ລິ້ງ ສຳຫລັບເຂົ້າຫາ

ວັນໂຣກເອດສ໌ໂລກ ແມ່ນວັນທີ່ສະທ້ອນ ໃຫ້ເຫັນຄວາມກ້າວໜ້າ ໃນການຕໍ່ຕ້ານ ໂຣກທີ່ເປັນຕາຢ້ານນີ້


ວັນສຸກທີ 1 ທັນວາມື້ນີ້ ເປັນຂີດໝາຍວັນໂຣກເອດສ໌ຂອງໂລກ, ແລະ ອົງການອະນາ
ໄມໂລກ ໄດ້ສະໜັບສະໜູນການໂຄສະນາ ກ່ຽວກັບການປະກັນສຸຂະພາບ ເພື່ອຊ່ວຍ
ປະຊາຊົນ 36 ລ້ານ 7 ແສນຄົນໃນທົ່ວໂລກ ທີ່ດຳລົງຊີວິດ ດ້ວຍການຕິດເຊື້ອ HIV
ແລະໂຣກເອດສ໌. ກາບຣີແອລ ວາຍສ໌ ມີລາຍງານສຳລັບວີໂອເອ ກ່ຽວກັບຄວາມພະ
ຍາຍາມຂອງຄລີນິກ ວິທ໌ແມນ ວອກເກີ ແຮລທ໌ ໃນນະຄອນຫຼວງ ວໍຊິງຕັນ. ໃນອັນດັບ
ຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານເພີ່ມເຕີມ.

ທ່ານ ໂທນີ ເບີນສ໌ ຜູ້ປ່ວຍ ຂອງຄລີນິກ ວິທ໌ແມນ ວອກເກີ ແຮລທ໌ ກ່າວວ່າ ການທີ່
ເປັນຄົນຜິວດຳ ແລະ ຕິດເຊື້ອ HIV ໃນນະຄອນຫຼວງ ວໍໍຊິງຕັນ ບໍ່ແມ່ນສິ່ງທີ່ງ່າຍເລີຍ.
ເລື່ອງຂອງຂ້າພະເຈົ້າໄດ້ເລີ່ມຕົ້ນຢູ່ທີ່ນີ້ຢູ່ຄລີນິກ ວິທ໌ແມນ ວອກເກີ. ວັນທີ 13 ເດືອນ
ກໍລະກົດ 1990 ຂ້າພະເຈົ້າຖືກກວດພົບວ່າ ຕິດເຊື້ອ HIV. ແລະ ຂ້າພະເຈົ້າຈື່ທ່ານ
ໝໍໄດ້ບອກຂ້າພະເຈົ້າວ່າ ເຈົ້າອາດມີຊີວິດຮອດ 50 ປີ, ແຕ່ເຈົ້າຈະບໍ່ມີອາຍຸຮອດ 60
ປີ. ແລະ ໝູ່ເພື່ອນທີ່ຂ້າພະເຈົ້າຮັກ ແລະ ເປັນຫ່ວງແທ້ໆ, ພວກເຂົາເຈົ້າຫຼາຍຄົນ ແລະ
ສ່ວນຫຼາຍແມ່ນໄດ້ເສຍຊີວິດແລ້ວ. ແລະ ຂ້າພະເຈົ້າໄດ້ວາງແຜນສຳລັບງານສົ່ງສະ
ການຂອງຂ້າພະເຈົ້າສອງຄັ້ງ. ຂ້າພະເຈົ້າໄດ້ເລືອກຂຸມຝັງສົບຂອງຂ້າພະເຈົ້າ. ສະນັ້ນ
ຂ້າ ພະເຈົ້າໄດ້ເຫັນສິ່ງທີ່ດີ ແລະ ບໍ່ດີ, ຄວາມຂີ້ຮ້າຍ ແລະ ຄວາມໝົດຫວັງຂອງເຊື້ອ
HIV. ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າຈະຮູ້ສຶກສະບາຍໃຈທີ່ມາບ່ອນນີ້. ຂ້າພະເຈົ້າຈະບໍ່
ຖືກລັງກຽດໃນການເປັນຜູ້ຊາຍທີ່ຮັກຄົນເພດດຽວກັນ.”

ທ່ານນາງ ເມແກນ ໂຄລ໌ແມນ ຜູ້ອຳນວຍການ ການຄົ້ນຄວ້າຊຸມຊົນ ກ່າວວ່າ “ ຄລີ
ນິກ ວິທ໌ແມນ ວອກເກີ ໄດ້ຍ້າຍອອກຈາກ ຄລີນິກ VD ໃນຫ້ອງໃຕ້ດິນຂອງໂບດ, ໄດ້
ຕອບສະໜອງຕໍ່ວິກິດການຕິດເຊື້ອ HIV ແລະ ສາມາດໄປມີໜ້າເມື່ອຄອບຄົວຂອງ
ເຂົາເຈົ້າ, ຄົນຮັກ ແລະ ຄົນອື່ນໆໄດ້ລັງກຽດ ແລະ ຫັນໜີຈາກເຂົາເຈົ້າ. ແລະ ຄວາມ
ຮັບຜິດຊອບໃນທຸກມື້ນີ້ ເພື່ອໃຫ້ກຽດແຕ່ ລະຄົນ ຜູ້ທີ່ບໍ່ໄດ້ຢູ່ກັບພວກເຮົາອີກແລ້ວ,
ແມ່ນສິ່ງສຳຄັນທີ່ສຸດທີ່ພວກເຮົາເຮັດ.”

ທ້າວ ເດຣິກ ສຕຣໍເບີຣີ ຄັອກສ໌ ຄົນໄຂ້ ແລະ ອາສາສະໝັກ ຄລີນິກ ວິທ໌ແມນ ວອກເກີ
ກ່າວວ່າ “ຂ້າພະເຈົ້າເລີ່ມມາຄລີນິກ ວິທ໌ແມນ ວອກເກີ ປະມານສອງປີກ່ອນ ເພາະວ່າ
ຂ້າພະເຈົ້າຢາກໄປບ່ອນໃດບ່ອນນຶ່ງ ທີ່ຂ້າພະເຈົ້າຮູ້ສຶກສະບາຍໃຈສຳລັບພວກໄວໜຸ່ມ,
ຊາວໜຸ່ມຮັກຮ່ວມເພດ. ຂ້າພະເຈົ້າຕິດ ເຊື້ອ HIV ມາໄດ້ 6 ປີແລ້ວ. ແລະກໍກວດບໍ່ພົບ
ເປັນເວລາອີກ 6 ປີດ້ວຍ.”

ທ່ານນາງ ເມແກນ ໂຄລ໌ແມນ ກ່າວວ່າ “ໄດ້ມີຄວາມກ້າວໜ້າທາງການແພດທີ່ໜ້າ
ມະຫັດສະຈັນ ໃນການໃຫ້ການຮັກສາສຳລັບຄົນໄຂ້ຜູ້ຕິດເຊື້ອ HIV. 20 ຫາ 25 ປີ ທີ່
ຜ່ານມາ ພວກເຮົາມີຢາພຽງໜ້ອຍດຽວ ແລະນັ້ນກໍແມ່ນນຶ່ງໃນສິ່ງສຳຄັນແທ້ໆ ກ່ຽວກັບ
ການມີການຄົ້ນ ຄວ້າ ແລະ ລັດຖະບານກາງ ແລະ ສະຖາບັນການສຶກສາ ທີ່ໃຫ້ການສະໜັບສະໜູນໃນການພັດທານາຢາຊະນິດໃໝ່ຂຶ້ນມາ, ເພາະວ່າຕອນນີ້ ພວກເຮົາມີ
ໂຄງການກິນຢານຶ່ງເມັດຕໍ່ມື້ ທີ່ຄົນສາມາດກິນໄດ້, ມີພິດ ແລະ ຜົນຂ້າງຄຽງໜ້ອຍທີ່ສຸດ,
ແລະ ເຂົ້າເຈົ້າກໍສາມາດມີສຸຂະພາບທີ່ແຂງແຮງ ແລະ ມີຄວາມສຸກ ແລະ ດຳລົງຊີວິດ
ຕາມປົກກະຕິໄດ້ທຸກມື້ ດັ່ງກັບຄົນອື່ນໆ ແລະ ທຸກຄົນກໍສາມາດມີຊີວິດຢູ່ໄດ້.”

ທ້າວ ເດຣິກ ສຕຣໍເບີຣີ ຄັອກສ໌ ກ່າວວ່າ “ຂ້າພະເຈົ້າກິນຢາເມັດນຶ່ງ, ມັນເອີ້ນວ່າ
ເຈັນໂວຢາ ຂ້າພະເຈົ້າກິນມັນທຸກຄືນກ່ອນນອນ. ແລະ ມັນກໍຄືຢາໄວຕາມິນ ສຳລັບ
ຂ້າພະເຈົ້າ.”

ທ້າວ ໂທນີ ເບີນສ໌, ຄົນໄຂ້ຄລີນິກ ກ່າວວ່າ “ຂ້າພະເຈົ້າໄດ້ເຂົ້າຮ່ວມໃນການກິນຢາ
ຊະນິດທຳອິດສຳລັບເຊື້ອ HIV ເຊິ່ງແມ່ນຢາ AZT. ເຂົາເຈົ້າບໍ່ໄດ້ເຮັດໃຫ້ມັນເປັນຢາ
ວິທະຍາສາດທີ່ ມີຄຸນນະພາບດີ ແລະ ຫຼາຍຄົນກໍບໍ່ສະບາຍຍ້ອນວ່າ ເຂົາເຈົ້າທົນມັນບໍ່
ໄດ້. ຂ້າພະເຈົ້າກໍແມ່ນນຶ່ງໃນຄົນພວກນັ້ນ.ແລະ ປັດຈຸບັນນີ້ມັນດີຂຶ້ນຫຼາຍແລ້ວ. ຄົນທີ່
ໜຸ່ມກວ່າແມ່ນສາມາດກິນໄດ້ເມັດລະມື້ແລ້ວ. ໝາຍຄວາມວ່ານັ້ນແມ່ນເລື່ອງປະຕິຫານ,
ທ່ານຮູ້ບໍ່. ແລະ ຕອນນີ້ ດ້ວຍການກິນຢາແຕ່ເລີ່ມຕົ້ນນັ້ນ ພວກເຮົາແມ່ນໄດ້ມີຄວາມ
ກ້າວໜ້າ ເມື່ອການລົບລ້າງເຊື້ອ HIV ທີ່ຂ້າພະເຈົ້າມີຄວາມເຊື່ອນັ້ນ ຈະກາຍເປັນ
ຄວາມຈິງ ສຳລັບພວກຜູ້ຄົນທັງຫຼາຍ.”

ທ້າວ ເດຣິກ ສຕຣໍເບີຣີ ຄັອກສ໌ ກ່າວວ່າ “ມັນບໍ່ແມ່ນການເຈັບປ່ວຍທີ່ຮ້າຍແຮງອີກຕໍ່
ໄປແລ້ວ ແລະເຈົ້າກໍສາມາດຢູ່ກັບມັນໄດ້. ແລະ ຖ້າພວກເຮົາທຸກຄົນສາມັກຄີກັນ ໃນ
ຖານະທີ່ເຮົາເປັນຜູ້ບໍ່ຕິດ ຫຼື ໄດ້ຕິດເຊື້ອ HIV ນັ້ນ ພວກເຮົາສາມາດຫລຸດຜ່ອນ ການ
ຖືກລັງກຽດນັ້ນ ແລະຜູ້ຄົນຫຼາຍກວ່ານີ້ ກໍຈະສາມາດມາກວດ ແລະພວກເຮົາກໍຈະສາ
ມາດທຳລາຍການແຜ່ລະບາດ ຂອງເຊື້ອນີ້ໄດ້ທັງໝົດແທ້ໆ.”

ທ່ານນາງ ເມແກນ ໂຄລ໌ແມນ ກ່າວວ່າ “ຂ້າພະເຈົ້າຄິດວ່າ ໂດຍສະເພາະສຳລັບວັນ
ໂຣກເອດສ໌ໂລກ ແລະ ວັນໂຣກເອດສ໌ໂລກ ມີຄວາມໝາຍແນວໃດໃນວັນທີ 1 ທັນວາ
2017 ນີ້. ຂ້າພະເຈົ້າຄິດວ່າສິ່ງສຳຄັນທີ່ສຸດກໍແມ່ນໃຫ້ປະຊາຊົນຮັບຮູ້ວ່າເຊື້ອ HIV ຍັງ
ແມ່ນສິ່ງທີ່ຢູ່ອ້ອມຮອບເຮົາຢູ່ ແລະ ຍັງຕ້ອງການຄວາມເອົາໃຈໃສ່ ແລະ ຍັງຕ້ອງ ການ
ແຫຼ່ງຊັບພະຍາກອນຕ່າງໆ ແລະ ຕ້ອງການໆສະໜັບສະໜູນ. ພວກເຮົາສາມາດປ່ຽນ
ແປງການພັນລະນາ ແລະ ພວກເຮົາສາມາດປ່ຽນແປງວິທີທີ່ພວກເຮົາເວົ້າ ກ່ຽວກັບ ມັນ.
ພວກເຮົາສາມາດເວົ້າ ກ່ຽວກັບມັນ ດັ່ງກັບສິ່ງທີ່ເຈົ້າຕ້ອງກິນຢາທຸກມື້ເພື່ືອມັນ. ການທີ່
ກວດບໍ່ພໍ້ເຊື້ອໄວຣັສ ກໍໝາຍເຖິງມັນບໍ່ສາມາດຕິດຕໍ່ຈາກເຈົ້າ ແລະປ່ຽນແປງສິ່ງຕ່າງໆ
ທີ່ພວກເຮົາໄດ້ເຮັດໃນການປ້ອງກັນ ແລະ ການພົວພັນ ແລະ ສິ່ງທີ່ເບິ່ງຄືແງ່ບວກ ແລະ
ແງ່ລົບ. ແລະ ຄວາມຮັກ ແລະ ສາຍພົວພັນ, ເພດສຳພັນ ແລະ ຄວາມສະໜິດສະໜົມ
ເບິ່ງເປັນຄືແນວໃດໃນປີ 2017. ແຕ່ພວກເຮົາຕ້ອງເວົ້າກ່ຽວກັບ ມັນ. ນັ້ນແມ່ນຄວາມ
ສຳຄັນຂອງວັນທີ 1 ທັນວາ ໃນການສົນທະນາກ່ຽວກັບເລື່ອງນັ້ນ. ແລະ ກ່ານມີການສົນ
ທະນາຢ່າງເປີດເຜີຍ ແລະ ຢ່າງຊື່ສັດ ແລະຍິ່ງເຈົ້າເວົ້າຫຼາຍເທົ່າໃດ ເຈົ້າກໍຍິ່ງຈະຫຼຸດ
ຜ່ອນການລັງກຽດລົງຫຼາຍເທົ່ານັ້ນ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG