ລາຍງານສະບັບໃໝ່ຂອງອົງການສະຫະປະຊາຊາດ ທີ່ນຳອອກ
ເຜີຍແຜ່ ເມື່ອບໍ່ດົນມານີ້ ກ່າວວ່າ ການຈັບແລະຍຶດໄດ້ຢາບ້າຢູ່
ໃນທົ່ວໂລກເມື່ອປີກາຍນີ້ ໄດ້ຖີບຂຶ້ນສູງສູ່ລະດັບໃໝ່ ຕໍ່ໜ້າການ
ເພິ້ມທະວີຂຶ້ນເລື້ອຍໆ ໃນປະລິມານແລະຄວາມຮຽກຮ້ອງຕ້ອງ
ການຢາທີ່ຜິດກົດໝາຍນີ້ ຢູ່ໃນເອເຊຍຕາເວັນອອກແລະຕາເວັນ
ອອກສຽງໃຕ້. Steve Sandford ມີລາຍງານກ່ຽວກັບເລື້ອງນີ້
ຈາກຊາຍແດນໄທ-ມຽນມາ ຊຶ່ງດາຣາຈະນຳເອົາລາຍລະອຽດ
ມາສະເໜີທ່ານ.
ຢູ່ເລາະຕາມເຂດຊາຍແດນໄທ-ມຽນມານັ້ນ ການຄ້າຂາຍໃນພູມິພາກ ໄດ້ເພິ້ມທະວີຂຶ້ນ ໃນຂະນະທີ່ບັນດາປະເທດໃນຂົງເຂດ ພາກັນຫລຸດຜ່ອນພາສີ ແລະສິ່ງກີດຂວາງການຄ້າຂາຍລົງ ເພື່ອຊຸກຍູ້ສົ່ງເສີມການຂະຫຍາຍໂຕທາງເສດຖະກິດ ໃນຂະນະທີ່ມຸ່ງໜ້າໄປສູ່ການສ້າງຕັ້ງປະຊາຄົມເສດຖະກິດຮ່ວມ ຫລື ASEAN Economic Community ເອີ້ນຫຍໍ້ວ່າ AEC ນັ້ນ.
ແຕ່ວ່າຍຸທະສາດຊຸກຍູ້ການເປີດກ້ວາງດັ່ງກ່າວ ຂອງສະມາຄົມອາຊ່ຽນນັ້ນ ໝາຍເຖິງການເພິ້ມທະວີຂຶ້ນ ໃນການລັກລອບຄ້າຢາເສບຕິດເຊັ່ນກັນ.
ຢູ່ໃນປະເທດໄທພຽງປະເທດດຽວເທົ່ານັ້ນ ການຍຶດແລະຈັບຢາບ້າ ໄດ້ຖີບຂຶ້ນ 4 ເທົ່າຕົວ
ນັບແຕ່ປີ 2008 ເປັນຕົ້ນມາ ອິງຕາມລາຍງານຂອງອົງການສະຫະປະຊາຊາດ ທີ່ຫາກໍ
ເປີດເຜີຍອອກເມື່ອບໍ່ນານມານີ້ ກ່ຽວກັບການຄ້າຢາເສບຕິດ ຢູ່ໃນທົ່ວໂລກ.
ຕົວເລກດັ່ງກ່າວນັ້ນ ສ້າງຄວາມກັງວົນໃຈ ໃຫ້ແກ່ທ່ານ ຊູຊີບ ໂຄດຈະຣິນ ຫົວໜ້າຄະນະກຳມະການຄວບຄຸມຢາເສບຕິດ ເຂດ 5 ຂອງໄທ.
ທ່ານ ຊູຊີບ ກ່າວວ່າ: “ຢູ່ໄທນີ້ ພວກເຮົາເປັນຫ່ວງກ່ຽວກັບເລື່ອງການ ເປີດກ້ວາງ
ຊາຍແດນ ເພາະຈະອຳນວຍໃຫ້ພວກແຮງງານ ແລະທຸລະກິດຜິດກົດໝາຍ ເຂົ້າ
ມາໄດ້ສະດວກຫລາຍຂຶ້ນ ໂດຍສະເພາະການລັກລອບຄ້າຢາເສບຕິດນັ້ນ ແມ່ນ
ຈະເປັນບັນຫາໃຫຍ່ຫລາຍ ໃນຂະນະທີ່ມີການລັກລອບເອົາຢາເສບຕິດເຂົ້າມາ
ເພື່ອຜ່ານໄປຍັງປະເທດອື່ນໆ ໃນເຂດເອເຊຍຕາເວັນອອກສ່ຽງໃຕ້.”
ການລັກລອບຄ້າຢາເສບຕິດບໍ່ແມ່ນເລື່ອງແປກໃໝ່ ຢູ່ໃນບໍລິເວນທີ່ເອີ້ນກັນວ່າ “ເຂດສາມຫລ່ຽມຄຳ” ບ່ອນທີ່ການຜະລິດ ແລະການຂົນສົ່ງຢາຝິ່ນແລະຢາບ້າ ຈະເລີນງອກ
ງາມມາເປັນເວລາຫລາຍທົດສະຫວັດ ຢູ່ໃນເຂດຊາຍແດນທີ່ຂາດກົດໝາຍຂອງມຽນມາ
ທີ່ຢູ່ໃຕ້ການຄວບຄຸມຂອງພວກກອງທັບຊົນເຜົ່າຕ່າງໆນັ້ນ.
ນັກວິເຄາະເລື່ອງມຽນມາບາງຄົນ ຮວມທັງນັກປະພັນ Bertil Lintner ກ່າວວ່າ ການເພີ້ມ
ທະວີຂຶ້ນເມື່ອໝໍ່ໆມານີ້ ໃນການຜະລິດຢາບ້ານັ້ນ ມີສາເຫດສ່ວນໜຶ່ງ ມາຈາກການຜັກດັນເພື່ອຄວບຄຸມອຳນາດຂອງລັດຖະບານມຽນມາ.
ທ່ານ Lintner ກ່າວວ່າ “ນັບແຕ່ປີ 2011 ມາແລ້ວ ລັດຖະບານໄດ້ພະຍາຍາມຈະ
ດຶງເອົາພວກກຸ່ມກະບົດ ພວກກຸ່ມປະກອບອາວຸດຕ່າງໆ ໃຫ້ກັບຄືນເຂົ້າມາຢູ່ໃນ
ລະບົບກົດໝາຍ ໂດຍພື້ນຖານແລ້ວກໍແມ່ນເພື່ອ ບໍ່ໃຫ້ເຂົາເຈົ້າເປັນໄພຂົ່ມຂູ່ຕໍ່
ລັດຖະບານກາງຕໍ່ໄປ. ແຕ່ວ່າ ເພື່ອຈະເຮັດເຊັ່ນນັ້ນ ລັດຖະບານກໍຕ້ອງສະເໜີ
ໃຫ້ບາງສິ່ງບາງຢ່າງ ຕອບແທນເຂົາເຈົ້າ.”
ບັນດາເຈົ້າໜ້າທີ່ຫວັງວ່າ ການເປີດພວກເຂດຕ່າງໆຂອງຊົນເຜົ່າໃຫ້ແກ່ການຄ້ານັ້ນ ຈະ
ເພີ້ມທະວີໂອກາດສຳຫລັບວຽກງານຂຶ້ນ ແຕ່ວ່າຫລາຍໆຄົນທີ່ອາໄສຢູ່ໃນເຂດນີ້ ແມ່ນ
ມີໂອກາດໃນດ້ານວຽກງານໜ້ອຍຫລາຍ.
ຜູ້ກໍ່ຕັ້ງໜັງສືພິມ Shan Tribune Herald ຊຶ່ງເປັນອົງການຂ່າວຂອງຊົນເຜົ່າສານ ທ່ານ Kuensai Jaiyen ກ່າວວ່າ ຫົນທາງດຽວທີ່ຈະຫລຸດຜ່ອນການຜະລິດຢາເສບຕິດລົງໄດ້ນັ້ນ ກໍຈະແມ່ນການຍຸດຕິຂໍ້ຂັດແຍ້ງກັນ ແລະນຳເອົາວຽກເຮັດງານທຳ ມາໃຫ້ພວກຊົນເຜົ່າ.
ທ່ານໃຈເຢັນກ່າວວ່າ “ແນ່ນອນ ການທ້າທາຍອັນໃຫຍ່ຫລວງທີ່ສຸດ ກໍຄືວ່າ ພວກເຮົາ
ຕ້ອງມີສັນຕິພາບ ແລະການປົກຄອງດ້ວຍຕົວບົດກົດ ໝາຍກ່ອນ. ແລະເພື່ອທີ່ຈະໃຫ້
ມີສັນຕິພາບໄດ້ ກໍຈະຕ້ອງມີການຕົກລົງກັນທາງການເມືອງເສຍກ່ອນ. ແຕ່ວ່າ ພວກເຮົາຕ້ອງສຳນຶກວ່າ ສັນຕິ ພາບຈະຕ້ອງບໍ່ແມ່ນສັນຕິພາບ ທີ່ຖືກບັງຄັບໃຫ້ຮັບເອົາ.”
ໃນຂະນະທີ່ບັນດາເຂດຊົນເຜົ່າຂອງມຽນມາ ຍັງສືບຕໍ່ທຳການເຈລະຈາ ກັບລັດຖະບານຢູ່ນັ້ນ ປະເທດຊາດ ກັບບັນດາປະເທດເພື່ອນບ້ານກໍປະ ເຊີນກັບບັນຫາທີ່ຂະຫຍາຍໃຫຍ່ຂຶ້ນນັບມື້ ໃນຖານະເປັນປາຍທາງຂອງ ຢາເສບຕິດນັ້ນ.