ປັນຍາປະດິດ ຫລືການເຮັດໃຫ້ຄອມພີວເຕີສາມາດຄິດໄດ້ ກັບມາເປັນປະໂຫຍດແກ່
ບັນດາທ່ານໝໍທັງຫລາຍ ທີ່ໃຊ້ການຄິດໄລ່ທີ່ສັບສົນ ເພີ້ມຂຶ້ນທຸກມື້ ເພື່ອຊ່ວຍໃນການ
ວິນິດໄສພະຍາດ ຕະຫລອດທັງການປະດິດຢາໃໝ່ຂຶ້ນມາ. Kevin Enoch, ນັກຂ່າວ
ຂອງວີໂອເອ ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນ ອັນດັບຕໍ່ໄປ.
ຫ້ອງສະໝຸດແບບອັດຕະໂນມັດແຫ່ງນີ້ ແມ່ນເຕັມໄປດ້ວຍແຜ່ນເນື້ອເຫຍື່ອນ້ອຍໆຂອງ
ຄົນ ທີ່ເອີ້ນກັນວ່າປ່ຽງເນື້ອເຫຍື່ອທີ່ຕັດເອົາໄປກວດ.
ຄົນເຈັບແຕ່ລະຄົນອາດມີແຜ່ນເນື້ອເຫຍື່ອຫລາຍເຖິງ 50 ປ່ຽງ.
ພວກທ່ານໝໍເຄີຍໃຊ້ເວລາຢ່າງຫລວງຫລາຍ ເພື່ອກວດເບິ່ງປ່ຽງເນື້ອເຫຍື່ອເຫລົ່ານີ້
ເທື່ອລະອັນຢ່າງໜ້າລໍາຄານ ເພື່ອຈະກວດຫາຮ່ອງຮອຍທີ່ບອກວ່າມີໂຣກມະເຮັງ.
ແຕ່ວ່າ ບັດນີ້ ຄອມພີວເຕີຢູ່ໂຮງໝໍຂອງມະຫາວິທະຍາໄລ Zurich ກວດກາເບິ່ງຮູບພາບ
ເຫລົ່ານີ້ ໂດຍມີຜົນກວດທີ່ຖືກຕ້ອງ 99 ເປີເຊັນໃນແຕ່ລະເທື່ອ.
ດຣ. Peter Wild, ຈາກໂຮງໝໍຂອງມະຫາວິທະຍາໄລ Zurich ກ່າວວ່າ:
“ຖ້າຂ້ອຍນັ່ງຢູ່ໜີ້ເປັນເວລາ 1 ຊົ່ວໂມງເຄິ່ງ ເພື່ອກວດເບິ່ງປ່ຽງເນື້ອເຫຍື່ອ, ກວດເບິ່ງ
ທຸກປ່ຽງເລີຍ ແທນທີ່ຈັບເອົາສອງ ຫລື ສາມປ່ຽງທີ່ມີຜົນກວດເປັນບວກ ຫລືເປັນໂຣກ
ມະເຮັງ ແລະກໍຄິດໄວ້ວ່າອາດຈະມີ 1 ເປີເຊັນ ທີ່ຜົນກວດນີ້ຜິດພາດໄດ້. ການເຮັດເຊັ່ນ
ນີ້ ມັນຄຸ້ມແກ່ເວລາ ເພາະວ່າຂ້ອຍສາມາດເຮັດໃຫ້ມັນແລ້ວພາຍໃນເວລາ 1 ຊົ່ວໂມງ
ເຄິ່ງ ສໍາລັບຄົນເຈັບຫ້າຄົນ.”
ອັນນີ້ເປັນພຽງວິທີການອັນນຶ່ງ ໃນຫລາຍໆວິທີ ທີ່ບັນດາທ່ານໝໍໃຊ້ປັນຍາປະດິດ ຫລື
A.I. ເພື່ອຊ່ວຍເຂົາເຈົ້າໃນການປະຕິບັດວຽກງານ. ພວກທ່ານໝໍທີ່ມະຫາວິທະຍາໄລ
Sheffield ຂອງອັງກິດໄດ້ສ້າງລະບົບ A.I. ທີ່ເຂົາເຈົ້າເອີ້ນວ່າ Benevolent ນັ້ນຂຶ້ນມາ.
ໂປຣແກຣມນີ້ ອ່ານບົດຂຽນທາງການແພດຫລາຍເທົ່າທີ່ຈະຫລາຍໄດ້. ຈາກນັ້ນ ມັນກໍ
ຮຽນຮູ້ຈາກບົດທີ່ມັນອ່ານນັ້ນ ໝົດທຸກບົດ ແລະກໍຄົ້ນຄິດ ອັນທີ່ອາດຈະເປັນຢາຊະໜິດ
ໃໝ່ຂຶ້ນມາ.
ດຣ. Richard Mead, ຈາກມະຫາວິທະຍາໄລ Sheffield ເວົ້າວ່າ:
“ສະນັ້ນ ເຂົາເຈົ້າສາມາດສອບຖາມຂໍ້ມູນນັ້ນ, ໃຊ້ປັນຍາປະດິດຫລື artificial
intelligence ແລະຄິດພໍ້ໃນການເຮັດຢາຊະໜິດໃໝ່ຂຶ້ນມາ ທີ່ອາດຈະໃຊ້ກັບ ພະຍາດ
ອື່ນທີ່ແຕກຕ່າງຈາກອັນເກົ່າຢ່າງສິ້ນເຊີງ ແຕ່ວ່າມັນອາດຈະເອົາໄປໃຊ້ກັບພະຍາດ
ກ່ຽວກັບແຊລປະສາດສັ່ງການໄດ້. ເພາະສະນັ້ນຫລະ ມັນຄືຜົນປະໂຫຍດຢ່າງແທ້
ຈິງຢູ່ໃນ ລະບົບຂອງເຂົາເຈົ້າ ຊຶ່ງກໍເປັນແນວຄວາມຄິດອັນໃໝ່ທີ່ຄິດຄົ້ນອອກມາ.”
ທີມງານດັ່ງກ່າວກໍໄດ້ຄິດຄົ້ນຢາໃໝ່ປະເພດນຶ່ງຂຶ້ນມາແລ້ວ ເພື່ອຊ່ວຍຄົນເຈັບ ແລະທີມ
ງານ Benevolent ມີຄວາມຫວັງວ່າ ຈະເສີມຂະຫຍາຍການໃຊ້ງານຂອງລະບົບ A.I. ຂອງຕົນອອກ ໄປອີກ.