ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ອາ​ລ​ເບ​ເນຍ ຍົກ​ເລີກ​ການ​ເລືອກ​ຕັ້ງ


ຜູ້​ປະ​ທ້ວງ​ຄົນ​ນຶ່ງ ແກວ່ງ​ໄຟ​ໃສ່​ຕຳຫຼວດ ອາ​ລ​ເບ​ເນຍ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ, ນະ​ຄອ​ນຫຼວງ ທິ​ຣາ​ນາ, ປະ​ເທດ ອາ​ລ​ເບ​ເນຍ. 8 ມິ​ຖຸ​ນາ, 2019.
ຜູ້​ປະ​ທ້ວງ​ຄົນ​ນຶ່ງ ແກວ່ງ​ໄຟ​ໃສ່​ຕຳຫຼວດ ອາ​ລ​ເບ​ເນຍ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ, ນະ​ຄອ​ນຫຼວງ ທິ​ຣາ​ນາ, ປະ​ເທດ ອາ​ລ​ເບ​ເນຍ. 8 ມິ​ຖຸ​ນາ, 2019.

ປະ​ທາ​ນາ​ທິ​ບໍ​ດີປະ​ເທດ ອ​າ​ລ​ເບ​ເນຍ ທ່ານ ອີ​ລຽກ ເມ​ຕາ ໄດ້​ຍົກ​ເລີກ​ການ​ເລືອກ​ຕັ້ງ
ທ້ອງຖິ່ນທີ່ມີກຳນົດຈັດຂຶ້ນໃນວັນທີ 30 ມິຖຸນາ ນີ້, ເປັນການຕັດສິນໃຈທີ່ຖືກປະຕິເສດ
ຢ່າງວ່ອງໄວໂດຍນາຍົກລັດຖະມົນຕີ ທ່ານ ເອດີ ຣາມາ ຜູ້ທີ່ໄດ້ກ່າວວ່າ ການເລືອກຕັ້ງ
ຈະດຳເນີນຕໍ່ໄປ.

ໃນ​ຂະ​ນະ​ດຽວ​ກັນ, ຜູ້​ນຳ​ຝ່າຍ​ຄ້ານ ພັກ​ປະ​ຊາ​ທິ​ປະ​ໄຕ ທ່ານ ລັ​ລ​ຊິມ ບາ​ຊາ ໄດ້​ກ່າວ​ຕໍ່​
ຜູ້ສະໜັບສະໜູນຫຼາຍພັນຄົນ ໃນລະຫວ່າງການຊຸມນຸມປະທ້ວງໃນນະຄອນຫຼວງ
ທິຣານາ ວ່າ ການຕັດສິນໃຈຂອງທ່ານປະທານາທິບໍດີ ແມ່ນ “ຜົນທີ່ອອກມາຕອນທຳ
ອິດ ກ່ຽວກັບ ການຕໍ່ສູ້ຂອງພວກເຮົາເພື່ອຕ້ານ ທ່ານ ເອດີ ຣາມາ ແລະ ມັນຈະສືບຕໍ່
ໄປ.”

ພວກ​ປະ​ທ້ວງ, ທີ່​ຮຽກ​ຮ້ອງ​ໃຫ້​ທ່ານ ຣາ​ມາ ລາ​ອອກ​ຈາ​ຕຳ​ແໜ່ງ​ນັ້ນ, ໄດ້​ພາ​ກັນ​ຮ້ອງ​
ຄຳຂວັນ ແລະ ຖືປ້າຍທີ່ຂຽນເປັນພາສາ ອາລເບເນຍ ແລະ ເຢຍຣະມັນ ວ່າ “ຣາມາ
ອອກໄປ” ແລະ “ບໍ່ເອົາຢາເສບຕິດ, ບໍ່ເອົາທ່ານ ຣາມາ” ແລະ ຍົກທຸງຊາດ, ເຢຍຣະ
ມັນ ແລະ ສະຫະລັດ ໄປມາ.

ທ່ານ ລັ​ລ​ຊິມ ບາ​ຊາ ກ່າວ​ວ່າ “ອາ​ທິດນີ້​ແມ່ນ​ເຕັມ​ໄປ​ດ້ວຍ​ຂ່າວ​ທີ່​ພິ​ເສດ​ໃນ​ປະ​ເທດ
ອາລເບເນຍ, ແລະ ຢູໂຣບ ເຊິ່ງເຊື່ອມໂຍງກັບຊະຕາກຳຂອງປະເທດຂອງພວກເຮົາ
ໂດຍກົງ.”

