ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດທີ່ຖືກກ່າວຫາ ຄາດຕະກຳ ຜູ້ຕ້ອງສົງໄສ ຄ້າຢາເສບຕິດໃນໄທ ຊຸກຍູ້ໃຫ້ມີການຮຽກຮ້ອງ ເພື່ອການປະຕິຮູບ


ຕຳຫຼວດສີ່ຄົນທີ່ທາງການຕ້ອງການໂຕ ຍ້ອນພົວພັນກັບການຄາດຕຳກຳຜູ້ຕ້ອງສົງໄສ ເວລາຢູ່ໃນການກັກຂັງ ທີ່ປ້ອມຍາມຕຳຫຼວດນະຄອນສະຫວັນ ປະເທດໄທ ເມື່ອວັນພຸດ ວັນທີ 25 ສິງຫາ 2021.
ຕຳຫຼວດສີ່ຄົນທີ່ທາງການຕ້ອງການໂຕ ຍ້ອນພົວພັນກັບການຄາດຕຳກຳຜູ້ຕ້ອງສົງໄສ ເວລາຢູ່ໃນການກັກຂັງ ທີ່ປ້ອມຍາມຕຳຫຼວດນະຄອນສະຫວັນ ປະເທດໄທ ເມື່ອວັນພຸດ ວັນທີ 25 ສິງຫາ 2021.

ການກ່າວຫາ ກ່ຽວກັບການຄາດຕະກຳ ໂດຍຕຳຫຼວດທີ່ຈັງຫວັດນະຄອນສະຫວັນ ໃນ
ພາກກາງຂອງໄທ ໃນການເສຍຊີວິດຂອງຜູ້ຕ້ອງສົງໄສຄ້າຢາເສບ ຕິດ ດ້ວຍການເອົາ
ຖົງປລາສຕິກຊຸບໃສ່ຫົວຄົນຮ້າຍ ໃນລະຫວ່າງການການ ກັກຂັງ ທີ່ໄດ້ບັນທຶກໂດຍກ້ອງ
ຖ່າຍ ຊຶ່ງໄດ້ໃຫ້ສາທາລະນະຊົນມີຄວາມໂກດ ແຄ້ນ ແລະຮຽກຮ້ອງ ໃຫ້ມີການປະຕິຮູບ
ຕຳຫຼວດໄທ ຊຶ່ງເຄີຍມີປະຫວັດທີ່ບໍ່ ດີ ໃນການລ່ວງລະເມີດ ບໍ່ເຄີຍຖືກລົງໂທດ ແລະສໍ້
ລາດບັງຫຼວງມານັ້ນ.

ຢູ່ໃນພາບວີດີໂອ ຍາວເກົ້ານາທີ ທີ່ຮົ່ວໄຫຼອອກມາ ຜູ້ຕ້ອງສົງໄສອາຍຸ 24 ປີ ທ້າວຈີຣະ
ພົງ ທະນະພັດ ໄດ້ຖືກໃສ່ກັບມື ກ່ອນເຈົ້າໜ້າທີ່ອາວຸໂສຄົນນຶ່ງ ໄດ້ ຖືກກ່າວຫາວ່າ ນຳ
ເອົາຖົງປລາສຕິກໄປຊຸບໃສ່ຫົວລາວ ໃນຂະນະທີ່ພວກເຈົ້າ ໜ້າທີ່ອີກສີ່ຄົນ ກຸມຜູ້ຊາຍ
ທີ່ກຳລັງຫາຍໃຈໄດ້ຍາກຄົນນັ້ນ ລົງເປັນເວລາຫຼາຍ ນາທີ.

ຢູ່ໃນວີດີໂອ ທີ່ໄດ້ແຜ່ອອກໄປຢ່າງວ່ອງໄວທາງອິນເຕີແນັດນັ້ນ ເຈົ້າໜ້າທີ່ຕຳຫຼວດທີ່
ເປັນຫົວໜ້າ ຊຶ່ງລະບຸຊື່ວ່າ ແມ່ນພັນເອກທິຕິສັນ ອຸດຕະນາພົນ ຢູ່ທີ່ ປ້ອມຕຳຫຼວດແຫ່ງ
ນຶ່ງ ສາມາດໄດ້ຍິນສຽງ ການສັ່ງໃຫ້ທ້າວຈິຣະພົງ ຍອມມອບ “ຖົງຢາ” ໃຫ້ ກ່ອນທີ່ລາວ
ສະຫລົບໄປ.

ຕຳຫຼວດໄທໄດ້ອອກຕຳສັ່ງຈັບ ພວກເຈົ້າໜ້າທີ່ຕຳຫຼວດເຈັດຄົນ ໃນຂໍ້ຫາຄາດຕະກຳ
ແລະທໍລະມານ ໃນເຫດການທີ່ເກີດຂຶ້ນເມື່ອວັນທີ 5 ສິງຫາ ຊຶ່ງຫາກໍ່ ປາກົດອອກມາ
ໃຫ້ສາທາລະນະຊົນໄດ້ເຫັນໃນອາທິດນີ້ເວລາມີຜູ້ລາຍງານແຈ້ງ ຕຳຫຼວດໃຫ້ຮູ້ກ່ຽວກັບ
ເລື້ອງນີ້ ໂດຍການນຳອອກເຜີຍແຜ່ວີດີໂອນັ້ນ.

ຕຳຫຼວດກ່າວວ່າ ຜູ້ຊາຍສີ່ຄົນໄດ້ຖືກຄຸມຕົວໄວ້ແລ້ວ ແຕ່ອີກສາມຄົນກຳລັງຫລົບໜີ ຮວມ
ທັງຜູ້ບັນຊາການປ້ອມ ທ່ານທິຕິສັນ ຜູ້ທີີີ່ມີຊື່ນ້ອຍວ່າ “ເຟີຣາຣີ ໂຈ” (Ferrari Joe) ເພາະ
ວ່າລາວເປັນຄົນມັກສະສົມລົດເກົ່າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG