ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາການ​ຄ້າ​ອາເມ​ຣິກັນ ​ເປີດ​ສໍາ​ນັກ​ງານ ​ທີ່ນະຄອນຫລວງວຽງ​ຈັນ


ພິທີເປີດ ສະພາການຄ້າອາເມຣິກັນ ທີ່ນະຄອນຫລວງວຽງຈັນ ເມື່ອໝໍ່ໆ ມານີ້.
ພິທີເປີດ ສະພາການຄ້າອາເມຣິກັນ ທີ່ນະຄອນຫລວງວຽງຈັນ ເມື່ອໝໍ່ໆ ມານີ້.
ສະພາ​ການ​ຄ້າ​ອາ​ເມ​ຣິກັນ​ເປີດ​ສໍາ​ນັກ​ງານ​ປະ​ຈໍາ​ນະຄອນ​ວຽງ​
ຈັນ ​ໂດຍ​ຖື​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ເສີມ​ສ້າງ​ບົດບາດ​ຂອງ
​ສະຫະລັດ​ທັງ​ໃນ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ ໃນ​ພູມິ​ພາກ
​ອາ​ຊ່ຽນ.

ສະພາ​ການ​ຄ້າ​ອາ​ເມຣິກັນ (AMCHAM) ​ໄດ້​ເປີດ​ສໍານັການ​ປະ​ຈໍາ​ນະຄອນ​ວຽງ​ຈັນຢ່າງ​
ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ​ກັນຍາ​ນີ້ ​ໂດຍ​ມີ​ບັນດາຜູ້ຕາງໜ້າ​ຂອງ​ພາກ​ລັດ ​ແລະ​ພາກ​ເອກ​ກະ​ຊົນ​ລາວ ​ແລະ​ສະຫະລັດຫຼາຍ​ກວ່າ 70 ຄົນ ​ເຂົ້າຮ່ວມເປັນ​ກຽດ ​ໃນ​ພິທີ​ແລະ​ການ​ເປີດ​ສໍານັກງານ​ປະ​ຈໍາ​ນະຄອນ​ວຽງ​ຈັນ​ໃນ​ຄັ້ງ​ນີ້ ກໍ​ເປັນ​ໄປ​ຕາມ​ການອະນຸຍາດ​ຂອງ​ກະ ຊວງ​ການ​ຕ່າງປະ​ເທດ​ຂອງ​ລາວ ທີ່​ໄດ້​ມີ​ຜົນ​ສັກສິດ​ນັບ​ແຕ່​ທ້າຍ ​ເດືອນ​ກໍລະກົດ​ປີ​ນີ້​ເປັນ​ຕົ້ນ​ມາ​ແລ້ວ.

​ໃນ​ໂອກາດ​ດັ່ງກ່າວ​ນີ້ ທ່ານ​ນາງ Karen Stewart ​ເອກ​ອັກຄະລັດຖະທູດ ສະຫະລັດ ປະ​ຈໍາ​ລາວ ກໍ​ໄດ້​ຖະ​ແຫຼງຢືນຢັນ​ວ່າ ສະພາການ​ຄ້າ​ອາ​ເມຣິກັນຈະ​ມີ​ບົດບາດອັນສໍາຄັນ​ໃນ​ການ​ເສີມ​ຂະຫຍາຍ​ການ​ຄ້າ ​ແລະ​ການ​ລົງທຶນ​ໃນ​ລາວ ຊຶ່ງ​ກໍ​ຖືເປັນພາກສ່ວນ​ນຶ່ງ​ທີ່​ສໍາຄັນ​ຂອງ​ການ​ເສີມ​ສ້າງ​ການ​ພົວພັນ​ ແລະ​ຮ່ວມ​ມື​ທາງ​ເສດຖະກິດ​ລະຫວ່າງ​ສະຫະລັດ​ກັບ​ກຸ່ມ​ອາ​ຊຽນຫຼາຍ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.

ທັງ​ນີ້ ​ເຖິງ​ແມ່ນ​ວ່າ​ໃນ​ປັດຈຸບັນ ​ຈະ​ມີ​ພາກສ່ວນ​ເອກ​ກະ​ຊົນ​ຈາກ​ສະຫະລັດ​ພຽງ​ແຕ່ 40 ລາຍ
​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ລົງທຶນ​ໃລາວ​ແລະ​ມີມູນ​ຄ່າ​ການ​ລົງທຶນ​ລວມກັນ ພຽງ 77 ລ້ານ​ໂດ​ລາ ກັບ​ທັງ​ຍັງ​ມີ​ມູນ​ຄ່າ​ການ​ລົງທຶນ ​ແລະ​ການ​ຄ້າ​ລະຫວ່າງ​ສະຫະລັດ​ກັບ​ລາວ​ຈະ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ​ ນັບ​ຈາກ​ນີ້​ເປັນ​ຕົ້ນ​ໄປ. ​ເນື່ອງ​ຈາກ​ທາງ​ການ​ສະຫະລັດ​ຖື​ວ່າ​ລາວ​ກໍ​ຄື​ກຸ່ມ​ອາ​ຊຽນນັ້ນ ​ເປັນ​ພູມິ​ພາກ​ທີ່​ມີ​ຄວາມ​ສໍາຄັນ​ຢ່າງ​ຍິ່ງ​ນັ້ນ​ເອງ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ສະ ພາ​ການ​ຄ້າ​ອາ​ເມຣິກັນ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ອາຊ່ຽນແມ່ນເປັນຈຸດໝາຍປາຍແຫ່ງໃຫຍ່ທີ່ສຸດ ສໍາລັບການລົງທຶນຕ່າງປະເທດ ໂດຍກົງຂອງອາເມຣິກາໃນເອເຊຍ ແລະປະທານາທິບໍດີໂອບາມາກໍໄດ້ລະບຸວ່າ ການສົ່ງອອກແມ່ນຫົນທາງທີ່ນໍາພາອາເມຣິກາ ອອກຈາກສະພາວະຫຍຸ້ງຍາກ ທາງການເງິນ ແລະກັບຄືນໄປຍັງຄວາມຈະເລີນຮຸ່ງເຮືອງ ແລະທ່ານໄດ້ທ້າທາຍ
ໃຫ້ ອາເມຣິກາເພິ່ມທະວີການສົ່ງອອກໄປຍັງອາຊ່ຽນ ຂຶ້ນສອງເທົ່າໂຕ ພາຍໃນ
ເວລາ 5 ປີ.”


ກອງປະຊຸມລະຫວ່າງສະພາການຄ້າສະຫະລັດ-ອາຊ່ຽນ (US-ASEAN Business Council) ແລະຄຸນະເຈົ້າໜ້າທີ່ຝ່າຍການຄ້າຂອງລາວ
ກອງປະຊຸມລະຫວ່າງສະພາການຄ້າສະຫະລັດ-ອາຊ່ຽນ (US-ASEAN Business Council) ແລະຄຸນະເຈົ້າໜ້າທີ່ຝ່າຍການຄ້າຂອງລາວ

ອິງ​ຕາມ​ລາຍ​ງານ​ຂອງ​ສະພາ​ທຸລະ​ກິດ​ສະຫະລັດ​ກັບ​ອາ​ຊ່ຽນ (US-ASEAN Business Council) ​ໄດ້​ລະບຸ​ວ່າ​ການ​ລົງທຶນ​ຂອງ​ບັນດາ​ນັກທຸລະກິ​ດຈາກ​ສະຫະລັດ​ໃນ​ອາ​ຊ່ຽນ​ມີ​ມູນ​ຄ່າ​ລວມຫຼາຍ​ກວ່າ 170,000 ລ້ານ​ໂດ​ລາ ​ໃນ​ປັດຈຸບັນ​ນີ້ ຊຶ່ງ​ຖື​ວ່າ ​ເປັນ​ມູນ​ຄ່າ​ການ​ລົງທຶນ​ລວມທີ່​ຫຼາຍ​ກວ່າ​ການ​ລົງທຶນ​ຂອງ​ສະຫະລັດ​ໃນ​ຈີນ​ເຖິງ 3 ​ເທົ່າ ຍິ່ງ​ໄປ​ກວ່າ​ນັ້ນ ລັດ​ຖະບານ​ສະຫະລັດ ກໍ​ຍັງ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ເພີ່ມ​ມູນ​ຄ່າການ​ຄ້າ​ກັບ​ອາ​ຊ່ຽນ​ຈາກ 2 ​ແສນ​ລ້ານ​ໂດ​ລາ​ໃນ​ປັດຈຸບັນ​ຂຶ້ນອີກ 5 ​ເທົ່າ​ພາຍ​ໃນ​ປີ 5​ ປີ ຕໍ່ໜ້າ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວ ກໍ​ໄດ້​ເນັ້ນ​ຢໍ້າກ່ອນ​ໜ້າ​ນີ້​ວ່າ ຄວາມ​ແຕກ​ໂຕນ​ກັນຂອງ​ລະດັບ​ການ​ພັດທະນາ​ທາງເສດຖະກິດ​ໃນ​ປະ​ເທດ​ສະມາ ຊິກ​ອາ​ຊ່ຽນ​ຍັງ​ຄົງ​ເປັນ​ອຸບປະສັກ​ຕໍ່​ການ​ພັດທະນາ​ອາ​ຊ່ຽນ​ໄປ​ສູ່​ປະຊາ​ຄົມ ນາ​ໆ​ຊາດ​ອັນນຶ່ງ ອັນ​ດຽວ​ກັນ​ທີ່​ໄດ້​ວາງ​ເປົ້າໝາຍ​ຮ່ວມ​ກັບ​ໄວ້​ໃນ​ປີ 2015 ຈຶ່ງ​ເຮັດ​ໃຫ້​ຕ້ອງ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ນີ້​ຢ່າງ​ຮີບ​ດ່ວນ​ທີ່​ສຸດ.

​ອິງ​ຕາມ​ສະຖິຕິ​ຂອງ​ສໍານັກງານ​ເລ​ຂາ​ທິການ​ອາ​ຊ່ຽນ ກໍ​ໄດ້​ລະບຸ​ວ່າ​ສິງ​ຄະ​ໂປ ​ເປັນ​ປະ​ເທດ​ທີ່​ມີ​ການ​ພັດທະນາ​ທາງ​ເສດຖະກິດ​ສູງ​ສຸດ​ໃນ​ອາ​ຊ່ຽນ ຊຶ່ງ​ໃນ​ປັດຈຸບັນ​ນີ້ ກໍ​ປາກົດ​ວ່າ​ຍອດ ຜະລິດ​ລວມພາຍ​ໃນ​ຂອງ​ສິງ​ຄະ​ໂປ​ສາມາດ​ຄິດ​ສະ​ເລ່ຍ​ເປັນ​ລາຍ​ຮັບຂອງ​ປະຊາຊົນ​ໄດ້​ເຖິງ 50,000 ​ໂດ​ລາວ​ຕໍ່​ຄົນ​ຕໍ່​ປີ ຊຶ່ງ​ຖື​ເປັນ​ລາຍ​ໄດ້​ສະ​ເລ່ຍສູງ​ກວ່າ​ປະຊາຊົນ​ໄທ ລາວ ​ແລະ​ ມຽນມາ​ເຖິງ 10 ​ເທົ່າ ​ແລະ 100 ​ເທົ່າ​ຕາມ​ລໍາດັບ.

ທາງ​ດ້ານ​ທ່ານ ສຸຣິນ ພິດ​ສຸວັນ ​ເລ​ຂາ​ທິການ​ອາ​ຊ່ຽນ ກໍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ ​ອາ​ຊ່ຽນ​ຈະ​ສາມາດ​ຫລຸດ​ຄວາມ​ແຕກ​ໂຕນ​ກັນ​ຂອງ​ລະດັບ​ການ​ພັດທະນາ​ທາງ​ເສດຖະກິດ​ໄດ້ດ້ວຍ​ການ​ເປີດ​ເສລີ​ທາງ​ການ​ຄ້າ ການ​ລົງທຶນ ​ແລະ​ການ​ບໍ​ລິ​ການ​ຢ່າງ​ແທ້​ຈິງ ຊຶ່ງ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ນາໆ ຊາດ ​ເຂົ້າມາ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ທາງ​ເສດ​ຖະກິດ​ກັບ​ອາ​ຊ່ຽນ ຫຼາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ແລະ​ໃນ​ນີ້​ກໍ​ລວມ​ເຖິງ​ການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ກັບ​ສະຫະລັດ​ອາ​ເມ​ຣິກາ​ດ້ວຍ.
XS
SM
MD
LG