ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ເຮືອບິນ​ຖິ້ມ​ລະ​ເບີດ B-1B ​ຂອງ ອາ​ເມ ຣິ​ກາ ​ບິນ​ຜ່ານ​ໜ່ານ​ຟ້າ​​ ເຂດ​ຕາ​ເວັນ​ອອກ ກາງ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງກັບ ອີ​ຣ່ານ​


ພາບ​ທີ່​ສະ​ໜອງ​ໃຫ້ໂດຍກອງ​ທັບອາ​ກາດ​ ສ​ຫ​ລ ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ F-15 Strike Eagle ຂອງ​ ອິ​ສ​ຣາ​ແອ​ລ ບິນ​ໄປ​ພ້ອມໆ​ ກັນ​ກັບເຮືອ​ບິນຖິ້ມ​ລະ​ເບີດ B-1B Lancer ຂອງ​ ສ​ຫ​ລ ​ຢູ່​ເທິງ​ໜ່ານ​ຟ້າ​ຂອງ ອິ​ສ​ຣາ​ແອ​ລ ໃນວັນທີ 30 ຕຸ​ລາ 2021
ພາບ​ທີ່​ສະ​ໜອງ​ໃຫ້ໂດຍກອງ​ທັບອາ​ກາດ​ ສ​ຫ​ລ ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ F-15 Strike Eagle ຂອງ​ ອິ​ສ​ຣາ​ແອ​ລ ບິນ​ໄປ​ພ້ອມໆ​ ກັນ​ກັບເຮືອ​ບິນຖິ້ມ​ລະ​ເບີດ B-1B Lancer ຂອງ​ ສ​ຫ​ລ ​ຢູ່​ເທິງ​ໜ່ານ​ຟ້າ​ຂອງ ອິ​ສ​ຣາ​ແອ​ລ ໃນວັນທີ 30 ຕຸ​ລາ 2021

ກອງທັບ​ອາກາດ​ສະຫະລັດກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຕົນ​ໄດ້​ເອົາເຮືອບິນ​ຖິ້ມ​ລະ​ເບີດ​ຍຸດ​ທະ​ສາດ B-1B ບິນ​ຜ່ານ​ຈຸດ​ທີ່​ເປັນ​ຊ່ອງ​ແຄບທີ່​ສຳຄັນໃນທະ​ເລ ​ຢູ່ພາກ​ຕາ​ເວັນ​ອອກ​ກາງກັບ​ບັນດາ​ປະ​ເທດພັນທະ​ມິດ​ລວມທັງ​ ອິສຣາ​ແອ​ລ ທ່າມ ກາງ​ຄວາມ​ເຄັ່ງ​ຕຶງກັບ ​ອີຣ່ານ ທີ່​ຍັງ​ມີ​ຢູ່​ໃນ​ເວ​ລານີ້ ຂະນະ​ທີ່​ຂໍ້​ຕົກລົງ​ດ້ານນິວ​ເຄລຍຂອງ​ຕົນ​ກັບ​ບັນດາ​ມະຫາ​ອຳນາດ​ຂອງ​ໂລກ​ຍັງຢູ່​ໃນ​ສະພາບທີ່​ຫຍຸ້ງ​ຍາກ​ສັບ​ສົນຢູ່. (AP)

ເຮືອບິນຖິ້ມລະເບີດ B-1B Lancer ໄດ້ບິນຜ່ານຊ່ອງແຄບຮໍມຸສ (Hormuz) ໃນວັນເສົາຜ່ານມາ ຊຶ່ງເປັນປາກແຄບໆຂອງອ່າວເປີເຊຍ ທີ່ມີ 20 ເປີເຊັນຂອງການຊື້ຂາຍນ້ຳມັນທັງໝົດໄປຜ່ານນັ້ນ. ມັນຍັງບິນຜ່ານທະເລແດງ, ຊ່ອງແຄບ ແບບ ແອລ-ແມນເດບ (Bab el-Mandeb) ຂອງທະເລນັ້ນ ແລະ ຄອງຊູເອສ (Suez) ຂອງອີຈິບ.

ຊ່ອງແຄບຮໍ​ມຸ​ສ (Hormuz) ​ແມ່ນ​ບ່ອນ​ທີ່​ເກີດ​ການ​ໂຈມ​ຕີ​ດ້ານ​ການ​ຂົນ​ສົ່ງສິນ​ຄ້າ​ທີ່​ຖິ້ມ​ໂທດ​ໃສ່​ ອີ​ຣ່ານ​ ໃນ​ຊຸມ​ປີ​ທີ່ຜ່ານ​ມາ​ນີ້, ​ໃນ​ຂະນະ​ທີ່​ທະ​ເລ​ແດງ​ແມ່ນ​ເຫັນວ່າ​ມີ​ການ​ໂຈມ​ຕີ​ຄ້າຍ​ຄື​ກັນນັ້ນ ​ໃນ​ສົງຄາມ​ທີ່​ເປັນເງົາໆຢູ່ໃນ​ເວ​ລານີ້​ລະຫວ່າງ ເຕ​ຫະ​ຣ່ານ ກັບອິ​ສ​ຣາ​ແອ​ລ. ສາທາລະນະ ລັດອິສລາມ ອີຣ່ານ ໄດ້ປະຕິເສດວ່າຕົນບໍ່ໄດ້ມີສ່ວນກ່ຽວ​ຂ້ອງ​ກັບການໂຈມຕີເຫລົ່າ​ນັ້ນ, ເຖິງແມ່ນປະ​ເທດ​ດັ່ງ​ກ່າວໄດ້ສັນຍາວ່າຈະແກ້ແຄ້ນອິ​ສ​ຣະ​ແອ​ລ ຄືນຕໍ່ການໂຈມຕີຫຼາຍຄັ້ງທີ່ແນໃສ່ໂຄງການນິວເຄລຍຂອງຕົນນັ້ນກໍຕາມ.

ເຮືອບິນ​ສູ້​ຮົບ​ຈາກ​ ບາ​ເຣນ, ອີ​ຈິບ, ອິສຣາແອລ ​ແລະ ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້ ບິນ​ໄປ​ຄຽງ​ຄູ່ກັນ​ກັບ​ເຮືອ​ບິນ​ຖິ້ມລະ​ເບີດລຳ​ນັ້ນ.

ສື່​ມວນ​ຊົນ​ລັດຂອ​ງ ອີຣ່ານ ​ບໍ່​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ການ​ບິນໄປ​ຜ່ານນັ້ນ​ໃນ​ທັນທີ. ຫ້ອງ​ການ​ຜູ້​ຕາງ​ໜ້າຂອງ ​ອີ​ຣ່ານ ​ປະ​ຈຳ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອນ​ນິວ​ຢອກ ​ບໍ່​ໄດ້​ຕອບໃນ​ທັນ​ທີ​ຕໍ່​ການ​ຮ້ອງ​ຂໍ​ຄຳ​ເຫັນກ່ຽວ​ກັບ​ເລື້ອງນີ້.

ການ​ບິນຜ່ານໜ່ານ​ຟ້າ​ເທິງ​ຊ່ອງ​ແຄບດັ່ງກ່າວ ມີຂຶ້ນຫຼັງຈາກການບິນແບບນັ້ນ ໂດຍເຮືອບິນຖິ້ມລະເບີດ B-52 ທີ່ມີຄວາມສາມາດຖິ້ມ​ລະ​ເບີດນິວເຄລຍນັບ ຕັ້ງແຕ່ລັດຖະບານ ທ​ຣຳ ໄດ້​ທຳ​ການບິນເພື່ອເປັນການສະແດງກຳ​ລັງ​ທະ​ຫານ​ຂອງ​ຕົນໃຫ້ ອີຣ່ານ ເຫັນນັ້ນ. ປະທານາທິບໍດີດໍໂນລ ທຣຳ ໃນປີ 2018 ໄດ້ເອົາຖອນ ອາເມຣິກາ ແຕ່ຝ່າຍດຽວອອກຈາກຂໍ້ຕົກລົງນິວເຄຼຍປີ 2015 ກັບ ອີຣານ ທີ່ເຫັນວ່າ ເຕຫະຣ່ານ ຕົກລົງທີ່ຈະຈຳກັດການກັ່ນທາດຢູເຣນຽມ ລົງຢ່າງ​ຫລວງ​ຫລາຍ ເພື່ອແລກປ່ຽນກັບການຍົກເລີກການລົງໂທດ ທາງເສດຖະກິດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG