ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ ອາລກາຣາສ ສິ້ນສຸດການຄອງບັນລັງ ວິມໂບດັນ ຂອງທ້າວໂຈກໂກວິກ ດ້ວຍການເອົາຊະນະແຊ້ມເກົ່າ 4 ສະໄໝ


ນັກກິລາເທັນນິສ ຊາວສະເປນ ທ້າວຄາຣໂລສ ອາລກາຣາສ (Carlos Alcaraz) ໃຫ້ຄວາມນັບຖືແກ່ ທ້າວໂນແວັກ ໂຈກໂກວິກ ຊາວເຊີເບຍ ພາຍຫຼັງຈາກໄຊຊະນະ ໃນຄູ່ຮອບສຸດທ້າຍ ຂອງການແຂ່ງຂັນເທັນນິສ ວິມໂບດັນ, ວັນທີ 16 ກໍລະກົດ 2023.
ນັກກິລາເທັນນິສ ຊາວສະເປນ ທ້າວຄາຣໂລສ ອາລກາຣາສ (Carlos Alcaraz) ໃຫ້ຄວາມນັບຖືແກ່ ທ້າວໂນແວັກ ໂຈກໂກວິກ ຊາວເຊີເບຍ ພາຍຫຼັງຈາກໄຊຊະນະ ໃນຄູ່ຮອບສຸດທ້າຍ ຂອງການແຂ່ງຂັນເທັນນິສ ວິມໂບດັນ, ວັນທີ 16 ກໍລະກົດ 2023.

ນັກເທັນນິສຂອງສະເປນ ທ້າວ ຄາຣໂລສ ອາລກາຣາສ (Carlos Alcaraz)ໄດ້ນຳມາແຫ່ງການປ່ຽນແປງຂອງວົງການກິລາເທັນນິສເພດຊາຍ ໃນຂະນະທີ່ລາວ ໄດ້ສິ້ນສຸດການຄອງບັນລັງທີ່ຍາວນານຂອງທ້າວ ໂນແວັກ ໂຈກໂກວິ​ສ (Novak Djokovic) ຢູ່ທີ່ການແຂ່ງຂັນ ວິມໂບດັນ (Wimbledon) ດ້ວຍສຽງຮ້ອງໂຮດັງກຶກກ້ອງໄປທົ່ວສະໜາມທີ່ເອີ້ນວ່າ All England Club ໂດຍຄວ້າເອົາໄຊຊະນະມາໄດ້ ເປັນເທື່ອທຳອິດ ໃນວັນອາທິດວານນີ້ ພາຍໃນຫ້າເສັດຄື 1 ຕໍ່ 6, 7 ຕໍ່ 6, 6 ຕໍ່ 1, 3 ຕໍ່ 6 ແລະ 6 ຕໍ່ 4 ອີງຕາມອົງການຂ່າວຣອຍເຕີ.

ນັກເທັນນິສຊາວເຊີເບຍ ໄວ 36 ປີ ບໍ່ເຄີຍມີໃຜເອົາຊະນະລາວໄດ້ຢູ່ໃນເດີ່ນໃຈກາງຂອງວິມໂບດັນ ເປັນເວລານຶ່ງທົດສະຫວັດ ແຕ່ໃນວັນອາທິດວານນີ້ ໃນທີ່ສຸດລາວ ໄດ້ພົບກັບຄູ່ແຂ່ງໃນເກມທີ່ລາວ ໝົດແນວຄິດທີ່ຈະຢຸດຢັ້ງທ້າວອາລກາຣາສ ໄວໜຸ່ມນ້ອຍທີ່ຕີບານແຮງ ເພື່ອບໍ່ໃຫ້ຜ່ານຜ່າໄປສູ່ຕຳແໜ່ງໄຊຊະນະເລີດ.

ຫຼັງຈາກທີ່ທ້າວອາລກາຣາສ ໄວ 20 ປີ ໄດ້ເອົາຊະນະໃນຕອນທີ່ທ້າວໂຈກໂກວິກ ເຊີບ ເຮັດໃຫ້ລາວນຳໜ້າ 2 ຕໍ່ 1 ເກມ ໃນເສັດທີຫ້າ ດ້ວຍການຕີຜ່ານໄດ້ຢ່າງສວຍງາມ ຊຶ່ງຣະແກັດຂອງທ້າວໂຈໂກວິກ ກໍໄດ້ຮັບແຮງກະທົບຢ່າງເຕັມສ່ວນຂອງຄວາມໂມໂຫຂອງລາວ ຂະນະທີ່ລາວຖຸມຣະແກັດຂອງລາວ ໃສ່ເສົາໄມ້ຟີເລ້ ທີ່ໄດ້ເຮັດໃຫ້ມັນຫັກພັງ.

ເຫດການນັ້ນ ສົ່ງຜົນໃຫ້ທ້າວໂຈກກາວິກ ໄດ້ຮັບການກ່າວເຕືອນໃນການແຂ່ງຂັນເປັນເທື່ອທີສອງ ໂດຍນັກເທັນນິສຊາວເຊີເບຍ ຍັງໄດ້ຖືກກ່າວເຕືອນໃນເມື່ອກ່ອນສຳລັບການໃຊ້ເວລາເກີນກວ່າກຳນົດ ກ່ອນທີ່ລາວ ຈະເຊີບບານ.

ແຕ່ສິ່ງທີ່ເຮັດໃຫ້ເສຍສະມາທິທັງໝົດນັ້ນ ກໍບໍ່ໄດ້ເຮັດໃຫ້ແຮງບັນດານໃຈຂອງທ້າວອາລກາຣາສ ສັ່ນຄອນເລີຍ ຂະນະທີ່ລາວ ໄດ້ກາຍເປັນຊາຍທີ່ໜຸ່ມນ້ອຍທີ່ສຸດໃນຊ່ວງ 37 ປີ ທີ່ໄດ້ຊະນະຂັນຄອບຄຳທີ່ເອີ້ນວ່າ Challenge Cup ຫຼັງຈາກທີ່ທ້າວໂຈກໂກວິກ ໄດ້ຊ້ວນບານຕຳຟີເລ້ຕົກລົງ ເຮັດໃຫ້ນັກເທັນນິສຊາວສະເປນ ລົ້ມລົງນອນສູ່ພື້ນສະໜາມ ໃນຊ່ວງເວລາແຫ່ງໄຊຊະນະຂອງລາວ.

Spain’s Carlos Alcaraz heralded the changing of the guard in men's tennis as he ended Novak Djokovic's long reign at Wimbledon with a rip-roaring 1-6 7-6(6) 6-1 3-6 6-4 victory to win the All England Club title for the first time on Sunday.

The 36-year-old Serbian had been indestructible on Wimbledon's Centre Court for a decade but on Sunday he finally met his match as he ran out of ideas to stop young gun Alcaraz from hurtling towards the title.

After the 20-year-old had broken for a 2-1 lead in the fifth set with a stupendous passing shot winner, Djokovic's racket felt the full force of his anger as he smashed it against the wooden net post to leave it in a mangled mess.

That earned Djokovic a second warning in the match, with the Serb also being cautioned earlier for taking too much time to launch into his serves.

But all that distraction failed to throw an inspired Alcaraz off course as he became the youngest man in 37 years to win the gilded Challenge Cup after Djokovic scooped a forehand into the net, leaving the Spaniard to collapse on to his back in his moment of triumph.

XS
SM
MD
LG