ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສ່ອງພາບ "ມະຫັດສະຈັນ" ຂອງດາວພະຍົມ ຈາກຍານ ສຳຫຼວດ ຂອງ NASA


បព្វជិត​ថ្មី​ចំនួន​១០នាក់​ដែល​ត្រូវ​បាន​បំបួស​ដោយ​សម្តេច​ប៉ាប Francis ដេក​ផ្តាប់​នៅ​លើ​កម្រាល​ព្រំ​ ក្នុង​ពិធី​មួយ​នៅ​ក្នុង​ព្រះ​វិហារ St. Peter's Basilica ក្នុង​បុរី​វ៉ាទីកង់។
បព្វជិត​ថ្មី​ចំនួន​១០នាក់​ដែល​ត្រូវ​បាន​បំបួស​ដោយ​សម្តេច​ប៉ាប Francis ដេក​ផ្តាប់​នៅ​លើ​កម្រាល​ព្រំ​ ក្នុង​ពិធី​មួយ​នៅ​ក្នុង​ព្រះ​វិហារ St. Peter's Basilica ក្នុង​បុរី​វ៉ាទីកង់។

ບັນດານັກຄົ້ນຄວ້າ​ອາ​ວະ​ກາດ ສະຫະລັດ ກ່າວ​ວ່າ ​ມີ​
“ຄວາມມະຫັດສະຈັນ” ​ແລະ “ພໍ​ອົກ​ພໍ​ໃຈ” ທີ່ເຫັນ
​ພາບ​ຕ່າງໆ ​ໄດ້​ຖືກ​ນຳ​ສົ່ງ​ກັບ​ຄືນ​ມາ ​ໂດຍ​ຍານ​ສໍາຫຼວດ
New Horizons ​ໃນ​ຂະນະ​ທີ່​ມັນ​ເຄື່ອນ​ຍ້າຍ​ເຂົ້າ​ໄປ​ໃກ້
​ດາວ ພະຍົມ ຫຼື Pluto ​ເທື່ອ​ລະ​ໜ້ອຍ.

ຍານ​ສໍາຫຼວດ​ດັ່ງກ່າວ ຈະ​ບິນ​ຜ່ານເຂົ້າ​ໃກ້​ດາວ ພະຍົມ ​ທີ່​ສຸດ​
ໃນ​ວັນ​ອັງຄານ​ມື້ຮື ​ເມື່ອ​ມັນ​ຈະຢູ່​ຫ່າງ​ຈາກ​ພື້ນ​ຂອງ Pluto ພຽງ
​ປະມານ 12,500 ກິ​ໂ​ລ​ແມັດ​ເທົ່າ​ນັ້ນ.

​ແຕ່​ບັນດາ​ນັກວິທະຍາສາດ ​ໄດ້​ມີ​ຄວາມ​ກະຕືລື​ລົນ ​ໂດຍ​ອັນ​ທີ່
ຍານ New Horizons ​ໄດ້​ນຳ​ສົ່ງ​ກັບ​ຄືນ​ມາ​ແລ້ວນັ້ນ ​ໂດຍ​ເອີ້ນ​ມັນ​ວ່າ ​ເປັນ​ທິວ​ທັດອັນ​ໃໝ່​ຂອງດາວ Pluto.

ດາວພະຍົມ ຫຼື Pluto ໃນພາບຖ່າຍນີ້ ເມື່ອ ວັນທີ 7 ກໍລະກົດ 2015 ຈາກ ກ້ອງຖ່າຍໄລຍະໄກ ຫຼື Long Range Reconnaissance Imager (LORRI) ຂອງ ຍານສຳຫຼວດ New Horizons.
ດາວພະຍົມ ຫຼື Pluto ໃນພາບຖ່າຍນີ້ ເມື່ອ ວັນທີ 7 ກໍລະກົດ 2015 ຈາກ ກ້ອງຖ່າຍໄລຍະໄກ ຫຼື Long Range Reconnaissance Imager (LORRI) ຂອງ ຍານສຳຫຼວດ New Horizons.

ທ່ານ John Spencer ຈາກ​ອົງການອາ​ວະ​ກາດ​ແຫ່ງ​ຊາດ
​ສະຫະລັດ ຫຼື NASA ກ່າວ​ໃນ​ວັນ​ເສົາ​ວານ​ນີ້ ວ່າ “ອັນ​ທີ່​
ພວກ​ເຮົາ​ເຫັນ​ຢູ່​ດຽວ​ນີ້ ມັນ​ມີ​ແຕ່​ຄວາມ​ມະຫັດສະຈັນ
ພວກ​ເຮົາ​ກຳລັງ​ເຫັນ ​ຮູບ​ແບບ​ລາຍ​ສີດຳ ​ແລະ ສີຂາວ​
ທີ່​ໜ້າ​ປະ​ຫລາດ​ໃຈ​ເຫຼົ່ານີ້. ພວກ​ເຮົາ​ບໍ່​ຮູ້ຈັກ​ເລີຍ​ວ່າ
ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ. ພວກ​ເຮົາ ກຳລັງ​ເຫັນ
ສິ່ງ​ຕ່າງໆ​ທີ່​ມີຮູບ​ແບບເປັນວົງ​ກົມ ທີ່​ພວກ​ເຮົາ​ສົງ​ໄສ​
ວ່າ ເປັນພວກຂຸມ​ໃຫຽ່​ເລິກທີ່​ເກີດ​ຈາກສະ​ເກັດດາວ​
ຕົກລົງ​ໃສ່ ຫຼືວ່າ ​ແມ່ນ​ສິ່ງ​ອື່ນ ​ແລະ ພວກ​ເຮົາ​ມີ​ຄວາມ
​ຕື່ນ​ເຕັ້ນຫຼາຍ ໃນການຄາດ​ເດົາ​ວ່າ​ມັນ​ແມ່ນ​ຫຍັງ​ແທ້ໆ.”

Pluto Probe
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG