ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

AI ກາຍເປັນເຂດແນວໜ້າຫຼ້າສຸດ ໃນການແຂ່ງຂັນ ລະຫວ່າງ ຈີນ ແລະ ສະຫະລັດ ສຳລັບ ອາຟຣິກາ


ແຟ້ມພາບ - ຮູບພາບປະກອນນີ້ ສຳລັບ AI ຫຼືປັນຍາປະດິດ (Artificial Intelligence).
ແຟ້ມພາບ - ຮູບພາບປະກອນນີ້ ສຳລັບ AI ຫຼືປັນຍາປະດິດ (Artificial Intelligence).

ອະນາຄົດຂອງປັນຍາປະດິດໃນອາຟຣິກາ ຈະເປັນແນວໃດ?

ເມື່ອຄຳຖາມອັນນີ້ ໄດ້ຖືກຕີເຂົ້າໄປໃນແຟລດຟອມ AI ChatGPT, ມັນກໍຕອບວ່າ ມັນ “ມີທ່າແຮງອັນໃຫຍ່ຫຼວງ ສຳລັບຜົນກະທົບຕໍ່ການປ່ຽນແປງໃນທົ່ວທຸກຂະແໜງການຕ່າງໆ” ໂດຍສະເພາະໃນດ້ານ ສາທາລະນະສຸກ, ການກະສິກຳ ແລະການສຶກສາ.

ນັກຊ່ຽວຊານທີ່ເປັນມະນຸດທັງຫຼາຍ ມັກຈະເຫັນດີນຳ, ແລະ AI ກໍກຳລັງກາຍມາເປັນເຂດແນວໜ້າຂອງການແຂ່ງຂັນຫຼ້າສຸດ ລະຫວ່າງ ສະຫະລັດ ແລະ ຈີນ ຢູ່ໃນທະວີບທີ່ກ່າວມານັ້ນຢ່າງໄວວາ.

“ເພື່ອຄວາມກ້າວໜ້າໃນການຄົ້ນຄວ້າດ້ານ AI ແລະ ນະວັດຕະກຳ, ບັນດາປະເທດຂອງອາຟຣິກາ ຈະຕ້ອງລົງທຶນຢ່າງຫຼວງຫຼາຍ ໃນພື້ນຖານໂຄງລ່າງການຄຳນວນ,” ອີງຕາມການໃຫ້ຂໍ້ສັງເກດຂອງ ທ່ານນາງ ຊີນາຊາ ທີ ໂອໂກໂລ ເຊິ່ງເປັນເຈົ້າໜ້າທີ່ປະຈຳສູນກາງດ້ານນະວັດຕະກຳ ເທັກໂນໂລຈີ ຢູ່ທີ່ສະຖາບັນ Brookings. ທ່ານນາງກ່າວຕື່ມວ່າ “ອາດເປັນໄປໄດ້ທີ່ ສະຫະລັດ ແລະ ຈີນ ຈະເປັນຄູ່ຮ່ວມງານທີ່ດີນຳກັນ ເພື່ອຊ່ວຍໃນໂຄງການລິເລີ້ມຕ່າງໆເຫຼົ່ານັ້ນ.”

ທ່ານນາງ ໂອໂກໂລ ກ່າວວ່າ ໃນອີກບໍ່ເທົ່າໃດປີຈະມາເຖິງນີ້, ບັນດານັກຄົ້ນຄວ້າຄາດຄະເນວ່າ ບໍລິສັດ AI ທັງຫຼາຍ ຈະໝົດຂໍ້ມູນໃນພາສາອັງກິດ ແລະພາສາຕ່າງໆຂອງປະເທດຕາເວັນຕົກ, ແຕ່ວ່າ ບໍ່ແມ່ນກໍລະນີຢູ່ໃນອາຟຣິກາ ເຊິ່ງເປັນບ່ອນທີ່ຂໍ້ມູນຫຼວງຫຼາຍຍັງຄົງມີຄວາມຕ້ອງການ.

ທ່ານນາງ ໂອໂກໂລ ກ່າວອີກວ່າ “ສະນັ້ນ, ດ້ວຍການລົງທຶນໃນອາຟຣິກາ, ບັນດາບໍລິສັດທັງຫຼາຍຈາກປະເທດມະຫາອຳນາດ AI ເຊັ່ນ ສະຫະລັດ ແລະ ຈີນ ຈະເປັນຜູ້ໄດ້ຮັບຂໍ້ມູນລ້ຳຄ່າທີ່ພວກເຂົາເຈົ້າ ອາດໃຊ້ເພື່ອສ້າງການບໍລິການ ແລະລະບົບຕ່າງໆ ເພື່ອຂາຍຄືນໃຫ້ບັນດາປະເທດໃນອາຟຣິກາ.”

ປະເທດແຫ່ງນຶ່ງຢູ່ທະວີບແຫ່ງນີ້ທີ່ກຳລັງສະແຫວງຫາ AI ຢ່າງໄວວາ ແມ່ນ ອາຟຣິກາໃຕ້.

ຢູ່ທີ່ກອງປະຊຸມສຸດຍອດຂອງລັດຖະບານ ກ່ຽວກັບ AI ໃນເດືອນເມສາທີ່ຜ່ານມາ, ທ່ານ ມອນດລີ ກຸນກູເບເລ ລັດຖະມົນຕີກະຊວງສື່ສານແລະເທັກໂນໂລຈີ ດິຈິຕອລ ກ່າວວ່າ “ຍຸກຂອງການສ້າງດ້ວຍ AI ແມ່ນຫາກໍເກີດຂຶ້ນ, ແລະໃນຖານະເປັນປະເທດນຶ່ງ ແລະທະວີບນຶ່ງ ພວກເຮົາບໍ່ສາມາດ ແລະຕ້ອງບໍ່ອະນຸຍາດໃຫ້ພວກເຮົາເອງ ຖືກປະຖິ້ມໄວ້ຢູ່ເບື້ອງຫຼັງ.”

What's the future of Artificial Intelligence in Africa?

When that question is entered into the AI platform ChatGPT, it answers that it "holds immense potential for transformative impact across various sectors," notably health care, agriculture and education.

Human experts tend to agree, and AI is fast becoming the latest frontier in U.S.-China competition on the continent.

"To advance in AI research and innovation, African countries will need significant investments in computing infrastructure," said Chinasa T. Okolo, a Center for Technology Innovation fellow at The Brookings Institution. "The U.S. and China could potentially be good partners to help with such initiatives."

In the coming years, researchers predict AI companies will run out of data in English and Western languages but that is not the case in Africa where much more data is still needed, Okolo said.

"Thus, by investing in Africa, companies from AI superpowers like the U.S. and China stand to gain valuable data that they could use to build services and systems to be sold back to African countries," she said.

One country on the continent that is rapidly pursuing AI is South Africa.

At a government summit on AI in April, Mondli Gungubele, the minister of communications and digital technologies, said, "The era of generative AI is just beginning, and as a country and a continent we cannot and must not allow ourselves to be left behind."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG