ອົງການຂ່າວ ONA ຂອງປະເທດ ໂອມານ ໄດ້ກ່າວວ່າ ທ້າວ Luqman ໄດ້ຂຶ້ນເຮືອບິນ ທະຫານ ໂອມານ ໄປປະເທດ ໂອມານ, ພ້ອມກັບປະຊາຊົນ ເຢເມນ ຫຼາຍຄົນທີ່ໄດ້ຮັບ ບາດເຈັບຈາກສົງຄາມ.

ພັນລະຍາຂອງທ້າວ Luqman ໄດ້ກ່າວວ່າ ສາມີຂອງລາວໄດ້ໄປປະເທດ ເຢເມນ ເພື່ອ ສອນພາສາ ອັງກິດ ແລະ ໄດ້ຖືກກັກຂັງໃນເດືອນ ເມສາ ປີ 2015, ເມື່ອລາວພະຍາຍາມ ທີ່ຈະເດີນທາງອອກຈາກປະເທດດ້ວຍລົດບັສ.

ໃນເດືອນທີ່ຜ່ານມາ, ໃນປະເທດ ໂອມານ ສະມາຊິກຄົນໜຶ່ງຂອງສະພາການຮ່ວມມືໃນ ອ່າວ ໄດ້ຊ່ວຍປ່ອຍຕົວຄົນ ອາເມຣິກັນ ອີກສອງຄົນທີ່ຖືກຈັບກຸມໂດຍພວກກະບົດ Houthi ຂອງ ເຢເມນ.

ໃນປະເທດ ເຢເມນ, ໃນຂອບເຂດພາກໃຕ້ຂອງແຫຼມ ອາຣັບ ນັ້ນ, ໄດ້ຕົກຢູ່ທ່າມກາງສົງ ຄາມກາງເມືອງ ນັບຕັ້ງແຕ່ເດືອນກັນຍາ 2014 ເປັນຕົ້ນມາ ເມື່ອພວກ Houthi ໄດ້ເຄື່ອນ ເຂົ້ານະຄອນຫຼວງ Sana’a ແລະ ໄດ້ໂຄ່ນລົ້ມລັດຖະບານຂອງປະທານາທິບໍດີທ່ານ Abdu-Rabu Mansour Hadi.

ອົງການສະຫະປະຊາຊາດໄດ້ຄາດຄະເນວ່າ ປະຊາຊົນຫຼາຍກວ່າ 10,000 ຄົນໄດ້ຖືກຂ້າ ຕາຍນັບຕັ້ງແຕ່ພັນທະມິດນຳໜ້າໂດຍ ຊາອູດີ ອາເຣເບຍ ໄດ້ເລີ່ມການປະຕິບັດການທາງ ທະຫານໃນ ເຢເມນ ເມື່ອເດືອນ ມີນາ ປີກາຍນີ້, ສຳລັບຄວາມພະຍາຍາມທີ່ຈະຟື້ນຟູອຳ ນາດຂອງທ່ານ Hadi ຄືນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG