ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທີມມະຫາວິທະຍາໄລ ອາລາບາມາ ຊະນະແຊມຟຸດບອນ ສະມາຄົມ ກິລາມະຫາວິທະຍາໄລແຫ່ງຊາດ


ທີມອາລາບາມາ ທ້າວ​ຕົວ ຕາໂກໄວໂລອາ ຍົກລາງວັນ ແຊມປ້ຽນ ຫລັງຈາກຊະນະການຫລິ້ນລ່ວງເວລາ.
ທີມອາລາບາມາ ທ້າວ​ຕົວ ຕາໂກໄວໂລອາ ຍົກລາງວັນ ແຊມປ້ຽນ ຫລັງຈາກຊະນະການຫລິ້ນລ່ວງເວລາ.

ທີ​ມມະຫາວິທະຍາ​ໄລ​ອາ​ລາ​ບາ​ມາ ​ໄດ້​ກັບ​ຄືນ​ມາຢ່າງຕື່ນເຕັ້ນ​ໃນຕອນ​ແລງວັນ​ຈັນ
ວານ​ນີ້ ​ໂດຍສາມາດທັສດາວ ຢູ່​ໃນ​ການ​ຕໍ່​ເວລາ​ເພື່ອ​ຊິງ​ແຊມ​ປ້ຽນເຕະບານ ແບບ
ອາເມຣິກັນ ຂອງສະມາຄົມ​ກິລາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ອາ​ເມຣິກາ.

ທີ​ມຄຣີມ​ສັນທາຍດ໌ ແມ່ນມີຄະແນນນຳຫລັງ ມະຫາວິທະຍາ​ໄລ​ຈໍ​ເຈຍ 0 ຕໍ່13 ໃນ​
ຕອນເຄິ່ງ​ເວລາ ​ແລະ​ຫັນມາໃຊ້ ຜູ້ແກວ່າງບານສຳຮອງ ທ້າວ​ຕົວ ຕົວຕາໂກໄວໂລອາ
ໃນ​ເຄິ່ງ​ເວລາ​ທີ​ສອງ ​ເພື່ອ​ຊອກ​ຫາ ​ການ​ບຸກໂຈມຕີແບບໃໝ່. ນັກ​ຫລິ້ນ​ປີ​ທຳ​ອິດ​ໄດ້​ທຳ
ການ​ແກວ່ງໝາກ​ບານ ​ທັສດາວ​ສາມ​ເທຶ່ອ​ເພື່ອ​ນຳເອົາທີ​ມອາລາບາ​ມາ ​ເຂົ້າ​ສູ່​ແຊມ​ປ້ຽນ
ແຫ່ງ​ຊາດເ​ທື່ອທີ​ຫ້ານັບ​ແຕ່​ປີ​ 2009 ເປັນຕົ້ນມາ.

ໃນລະດູການແຂ່ງຂັນປີ​ແລ້ວ​ນີ້ ທີ​ມອາບາ​ມາ ໄດ້​ເສຍ​ຕຳ​ແໜ່​ງ​ແຊມປ່ຽນແຫ່ງ​ຊາດ​ ​ໃນ
​ວິນາທີ​ສຸດ​ທ້າຍ ​ໃຫ້​ແກ່​ທີມຄຣີມ​ສັນທາຍດ໌. ​ໃນ​ວັນຈັນ​ວານ​ນີ້ ດ້ວຍ​ຄະ​ແນນ​ສະ​ເໝີກັນ
​ຢູ່​ໃນ​ນາທີ​ສຸດ​ທ້າຍ ຂອງການແຂ່ງຂັນທີ​ສີ່ ຜູ້​ເຕະບານ​ຂອງ​ທີ​ມ​ໄດ້​ຜິດພາດເຕະ​ຟິລ​ໂກນ
ບໍ່ເຂົ້າ ທີ່​ຄວນ​ໄດ້​ຊະນະ​ການແຂ່ງຂັນ ​ແທນ​ທີ່​ຈະໃຫ້ມີການຕໍ່ເວລາໃນການ​ແຂ່ງຂັນ​.

ພາຍໃຕ້​ກົດ​ລະບຽບ ການ​ແຂ່ງຂັນ​ສະມາຄົມກິລາ​ມະຫາວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຫລື
NCAA ແລ້ວ ​ແຕ່ລະ​ທີ​ມ​ມີ​ໂອກາດ​ຫລິ້ນ​ບານ ​ແລະ​ເຮັດ​ຄະ​ແນນໄດ້. ຜູ້​ເຕະບານ​ທີ​ມຈໍ
​ເຈຍ ທ້າວແອນ​ດີີ ປາ​ປາ​ນາສ​ໂຕ​ສ ​ໄດ້​ເຕະ​ເຂົ້າ​ໂກນ​ ໄລຍະ​ໄກ ​ເພື່ອ​ເຮັດ​ໃຫ້​ທີ​ມຂອງ
​ລາວ ​ມີ​ຄະ​ແນນນຳໜ້າ 23 ຕໍ່ 20.

ຄະນະປ້ອງກັນຂອງທີ​ມຈໍ​ເຈຍ ​ໄດ້​ຢຸດຜູ້ແກວ່ງບານຂອງທີີມອາລາບາມາ ທ້າວ​ຕາ​ໂກ
​ໄວໂລອາ ໃນການ​ຫລິ້ນເທື່ອ​ທຳ​ອິດ ໃນການຕໍ່ເວລາຂອງ​ທີ​ມອາ​ລາ​ບາ​ມາ. ​ແຕ່​ການ
​ແກວ່ງເທື່ອ​ຕໍ່​ມາຂອງລາວ​ ແມ່ນເປັນການແກວ່ງທັສດາວ ເຮັດໃຫ້​ທີມຂອງລາວຄວ້າ
ເອົາຕຳແໜ່ງແຊມປ້ຽນໄປຄອງ.​ ​

ອ່ານຂ່າວນີ້ເພີມເປັນພາສາອັງກິດ

XS
SM
MD
LG