ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາເມຣິກາ ຕັດສິນໃຈ ວັນອັງຄານ ມື້ນີ້ວ່າ ຈະເລືອກເອົາ ທ. ດໍໂນລ ທຣໍາ ຫລື ໂຈ ໄບເດັນເປັນປະທານາທິບໍດີ ໃນ 4 ປີຂ້າງໜ້າ


ແມ່ຍິງຄົນນຶ່ງຍ່າງຜ່ານປ້າຍທີ່ຂຽນບອກໃຫ້ຄົນໄປລົງຄະແນນສຽງ ທີ່ແຕ້ມຢູ່ຂ້າງຝາ, ວັນທີ 2 ພະຈິກ, 2020, ໃນເຂດຫາດຊາຍ Venice ໃນນະຄອນ Los Angeles, ລັດຄາລິຟໍເນຍ.
ແມ່ຍິງຄົນນຶ່ງຍ່າງຜ່ານປ້າຍທີ່ຂຽນບອກໃຫ້ຄົນໄປລົງຄະແນນສຽງ ທີ່ແຕ້ມຢູ່ຂ້າງຝາ, ວັນທີ 2 ພະຈິກ, 2020, ໃນເຂດຫາດຊາຍ Venice ໃນນະຄອນ Los Angeles, ລັດຄາລິຟໍເນຍ.

ການໂຄສະນາຫາສຽງແຂ່ງຂັນກັນເປັນປະທານາທິບໍດີສະຫະລັດທີ່ດຸເດືອດແລະ ຂົມຂື່ນໄດ້ກ້າວມາເຖິງຈຸດສິ້ນສຸດລົງ ໃນວັນອັງຄານມື້ນີ້.

ຜູ້ມີສິດເລືອກຕັ້ງຫລາຍສິບລ້ານຄົນມຸ້ງໜ້າໄປຫາສະຖານທີ່ປ່ອນບັດໃນທົ່ວປະ ເທດເພື່ອຊ່ວຍຕັດສິນໃຈວ່າ ຈະຮັກສາປະທານາທິບໍດີຈາກພັກຣີພັບບລິກັນ ຄືທ່ານ ດໍໂນລ ທຣໍາທີ່ກໍາຕໍາແໜ່ງຢູ່ໃນປັດຈຸບັນໃຫ້ເປັນຜູ້ນຳຂອງອາເມຣິກາໃນອີກ 4 ປີຂ້າງໜ້າ ຫລືຈະປົດທ່ານລົງ ໂດຍການສະໜັບສະໜູນຜູ້ແຂ່ງຂັນ ກັບ ທ່ານທີ່ມາຈາກພັກເດໂມແຄຣັດ, ອະດີດຮອງປະທານາທິບໍດີໂຈ ໄບເດັນ. ທ່າມ ກາງການແຜ່ລະບາດຂອງໄວຣັສໂຄໂຣນາທີ່ບໍ່ໄດ້ຮັບການກວດກາຢູ່ໃນສະຫະ ລັດຢູ່ນີ້, ປະຊາຊົນຫຼາຍກວ່າ 98 ລ້ານຄົນ ໄດ້ລົງຄະແນນສຽງກ່ອນໜ້ານີ້ - ຫຼາຍກ່ວາສອງສ່ວນສາມຂອງຈຳນວນການລົງຄະແນນສຽງທັງໝົດທີ່ມີເກືອບຮອດ 139 ລ້ານຄົນ ໃນການເລືອກຕັ້ງປີ 2016 ເມື່ອທ່ານທຣໍາໄດ້ເຮັດໃຫ້ ທ່ານນາງຮີລລາຣີ ຄລີິນຕັນທີ່ມາຈາກພັກເດໂມແຄຣັດເສຍໄຊແບບບໍ່ຄາດຝັນເພື່ອຈະຊະນະໃນການຊິງເອົາຕໍາແໜ່ງໃນທຳນຽບຂາວ .

ໂດຍມີການລົງຄະແນນສຽງກ່ອນການເລືອກຕັ້ງຢ່າງຫລວງຫລາຍ, ການນັບຄະແນນສຽງທັງໝົດໃນປີ 2020, ຕາມການຄາດຄະເນບາງຢ່າງ, ສາມາດບັນລຸສະຖິຕິຂອງສະຫະລັດເຖິງ 150 ລ້ານຄົນຫຼືຫຼາຍກວ່ານັ້ນ. ແຕ່ວ່າໂດຍທີ່ກົດໝາຍຂອງແຕ່ລະລັດຄວບຄຸມວ່າ ການນັບຄະແນນສຽງທີ່ສົ່ງຜ່ານໄປສະນີສາມາດຖືກນັບໄວປານໃດ - ຊຶ່ງໃນບາງລັດກໍກໍານົດວ່າ ບໍ່ໃຫ້ນັບບັດຈົນຮອດກາງຄືນຂອງວັນອັງຄານຫລືຫຼັງຈາກນັ້ນ - ສະນັ້ນ ຜົນຂອງການເລືອກຕັ້ງອາດຈະບໍ່ເປັນທີ່ຮູ້ຈັກກັນເປັນເວລາຫລາຍວັນ, ຂຶ້ນກັບວ່າການແຂ່ງຂັນນີ້ມີຄະແນນ ສູສີກັນຫລາຍປານໃດ.

ການເລືອກຕັ້ງປະທານາທິບໍດີ ກຳລັງດຳເນີນໄປຫຼັງຈາກການໂຄສະນາຫາສຽງຢ່າງດຸເດືອດ ແລະມີການສູ້ຢັນກັນຢ່າງແຮງ, ເຊິ່ງທັງທ່ານ ທຣໍາ ແລະທ່ານໄບ ເດັນໃຊ້ຄໍາເວົ້າສຽດສີຢ່າງຮຸນແຮງ ກ່າວຫາເຊິ່ງກັນແລະກັນວ່າ ບໍ່ເໝາະສົມທີ່ຈະນຳພາປະເທດຊາດ ແລະຈະນຳມັນໄປສູ່ຄວາມຫລົ້ມຈົມ.

ໃນທ້າຍອາທິດທີ່ຜ່ານມາ, ຄວາມເຄັ່ງຕຶງໄດ້ພຸ້ງຂຶ້ນສູງໃນຂະນະທີ່ຜູ້ສະໜັບສະ ໜູນການໂຄສະນາຫາສຽງຂອງທ່ານທຣໍານັບເປັນພັນໆຄົນ ໄດ້ໄປເຕົ້າໂຮມກັນແລະສະແດງອອກໃຫ້ເຫັນຢ່າງຮຸນແຮງໃນທົ່ວປະເທດ, ໂດຍທີ່ໃນກໍລະນີນຶ່ງກໍ ໄດ້ບັງຄັບໃຫ້ລົດເມຂົນສົ່ງຄະນະໂຄສະນາຫາສຽງຂອງທ່ານໄບເດັນ ໃຫ້ຫລີກອອກໄປຈາກທາງດ່ວນສາຍນຶ່ງໃນລັດເທັກຊັສ ໂດຍຂະບວນລົດທີ່ຕິດທຸງທ່ານ ທຣໍາ ແລະຍັງເຮັດໃຫ້ການຈະລາຈອນແອອັດຢູ່ທາງໃຫຍ່ສາຍນຶ່ງໃນລັດນິວ ເຈີຊີ.

ເຈົ້າໜ້າທີ່ແລະພໍ່ຄ້າຊາວຂາຍໃນບາງເມືອງ, ລວມທັງໃນນິວຢອກແລະນະຄອນ ຫລວງວໍຊິງຕັນໃກ້ໆກັບທຳນຽບຂາວນັ້ນ, ກໍໄດ້ເອົາແປ້ນໄມ້ອັດມາຕອກໃສ່ ປິດຫ້າງຮ້ານໄວ້ເພື່ອປ້ອງກັນຄວາມເສຍຫາຍ ແລະການປຸ້ນສະດົມທີ່ອາດຈະເກີດຂຶ້ນຖ້າຫາກ ເກີດສະພາບການກໍ່ຄວາມຮຸນແຮງທີ່ກ່ຽວຂ້ອງກັບການເລືອກຕັ້ງ.

ຜູ້ມີສິດປ່ອນບັດກ່ອນການເລືອກຕັ້ງຫຼາຍຄົນ - ທີ່ມີສອງສ່ວນສາມຂອງຈໍານວນ ທັງໝົດໄດ້ສົ່ງບັດຄະແນນສຽງໄປທາງໄປສະນີໃນຂະນະທີ່ສ່ວນຍັງເຫຼືອແມ່ນໄປລົງຄະແນນສຽງດ້ວຍຕົນເອງນັ້ນ ກ່າວວ່າ ພວກເຂົາເຈົ້າຢາກຈະຫລີກລ້ຽງຈາກ ການໄປພົບກັບຄົນອື່ນໆ ທີ່ຢືນລຽນແຖວຍາວຢຽດ ຢູ່ສະຖານທີ່ປ່ອນບັດໃນວັນອັງຄານມື້ນີ້, ໃນຂະນະທີ່ສະຫະລັດໄດ້ບັນທຶກວ່າ ມີຫຼາຍກ່ວາ 90,000 ກໍລະນີ ຄົນຕິດເຊື້ອໄວຣັສໂຄໂຣນາຢູ່ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG