ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສໍາພາດກັບຍາເອື້ອຍສຸກັນ ແສງມະນີວົງ ກ່ຽວກັບການມາ ຕັ້ງຖິ່ນຖານອັນໝັ້ນຄົງ ໃນ ສຫລ


ຍາເອື້ອຍສຸກັນ ແສງມະນີວົງ (ຜູ້ທີ 3 ນັບຈາກຊ້າຍ ໃສ່ເສື້ອສີໄຂ່ ແລະແຜບ່ຽງສີຂຽວ) ຖ່າຍຮູບຮ່ວມກັນກັບບັນດາສະມາຊິກສະມາຄົນສັດຕີລາວ ລັດວິສຄອນຊິນ
ຍາເອື້ອຍສຸກັນ ແສງມະນີວົງ (ຜູ້ທີ 3 ນັບຈາກຊ້າຍ ໃສ່ເສື້ອສີໄຂ່ ແລະແຜບ່ຽງສີຂຽວ) ຖ່າຍຮູບຮ່ວມກັນກັບບັນດາສະມາຊິກສະມາຄົນສັດຕີລາວ ລັດວິສຄອນຊິນ

ທຸກຄົນທີ່ຍົກຍ້າຍຖິ່ນຖານຈາກບ້ານເກີດເມືອງນອນຂອງຕົນໄປຢູ່ບ່ອນ ອື່ນ ຫລືໄປຢູ່ປະເທດອື່ນ ລ້ວນແຕ່ເປັນການຕັດສິນໃຈ ອັນຫຍິ່ງໃຫຍ່ໃນຊີວິດໂດຍມີຄວາມຫວັງວ່າ ຈະໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ຫລືປອດໄພກວ່າເກົ່າ. ໃນລາຍການຊຸມຊົນລາວ ຢູ່ທະວີບອາເມຣິກາ ຂອງວີໂອເອພາກພາກສາລາວ ມື້ນີ້ ພວກເຮົາຈະນໍາເອົາການສໍາພາດກັບຍາເອື້ອຍອາລີສ ຫລືສຸກັນ ແສງມະນີວົງ ຜູ້ທີ່ໄດ້ພາຄອບຄົວຍ້າຍອອກຈາກລາວ ມາຕັ້ງຖິ່ນຖານອັນໝັ້ນຄົງ ຢູ່ໃນເມືອງ ມີລວອກກີ ລັດວິສຄອນຊິນ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຍາເອື້ອຍສຸກັນ (ຜູ້ໃສ່ແຫວ່ນຕາ) ຖ່າຍກັລເພື່ອນຮ່ວມຫ້ອງຮຽນປີສຸດທ້າຍທີ່ວິທະຍາໄລດົງໂດກວຽງຈັນ1974 ທີ່ນະຄອນວຽງຈັນ
ຍາເອື້ອຍສຸກັນ (ຜູ້ໃສ່ແຫວ່ນຕາ) ຖ່າຍກັລເພື່ອນຮ່ວມຫ້ອງຮຽນປີສຸດທ້າຍທີ່ວິທະຍາໄລດົງໂດກວຽງຈັນ1974 ທີ່ນະຄອນວຽງຈັນ

ຄອບຄົວຍາເອື້ອຍອາລີສ ຫລືສຸກັນ ແສງມະນີວົງ ຊຶ່ງມີລູກ 4 ຄົນ ນັ້ນ ມາຈາກເມືອງປາກເຊ ໄດ້ມາຕັ້ງຖິ່ນຖານອັນໝັ້ນຄົງ ຢູ່ໃນເມືອງມີລວອກກີ, ລັດວິສຄອນຊິນມາໄດ້ປະມານສາມສິບປີແລ້ວ. ກ່ອນຈະໄດ້ມາຕັ້ງຖິ່ນຖານ ຢູ່ເມືອງໃຫຍ່ ແລະຈະເລີນແຫ່ງນັ້ນຍາເອື້ອຍເລົ່າສູ່ຟັງວ່າປະຫວັດ ການຍົກຍ້າຍຖິ່ນຖານຂອງຄອບຄົວເພິ່ນແມ່ນຂ້ອນຂ້າງລະອິດລະອ້ຽວແດ່. ຍາເອື້ອຍ ເວົ້າວ່າກ່ອນອອກຈາກລາວໃນປີ 1980 ນັ້ນ ເພິ່ນເປັນອາຈານສອນ ແລະ ເປັນ ຮອງອໍານວຍການຢູ່ໂຮງຮຽນອຸດົມປາກເຊ ແລະເພິ່ນໄດ້ພາລູກນ້ອຍ 4 ຄົນ ໃນເວລານັ້ນຂ້າມໄປຢູ່ສູນອົບພະຍົບຈັງຫວັດ ອຸບົນຂອງໄທ ເພື່ອໄປຫາອະດີດສາມີຂອງເພິ່ນທີ່ໄດ້ຂ້າມໄປລໍຖ້າຢູ່ທີ່ນັ້ນໄດ້ປະມານ 5 ເດືອນກ່ອນແລ້ວ. ເພິ່ນເລົ່າສູ່ຟັງອີກວ່າໃນເມື່ອກ່ອນອະດີດສາມີຂອງເພິ່ນກໍເປັນອາຈານສອນ ຄືກັນແຕ່ພາຍຫລັງ ເພິ່ນຖືກຈັບໄປຄຸມຂັງແບບບໍ່ສົມເຫດສົມຜົນເປັນເວລາປະມານສອງປີ ແລະຖືກປ່ອຍອອກມາແລ້ວ ເພິ່ນກໍໄດ້ຂ້າມໄປຢູ່ສູນອຸບົນແລ້ວກໍລໍຖ້າເອົາຄອບຄົວໄປຢູ່ນໍາ ແລະໃນທ້າຍປີດຽວກັນ ກໍຄື 1980 ຄອບຄົວຂອງເພິ່ນ ກໍໄດ້ພາກັນມາ ຕັ້ງຖິ່ນຖານຢູ່ສະຫະລັດພາຍໃຕ້ການຮັບປະ ກັນ ແລະອຸບປະຖໍາຂອງຊາວອາເມຣິກັນຄອບຄົວນຶ່ງຢູ່ເມືອງ ເກລນເດລ ຮາຍສ໌ (Glendale Heights) ລັດອີລິນອຍ ຊຶ່ງຍາເອື້ອຍເລົ່າເຖິງ ປະຫວັດການ ຍົກຍ້າຍ ຄອບຄົວໃນແຕ່ລະບ່ອນສູ່ຟັງດັ່ງນີ້:

ລູກຊາຍຜູ້ກົກ ແລະລູກສາວຂອງຍາເອື້ອຍສຸກັນ ແສງມະນີວົງ
ລູກຊາຍຜູ້ກົກ ແລະລູກສາວຂອງຍາເອື້ອຍສຸກັນ ແສງມະນີວົງ

ຫລັງຈາກຄອບຄົວຂອງຍາເອື້ອຍຍ້າຍມາຢູ່ໃນເມືອງດັ່ງກ່າວໃນປີ 1990 ນັ້ນ ແລ້ວ ຍາເອື້ອຍກໍໄດ້ຊື້ເຮືອນເຮັດຮ້ານຂາຍ ເຄື່ອງຍ່ອຍທົ່ວໄປ ແລະເຊົ່າຮ້ານ ຂາຍເສື້ອຜ້າອີກດ້ວຍໄດ້ສາມ ຫລື ສີ່ປີ. ແຕ່ຍ້ອນພົບຄວາມຫຍຸ້ງ ຍາກໃນ ການບໍລິຫານຮ້ານຂາຍເຄື່ອງຍາເອື້ອຍຈຶ່ງໄດ້ເລີກກິດຈະການ ແລ້ວກໍໃຫ້ ຄົນເຊົ່າເຮືອນບາງສ່ວນຈົນຮອດທຸກວັນນີ້ ດັ່ງທີ່ຍາເອື້ອຍເລົ່າສູ່ຟັງວ່າ:

ເມືອງມີລວອກກີ ເປັນເມືອງໃຫຍ່ທີ່ສຸດ ແລະເປັນເມືອງແຫ່ງອຸດສາຫະກໍາຂອງ ລັດວິສຄອນຊິນທີ່ຕັ້ງຢູ່ໃນເຂດຕາເວັນຕົກຕອນກາງຂອງສະຫະລັດນີ້, ເມືອງນີ້ ເປັນບ່ອນຜະລິດລົດຈັກໃຫຍ່ Harley Davidson ຊຶ່ງເປັນລົດຈັກທີ່ມີເອກະລັກພິ ເສດຂອງຊາວອາເມຣິກັນ ແລະມີຊື່ສຽງໂດ່ງດັງຢູ່ໃນທົ່ວໂລກ. ນອກຈາກນັ້ນ ກໍມີໂຮງງານຜະລິດເບຍມີລເລີ (Miller) ແລະເບຍອື່ນໆ ທີ່ມີຊື່ສຽງຂອງອາເມຣິ ກາ. ສະນັ້ນ ຜູ້ຄົນຢູ່ໃນລັດນີ້ສ່ວນໃຫຍ່ກໍເຮັດວຽກເຮັດການຢູ່ໃນໂຮງງານທີ່ ຜະລິດສິ້ນສ່ວນຕ່າງໆ ເຊັ່ນໂຮງງານ ຫຍິບເບາະລົດ, ໂຮງງານຫລໍ່ ຫລື ຕັດແທ່ງ ເຫລັກເພື່ອສະໜອງໃຫ້ແກ່ໂຮງງານຜະລິດລົດຈັກນີ້ ແລະເຄື່ອງບັນຈຸເບຍໃຫ້ ແກ່ໂຮງານເບຍ. ເຊັ່ນດຽວກັບຫລາຍໆ ຄົນຢູ່ໃນເມືອງນີ້ ຍາເອື້ອຍສຸກັນທີ່ ເປັນ ອົບພະຍົບຜູ້ນຶ່ງ ທີ່ເຫັນວ່າ ການຄ້າຂາຍບໍ່ໄດ້ນໍາຜົນກໍາໄລມາໃຫ້ ແລ້ວ ກໍໄດ້ ເຂົ້າໄປເຮັດການຢູ່ໃນໂຮງງານຕັດ ແລະເບັດໂລຫະ Wico Stamping ຕາມຄໍາສັ່ງຂອງລູກຄ້າ ຊຶ່ງມີການຂະຫຍາຍຕົວຂຶ້ນເລື້ອຍໆມານັ້ນເປັນເວລາ 23 ປີ ຈຶ່ງໄດ້ອອກກິນເບ້ຍບໍານານເມື່ອ ມໍ່ໆ ມານີ້ ຊຶ່ງຍາເອື້ອຍເລົ່າສູ່ຟັງວ່າ:

ຍາເອື້ອຍສຸກັນ ກັບລູກສາວຂອງເພິ່ນ (ສອງຄົນທາງກາງ)
ຍາເອື້ອຍສຸກັນ ກັບລູກສາວຂອງເພິ່ນ (ສອງຄົນທາງກາງ)

ໃນການເຮັດວຽກຢູ່ໂຮງງານນີ້ນັ້ນ ຜູ້ທີ່ຈະໄດ້ຖືກມອບໝາຍວຽກໃຫ້ຜະລິດສິນຄ້າ ຫລື ຕັດໂລຫະໃຫ້ເປັນສິ້ນສ່ວນສົ່ງໃຫ້ແກ່ບໍລິສັດຜະລິດລົດຈັກໃຫຍ່ Harley Davidson ຕ້ອງມີຄວາມຊໍານິຊໍານານເປັນພິເສດ ເພື່ອຮັບປະກັນຄຸນນະພາບ ແລະ ຊື່ສຽງຂອງໂຮງງານກໍໂຮງຂອງບໍລິສັດຜະລິດລົດທີ່ມີຊື່ສຽງດັງລະດັບ ໂລຫດັ່ງກ່າວ.

ຍາເອື້ອຍສຸກັນ ແສງມະນີວົງຖ່ຍຮູບກັບພວກນັກຟ້ອນອາສາສະໝັກທີ່ສະແດງໃນງານບຸນປະຈໍາປີ ທີ່ຈັດຂຶ້ນໂດຍ ມ. ມີລວອກກີ ເພື່ອສົ່ງເສີມວັດທະນະທໍາຂອງຊົນເຜົ່າຕ່າງໆ
ຍາເອື້ອຍສຸກັນ ແສງມະນີວົງຖ່ຍຮູບກັບພວກນັກຟ້ອນອາສາສະໝັກທີ່ສະແດງໃນງານບຸນປະຈໍາປີ ທີ່ຈັດຂຶ້ນໂດຍ ມ. ມີລວອກກີ ເພື່ອສົ່ງເສີມວັດທະນະທໍາຂອງຊົນເຜົ່າຕ່າງໆ

ໃນເມືອງມີລວອກກີນີ້ ມີຄົນລາວປະມານ 3 ພັນຄົນ, ອີງຕາມຍາເອື້ອຍສຸກັນ. ນອກຈາກເຮັດວຽກໃນໂຮງງານຜະລິດອຸດສາຫະກໍາຕ່າງໆແລ້ວ ຄົນລາວຈໍາ ນວນນຶ່ງ ກໍມີເປັນນາຍຄູສອນໃນໂຮງຮຽນປະຖົມ ແລະມັດທະຍົມປາຍ ຫລື High Schools, ມີບາງຄົນກໍເປັນອໍານວຍການໂຮງຮຽນຫລວງ ເຊັ່ນທ່ານ ເຈັມສ໌ ໄຊຍະວົງ, ອໍານວຍການວິທະຍາຄານພາສາຈີນໃນລະບົບໂຮງຮຽນ ຫລວງ ຂອງລັດວິສຄອນຊິນ ຊຶ່ງສອນໜັງສືເປັນພາສາຈີນແຕ່ລະວັນ 30 ນາທີ ໄປ ພ້ອມໆກັບວິຊາຮຽນເປັນພາສາອັງກິດ. ສ່ວນອີກຈໍານວນຶ່ງກໍເຮັດວຽກ ໃນຂະ ແໜງການແພດເປັນ ທ່ານໝໍ, ເປັນນາງພະຍາບານ ຫລືເປັນອາຈານສອນ ຝ່າຍ ພະຍາບານຢູ່ໃນມະຫາວິທະຍາໄລ, ມີບາງຄົນກໍເປັນອາຈານສອນວິຊາ ຕ່າງໆ ແລະເປັນທີ່ປຶກສາຂອງນັກສຶກສາ ເຊື້ອສາຍເອເຊຍຕາເວັນອອກສຽງໃຕ້ ໃນມະ ຫາວິທະຍາໄລລັດວິສຄອນຊິນຕັ້ງຢູ່ເມືອງມີລວອກກີ ຊຶ່ງເປັນມະຫາວິ ທະຍາໄລ ໃຫຍ່ທີ່ສຸດໃນເມືອງດັ່ງກ່າວ. ຍັງມີຄົນລາວຈໍານວນບໍ່ໜ້ອຍທີ່ເປັນເຈົ້າຂອງທຸລະ ກິດຮ້ານຂາຍເຄື່ອງເອເຊຍ, ຮ້ານຂາຍສິ້ນ ແລະຜ້າໄໝລາວ, ຮ້ານອາຫານລາວ ຕະຫລອດຮອດຮ້ານຂາຍຄໍາກໍມີ.

ຍາເອື້ອຍສຸກັນ ແສງມະນີວົງ (ຢືນ) ໄປຂີ່ເຮືອສໍາລາຍທ່ອງທ່ຽວກັບໝູ່ເພື່ອນໃນເມືອງມີລວອກກີ, ລັດວິສຄອນຊິນ
ຍາເອື້ອຍສຸກັນ ແສງມະນີວົງ (ຢືນ) ໄປຂີ່ເຮືອສໍາລາຍທ່ອງທ່ຽວກັບໝູ່ເພື່ອນໃນເມືອງມີລວອກກີ, ລັດວິສຄອນຊິນ

ເມື່ອຖາມເຖິງວັດລາວນັ້ນ ຍາເອື້ອຍສຸກັນບອກວ່າ ມີຢູ່ສາມວັດ ແລະກໍມີຄົນລາວ ຈໍານວນນຶ່ງແມ່ນນັບຖືສາສະໜາກາໂຕລິກ ແລະຄຣິສຕຽນນິກາຍອື່ນ ສະນັ້ນ ໃນເມືອງນີ້ ກໍມີໂບດກາໂຕລິກໃຫຍ່ສໍາລັບຄົນລາວ ແລະເຊື້ອສາຍເອເຊຍຕາເວັນ ອອກສຽງໃຕ້ແຫ່ງນຶ່ງ ທີ່ບໍລິຫານໂດຍຄຸນແມ່ອາລີສ ຊຶ່ງມາຈາກ ເມືອງທ່າແຂກ ຊຶ່ງຍາເອື້ອຍບອກວ່າ ໄດ້ໃຫ້ຄວາມຊ່ວຍເຫລືອແກ່ຄົນ ລາວ ຫລາຍໃນ ການຕັ້ງ ຖິ່ນຖານໃໝ່ ເຊັ່ນການຊອກວຽກເຮັດງານນທໍາ ຕະຫລອດ ຮອດການປະກອບ ເອກະສານຕ່າງໆ ໃຫ້ຖືກຕ້ອງໃນການດໍາລົງຊີວິດຢູ່ໃນສະຫະລັດນີ້.

ຍາເອື້ອຍ ສຸກັນ ແສງມະນີວົງ ຖ່າຍຮູບຢູ່ມຸມນຶ່ງຂອງສວນພືກສາຊາດນາງໆ ຊະນິດໃນ ມ. ມີລວອອກີ, ລັດວິສຄອນຊິນ
ຍາເອື້ອຍ ສຸກັນ ແສງມະນີວົງ ຖ່າຍຮູບຢູ່ມຸມນຶ່ງຂອງສວນພືກສາຊາດນາງໆ ຊະນິດໃນ ມ. ມີລວອອກີ, ລັດວິສຄອນຊິນ

ເມື່ອຖາມເຖິງຈຸດທ່ອງທ່ຽວທີ່ເດັ່ນຂອງເມືອງນີ້ ຍາເອື້ອຍສຸກັນເວົ້າວ່າ ມີຫລາຍ ແຫ່ງ ບ່ອນທີ່ເປັນສັນຍາລັກຂອງເມືອງມີລວອກກີທີ່ສຸດກໍຄືສະຖານທີ່ ປູກດອກ ໄມ້ ແລະພືດຈາກທຸກຂົງເຂດຂອງໂລກ ຫລື ໂດມທີ່ມີສາມຕຶກ ແລະໂຮງງານເບຍ ມີລເລີທີ່ໃຫ້ຄົນໄປທ່ຽວຊົມໂຮງງານ ແລະຊີມເບຍຟຣີ ຊຶ່ງຍາເອື້ອຍ ເລົ່າສູ່ຟັງດັ່ງນີ້:

ນອກນັ້ນແລ້ວ ເມືອງມີລວອກກີທີ່ຕັ້ງຢູ່ແຄມຫາດຊາຍອັນສວຍງາມຂອງທະສາບ ແມັກຊິແກນ ຫລື Lake Michigan ອັນກວ້າງໃຫຍ່ ຢູ່ເຂດຕາເວັນອອກຂອງ ເມືອງ ແລະຕັ້ງຢູ່ລຽບສອງຟາກຂ້າງຂອງແມ່ນໍ້າມີລວອກກີນັ້ນ ຍັງມີຈຸດທ່ອງທ່ຽວ ແລະງານບຸນທີ່ໜ້າສົນໃຈດຶງດູດໃຫ້ແຂກຄົນໄປເບິ່ງໄປຊົມຢູ່ອີກຫລາຍແຫ່ງ ໂດຍສະເພາະແມ່ນໃນລະດູຮ້ອນຢູ່ເຂດ ແຄມທະເລສາບດັ່ງກ່າວ ຊຶ່ງນອກຈາກ ຈະເປັນບ່ອນໃຫ້ຄົນໄປຫລິ້ນຫາດຊາຍ ແລະຍ່າງທ່ຽວຊົມທີວທັດແຄມແມ່ນໍ້າ ໃຫຍ່ແລ້ວ ກໍຍັງເປັນບ່ອນຈັດງານບຸນປະຈໍາປີຂອງລັດ ທີ່ມີຊື່ສຽງເຊັ່ນ State Fair ຊຶ່ງມີຈຸດເດັ່ນກໍຄື Summerfest, ຫລື ບຸນລະດູຮ້ອນຊຶ່ງເປັນການຈັດງານ ຄອນເສີດໃຫຍ່ລະດັບຊາດຂອງອາເມຣິກັນ ແລະເປັນເອກະລັກຂອງລັດ ວິສຄອນຊິນ ທີ່ມີເວທີສະແດງຂອງນັກຮ້ອງ, ນັກດົນຕີປະມານ 100 ຄົນ ຢູ່ໃນ ເວທີ 12 ແຫ່ງທີ່ເລີ້ມການສະແດງແຕ່ຕອນທ່ຽງ ກາງເວັນໄປຫາທ່ຽງຄືນ ເປັນ ເວລາ 11 ວັນ ນັບແຕ່ທ້າຍເດືອນມິຖຸນາຫາຕົ້ນ ເດືອນກໍລະກົດ ກໍຄືຢູ່ໃນຊ່ວງ ໄລຍະນີ້ເອງທີ່ ລວມທັງການສະຫລອງວັນເອກະລາດຂອງອາເມຣິກາອີກດ້ວຍ.

ຍາເອື້ອຍ ສຸກັນ(ຜູ້ທໍາອິດຊ້າຍ ແລະໃສ່ແຫວ່ນຕາ) ຖ່າຍຮູບກັບໝູ່ຢູ່ມຸມນຶ່ງຂອງ ມ. ມີລວອອກີ ແຄມທະເລສາບມິຊິແກນ, ລັດວິສຄອນຊິນ
ຍາເອື້ອຍ ສຸກັນ(ຜູ້ທໍາອິດຊ້າຍ ແລະໃສ່ແຫວ່ນຕາ) ຖ່າຍຮູບກັບໝູ່ຢູ່ມຸມນຶ່ງຂອງ ມ. ມີລວອອກີ ແຄມທະເລສາບມິຊິແກນ, ລັດວິສຄອນຊິນ

ນອກນັ້ນກໍຍັງມີງານບຸນອື່ນໆ ເຊັ່ນບຸນລະດູຮ້ອນຂອງຊາວອິນເດຍແດງ ທີ່ເອີ້ນວ່າ Indian Summer Festival, ແລະບຸນອື່ນໆ ອີກ ທີ່ເປັນງານບຸນ ປະຈໍາປີໃຫ້ຄົນໄປເບິ່ງໄປຊົມ ແລະຮຽນຮູ້ວັດທະນາທໍາ, ປະເພນີ ຂອງຊົນເຜົ່າ ຕ່າງໆໃນສະຫະລັດທີ່ຈັດຢູ່ເລາະແຄມທະເລສາບແຫ່ງນັ້ນໃນທຸກໆ ປີຍົກເວັ້ນປີນີ້ ທີ່ມີການລະບາດຢ່າງໜັກຂອງພະຍາດໂຄວິດ-19.

ສ່ວນການສະຫລອງບຸນໃຫຍ່ແບບພື້ນເມືອງປະຈໍາປີສໍາລັບຊາວລາວ, ຊາວມົ້ງ ແລະເຊື້ອສາຍເອເຊຍອື່ນໆ ກໍຄື ງານບຸນລະດູ Silver Spring Festival ທີ່ຈັດຢູ່ໃນຟາກຕາເວັນຕົກຂອງແມ່ນໍ້າມີລວອກກີ ທີ່ໄຫລ ຜ່ານໃຈກາງເມືອງນັ້ນ. ບ່ອນຈັດງານນີ້ກໍແມ່ນຢູ່ຕາມຖະໜົນໜ້າບ້ານຂອງຍາເອື້ອຍສຸກັນພໍດີ ຊຶ່ງຍາເອື້ອຍ ພັນລະນາກ່ຽວກັບງານບຸນປະຈໍາປີນີ້ສູ່ຟັງວ່າ:

ຍາເອື້ອຍສຸກັນ ກັບໍູກຊາຍ ແລະຫລານໆຂອງເພິ່ນ ທີ່ ມ. ມີລວອກກີ, ລັດວິສຄອນຊິນ
ຍາເອື້ອຍສຸກັນ ກັບໍູກຊາຍ ແລະຫລານໆຂອງເພິ່ນ ທີ່ ມ. ມີລວອກກີ, ລັດວິສຄອນຊິນ

ສະຫລຸບແລ້ວການມາຕັ້ງຖິ່ນຖານຂອງຄອບຄົວຂອງຍາເອື້ອຍສຸກັນ ແສງມະນີວົງ ຢູ່ໃນສະຫະລັດຕັ້ງແຕ່ປີ 1980 ຫລື 40 ປີກ່ອນນັ້ນ ແມ່ນມີຄວາມໝັ້ນຄົງ ແລະມີຊີວິດການເປັນຢູ່ທີ່ດີ ຊຶ່ງລູກໆຂອງຍາເອື້ຍມີອາຊີບການງານທີ່ດີ. ຍາເອື້ອຍເອງກໍມີວຽກເຮັດງານທໍາດີ ແລະປັດຈຸບັນກໍໄດ້ອອກກິນເບ້ຍບໍານານ ແລະປະກອບສ່ວນຊ່ວຍເຫລືອສັງຄົມຕະຫລອດມາ ເຊັ່ນເປັນຄະນະບໍລິຫານ ສະມາຄົມສັດຕີ ລາວປະຈໍາລັດວິສຄອນຊິນ ແລະອື່ນໆ.

XS
SM
MD
LG