ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສາຍ​ການບິນ ​ນາໆຊາດ​ ​​ງົດ​ຖ້ຽວ​ບິນ ໄປ​ຍັງນະຄອນຫຼວງ​ ຂອງ​​ເຢ​ເມນ


ບັນດາສາຍ​ການບິນ​ນາໆຊາດ​ຕ່າງໆ ​ໄດ້​ງົດ​ຖ້ຽວ​ບິນທັງ​ໝົດ
​ໄປ​ຍັງ ນະຄອນຫລວງ​ Sana’a ຂອງ​ປະ​ເທດ​ເຢ​ເມນ ຫຼັງຈາກ
​ມີ​ການ​ຕໍ່ສູ້​ກັນ​ຢ່າງ​ໜັກ ລະ​ຫວ່າງ ພວກ​ກະບົດ Houthi ​ແລະ
ພວກ​ທະຫານ​ບ້ານ Sunni ເປັນ​ເວລາຫຼາຍມື້​ແລ້ວ ທີ່​ໄດ້​ເຮັດ
​ໃຫ້ປະຊາຊົນຫຼາຍຮ້ອຍ​ຄົນ​ຫລົບໜີ​ອອກ​ໄປຈາກນະຄອນດັ່ງກ່າວ.

ຫຼາຍກວ່າ 40 ຄົນ ​ໄດ້​ເສຍ​ຊີວິດ ​ໃນ​ການ​ປະ​ທະ​ກັນ​ເມື່ອຄືນ
ແລ້ວນີ້ ​ໃນ​ຂະນະ​ທີ່ພວກ​ມື​ປືນ ຂອງກຸ່ມກະບົດ Houthi ຢຶດ​ເອົາ
​ປ້ອມ​ຍາມ​ຕ່າງ​ໆຂອງ​ຕຳຫລວດແລະ​ທະຫານ ຢູ່ຫຼາຍໆເຂດຂອງ​
ນະຄອນຫຼວງ.

ສື່ມວນຊົນຂອງ​ທາງ​ການ​ເຢ​ເມນ ກ່າວ​ວ່າ ພວກ​ກະບົດ ​ໄດ້​ຍິງ​ປືນ​ໃຫຍ່ໃສ່ສະຖາ​ນີ​
ໂທ​ລະພາບ​ ຂອງ​ລັດຖະບານ​ໃນ​ວັນ​ພະຫັດ​ມື້ວານ​ນີ້ ​ໃນ​ການ​ໂຈມ​ຕີ​ທີ່​ຍັງດຳເນີນ​ຕໍ່​ມາ
​ເຖິງ​ວັນ​ສຸກ​ມື້​ນີ້.

ລາຍ​ງານຂ່າວແຈ້ງວ່າ ​ບັນດາ​ເຈົ້າໜ້າ​ທີ່​ໄດ້​ຕັດ​ການ​ນຳ​ໃຊ້​ໂທລະສັບ​ມືຖື ​ແລະ ການ​ຕິດ​ຕໍ່​ທາງ​ອິນ​ເຕີ​ເນັດ ຢູ່​ໃນ​ນະຄອນຫລວງ ​ແຕ່​ໂທ ລະສັບ​ຕັ້ງໂຕະ​ນັ້ນ ປາກົດ​ວ່າ​ຍັງ​ໃຊ້​ໄດ້​ຢູ່.

ການ​ສູ້​ກັນດັ່ງກ່າວນີ້ແມ່ນເປັນ​ຄັ້ງຫຼ້າສຸດ ​ໃນການ​ປະ​ທະ​ກັນ​ແບບບໍ່ຮຸນແຮງ ທີ່ມີມາເປັນ
ລຳດັບ ລະຫວ່າງ ກອງທັບ​ເຢ​ເມນ ​ແລະ​ພວກ​ກະບົດ Houthi ທີ່ນັບຖືນິກາຍ​ Zaidi ຂອງ Shi’ite ນັ້ນ.

ພວກ​ກະບົດ Houthi ​ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ປ່ຽນ​ລັດຖະບານໃໝ່ແລະ​ປະຕິ​ຮູບ​ເສດຖະກິດ. ລັດຖະບານເຢ​ເມນ ທີ່​ປະກອບດ້ວຍຊາວຊຸນນີ່ ເປັນສ່ວນ​ໃຫຍ່ນັ້ນ ​ໄດ້​ກ່າວ​ຫາ​ພວກ​ເຂົາ​ເຈົ້າວ່າ​ ເປັນ​ຕົວ​ແທນຂອງ​ອີຣ່ານ ​ແລ້ວ​ຖິ້ມ​ໂທດ​ໃສ່ບັນດາ​ປະ​ເທດ​ທີ່​ມີ​ຊາວ Shi’ite ​ເປັນຄົນກຸ່ມ ​ໃຫຍ່ນັ້ນ ​ຍຸຍົງໃຫ້ເກີດຄວາມ​ບໍ່ສະຫງົບນີ້.

XS
SM
MD
LG