ເຮືອບິນ ຂອງສາຍການບິນ Air Algeria ລຳນຶ່ງ ທີ່ມີຜູ້ໂດຍສານ
ແລະຈຸບິນທັງໝົດ 116 ຄົນໄດ້ຫາຍສາບສູນໄປໃນລະຫວ່າງຖ້ຽວ
ບິນຈາກ Burkina Faso ໄປຫານະຄອນຫລວງ Algiers.
ອົງການຂ່າວທາງການຂອງອາລຈີເຣຍກ່າວວ່າ ພວກເຈົ້າໜ້າທີ່
ຄວບຄຸມການບິນ ໄດ້ຂາດການຕິດຕໍ່ກັບເຮືອບິນລຳນັ້ນ ໃນເວ
ລາປະມານ 50 ນາທີ ຫລັງຈາກທີ່ເຮືອບິນຂຶ້ນຈາກເດີ່ນທີ່ເມືອງ
Ouagadougou ສຳຫລັບການເດີນທາງທີ່ປົກກະຕິແລ້ວ ໃຊ້ເວ
ລາປະມານ 4 ຊົ່ວໂມງ.
ແຫລ່ງຂ່າວອາລຈີເຣຍ ເວົ້າວ່າ ການຕິດຕໍ່ກັບເຮືອບິນ ເທື່ອສຸດ
ທ້າຍ ແມ່ນໃນຂະນະທີ່ເຮືອບິນລຳນັ້ນກຳລັງບິນຢູ່ໃນເຂດນ່ານຟ້າ ຂອງພາກເໜືອປະເທດ ມາລີ.