ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມ al-Shabab ຢຶດເອົາຄ້າຍທະຫານ​ ລັດຖະບານ 2 ​ແຫ່ງ​ ຢູ່​ໃນ​ໂຊມາເລຍ


ແຜນທີ່ ປະເທດໂຊມາເລຍ
ແຜນທີ່ ປະເທດໂຊມາເລຍ

ເຈົ້າໜ້າ​ທີ່​ທ້ອງ​ຖິ່ນຄົນ​ໜຶ່ງ ຢູ່​ພາກ​ໃຕ້​ຂອງ​ໂຊ​ມາ​ເລຍ ກ່າວ​ວ່າ
ພວກ​ຫົວ​ຮຸນ​ແຮງ al-Shabab ​ໄດ້​ຢຶດ​ເອົາຄ້າຍທະຫານ​
ລັດຖະບານ 2 ​ແຫ່ງ​ຢູ່​ໃນ​ເຂດ Lower Shabelle.

​ຜູ້ປົກຄອງເຂດ Lower Shabelle ທ່ານ Abdulkadir
Mohamed Nur ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນ​ກພາສາ ​ໂຊ​ມາເລຍ
ວ່າ ພວກ​ຫົວ​ຮຸນ​ແຮງ​ຕິດ​ອາວຸດໜັກຈຳນວນນຶ່ງ ​ໄດ້ບຸກ​ໂຈມ​ຕີ
​ເມືອງ Awdhegle ​ແລະ Mubarak ​ໃນຕອນ​ເຊົ້າ ຂອງວັນ​ສຸກ
​ມື້​ນີ້. ຄ້າຍ​ທັງສອງ ​ແມ່ນ​ຢູ່​ຫ່າງ​ຈາກນະຄອນຫຼວງ Mogadishu
ຂອງ​ໂຊ​ມາ​ເລຍໄປທາງ​ກ້ຳ​ຕາ​ເວັນ​ຕົກ ປະມານ 75 ກິ​ໂລ​ແມັດ.

ທ່ານ Nur ກ່າວ​ວ່າ ທະຫານ​ລັດຖະບານຫຼາຍຄົນ ຖືກ​ຂ້າ​ຕາຍ ​ໃນ​ການ​ໂຈມ​ຕີ​ຄັ້ງນີ້. ທ່ານ
​ກ່າວ​ອີກ​ວ່າ ທ່ານ​ກຳລັງສົ່ງ​ກອງ​ທະຫານ​ຈຳ ນວນ​ໜຶ່ງ ໄປຢຶດເອົາເຂດ​ດັ່ງກ່າວຄືນມາ.

​ຄ້າຍທີ່​ຖືກ​ໂຈມ​ຕີນັ້ນ ​ແມ່ນ​ຖືກ​ເຝົ້າຢາມ​ໂດຍ ກອງ​ທະຫານ​ຈາກ​ສະຫະພາບອາ​ຟຣິກາ ຫຼື
AU ມາຮອດເມື່ອ​ສອງ​ເດືອນ​ແລ້ວ​ນີ້. ເມື່ອກອງ​ທະຫານ​ຂອງ AU ​ໄດ້ຍ້າຍ​ອອກ​ໄປ​ແລ້ວ
ຄວາມ​ຮັບຜິດ ຊອບ​ທາງ​ດ້ານ​ຄວາມ​ປອດ​ໄພ ​ແມ່ນ​ໄດ້​ມອບ​ໃຫ້​ແກ່​ທະຫານ​ໂຊ​ມາ​ເລຍ.

​ເມື່ອອາທິດ​ແລ້ວ​ນີ້ ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ໄດ້​ເດີນທາງ
​ຢ້ຽມຢາມໂຊ​ມາ​ເລຍແບບທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ບ່ອນ​ທີ່​ທ່ານໄດ້​ກ່າວ​ວ່າ ສະຫະລັດຍິນ​ດີ ທີ່
​ຈະ​ຊ່ອຍ​ເຫຼື​ອ ເພື່ອສ້າງກອງທັບແຫ່ງ​ຊາດໂຊ​ມາ​ເລຍ ແລະ ຊ່ອຍ​ລວບ​ລວມ​ເອົາກອງກຳລັງ​ ໃນຂົງ​ເຂດ​ເຂົ້າຢູ່ໃນກຳລັງດັ່ງກ່າວ.

XS
SM
MD
LG