ຕຳຫຼວດ ອາ​ລ​ເບ​ເນຍ ໄດ້​ໃຊ້​ແກັ​ສ​ນ້ຳ​ຕາ ແລະ ໄດ້​ສີດ​ນ້ຳ ເພື່ອ​ແຍກ​ຍ້າຍ​ພວກ​ປະ​ທ້ວງ,
ໃນຂະນະທີ່ບາງຄົນໄດ້ແກວ່ງໄຟ, ກະໂພກ ແລະ ລະເບີດແກ້ວນ້ຳມັນໃສ່ຕຳຫຼວດ ຢູ່
ນອກຕຶກຫ້ອງການລັດຖະບານຕ່າງໆ.

ເຖິງ​ແມ່ນ​ຈະ​ມີ​ການ​ຮຽກ​ຮ້ອງ​ຈາກ ຢູ​ໂຣບ ແລະ ສະ​ຫະ​ລັດ ໃຫ້​ຈັດ​ການ​ເຈ​ລະ​ຈາ​ເພື່ອ​
ແກ້ໄຂບັນຫາທາງຕັນນັ້ນກໍຕາມ, ທັງສອງຝ່າຍຍັງຄາຢູ່ກັບການຢືນຢັດຂອງເຂົາເຈົ້າ,
ແລະ ທ່ານ ຣາມາ ຍັງໄດ້ເລີ່ມການໂຄສະນາຫາສຽງ ສຳລັບການລົງຄະແນນສຽງໃນ
ທ້ອງຖິ່ນ ໂດຍປາສະຈາກພັກຝ່າຍຄ້ານທັງຫຼາຍ, ເຊິ່ງແມ່ນສິ່ງທີ່ແປກ ແມ່ນກະທັ້ງສຳ
ລັບປະຊາທິປະໄຕທີ່ວຸ້ນວາຍຂອງ ອາລເບເນຍ.

ການ​ຊຸມ​ນຸມ​ປະ​ທ້ວງ​ດັ່ງ​ກ່າວ, ເປັນ​ຄັ້ງ​ທີ​ແປດ​ໃນ​ປີນີ້​ເພື່ອ​ຕໍ່​ຕ້ານ​ທ່ານ ຣາ​ມາ, ເຊິ່ງ​ໄດ້​
ເກີດຂຶ້ນຫຼັງຈາກໜັງສືພິມປະຈຳວັນ Bilt ຂອງ ເຢຍຣະມັນ ໄດ້ເປີດເຜີຍບັນທຶກສຽງທີ່
ໄດ້ຮົ່ວໄຫຼອອກມາ ທີ່ສະແດງໃຫ້ເຫັນວິທີທີ່ຜູ້ຖືກກ່າວຫາວ່າເປັນພໍ່ຄ້າຢາເສບຕິດໃນ
ເມືອງ ເດີເຣັສ (Durres) ໄດ້ກ່າວຕໍ່ບັນດາເຈົ້າໜ້າທີ່ສັງຄົມນິຍົມ ວ່າລາວມີແຜນທີ່ຈະ
ບັງຄັບຜູ້ໜູນຫຼັງຝ່າຍຄ້ານ ໃຫ້ລົງຄະແນນສຽງໃຫ້ພວກເຂົາ ແລະ ຊ່ວຍເຫຼືອໝູ່ຄົນນຶ່ງ
ໃຫ້ກາຍເປັນສະມາຊິກສະພາແນວໃດ.

Albanian President Ilir Meta on Saturday cancelled local elections scheduled for June 30, a decision promptly rejected by Prime Minister Edi Rama who said the polls would go ahead.

Meanwhile, the opposition Democratic Party (DP) leader Lulzim Basha told thousands of supporters during a protest rally in Tirana the president's decision was the "first result of our battle against Edi Rama and will continue".

Protesters, demanding Rama's resignation, were chanting and holding posters in Albanian and German saying "Rama Go" and "No Drugs, No Rama" (Keine Drogen, Kein Rama), and waving Albanian, German and U.S. flags.

"This week was full of extraordinary news in Albania, Germany, and Europe which are directly linked to our country's fate."

Albanian police used tear gas and deployed water cannon to disperse the protesters, while some of them hurled flares, firecrackers and Molotov cocktails at police officers outside government buildings.

Despite calls by the EU and the United States for talks to solve the impasse, the two sides stuck to their positions, and Rama even started campaigning for the local vote without the opposition parties, an oddity even for Albania's chaotic democracy.

The rally, the eighth this year against Rama, took place days after the German daily Bilt published leaked tapes showing how an accused drug trafficker in Durres told Socialist officials how he planned to coerce opposition backers to vote for them and help a friend become a lawmaker.

XS
SM
MD
LG