ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ກອງປະຊຸມໂຣກເອດສ໌ ຄັ້ງທີ່ 18


ທ່ານ ພັນ ຄີມູນ ເລຂາທິການ​ໃຫຍ່ອົງການສະຫະປະຊາຊາດກ່າວວ່າ ທ່ານມີຄວາມເປັນຫ່ວງຫລາຍທີ່ສຸດ ວ່າສະພາວະເສດຖະກິດຕົກຕ່ຳຂອງໂລກ ຈະເປັນສາເຫດໃຫ້ພວກປະເທດຮັ່ງມີທັງຫລາຍຕ້ອງໄດ້ຕັດ ງົບປະມານຕໍ່ຕ້ານໂຣກເອດສ໌ນັ້ນລົງ.

ທ່ານພັນ ຄີມູນ ໄດ້ກ່າວ​ເຊ່ນ​ນັ້ນ​ໃນ​ຄຳ​ປາ​ໃສໄຂກອງປະຊຸມນາໆຊາດ ວ່າດ້ວຍໂຣກເອດສ໌ ຄັ້ງທີ່ 18 ທີ່ກຸງວຽນນາ ເມື່ອວັນອາທິດວານນີ້ ທີ່​ສົ່ງຜ່ານ ທາງດາວທຽມ ຈາກນະຄອນນີວຢ໊ອກ.

ທ່ານ ພັນ ຄີມູນ ກ່າວ​ວ່າ ທ່ານຢ້ານວ່າ ຄວາມ​ກ້າວໜ້າທີ່ໄດ້ຮັບເມື່ອໝໍ່ໆມານີ້ ​ໃນການຕໍ່ສູ້​ປາບປາມພະຍາດດັ່ງກ່າວ ອັນໂຮມທັງການສະໜອງການ ປິ່ນປົວ​ໃຫ້​ແກ່​ຜູ້​ຄົນ​ຫລາຍ​ຂຶ້ນ ແລະຍົກເລີກຂໍ້ຫ້າມບໍ່ໃຫ້ ພວກຄົນເປັນໂຣກເອດສ໌ເດີນທາງນັ້ນ ອາດຈະຕ່າວປີ້ນຄືນໄປສູ່ສະພາບເກົ່າໄດ້ ຖ້າຫາກ ບໍ່ມີເງິນມາສະໜັບສະໜູນໃນເລຶ່ອງນີ້ຕໍ່ໄປ.

ທ່ານ Michel Kazatchkine ຫົວໜ້າ​ກອງ​ທຶນຕໍ່ຕ້ານ​ໂຣກ​ເອດ​ສ໌ກ່າວ​ວ່າ ກອງ​ທຶນ​ຂອງ​ທ່ານ​ຕ້ອງການ ງົບປະມານ​ຕື່ມ​ອີກປະມານ 20 ພັນລ້ານ ໂດລາ ພາຍ​ໃນ​ປີ 2013 ​ເພື່ອ​ຮັກສາ​ຄວາມ​ກ້າວໜ້າ​ທີ່​ໄດ້​ທຳ​ມານັ້ນ​ໄວ້.

XS
SM
MD
LG