ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກ່ອນໜ້າ ກອງປະຊຸມ ສຸດຍອດ ສຫລ ແລະ ອາຊຽນ ລັດທິຜະເດັດການ ກຳລັງເພີ້ມຂຶ້ນ ໃນອາຊຽນ


Ahead of US-ASEAN Summit, Authoritarianism Rising in South East Asia
please wait

No media source currently available

0:00 0:02:59 0:00

ເຊີນຊົມ ວີດີໂອ ພາສາອັງກິດ

ບັນດາຜູ້ນຳຂອງເອເຊຍ ຈະພົບປະກັນ ຢູ່ທີ່ກອງປະຊຸມສຸດຍອດ ລະຫວ່າງ ສະຫະລັດ
ແລະອາຊຽນ ພ້ອມດ້ວຍ ກອງປະຊຸມສຸດຍອດເຂດເອເຊຍ ຕາເວັນອອກ ທີ່ປະເທດ
ສິງກະໂປ ໃນວັນທີ 15 ພະຈິກ ຈະມາເຖິງນີ້. ເຖິງແມ່ນວ່າ ຈະມີຫລັກຖານ ໃນການ
ເພີ້ມຂຶ້ນ ຂອງລັດທິຜະເດັດການ ການລະເມີດສິດທິມະນຸດ ແລະ ການຖອຍຫລັງ
ຂອງປະຊາທິປະໄຕ ຢູ່ໃນຂົງເຂດດັ່ງກ່າວກໍ​ຕາມ ແຕ່ບັນຫາຕ່າງໆເຫຼົ່ານີ້ ຈະບໍ່ເປັນ
ຫົວ​ຂໍ້​ທີ່​ສຳ​ຄັນຂອງກອງປະຊຸມ. ແມ່ນຫຍັງຄືສາເຫດທີ່ເຮັດໃຫ້ມີແນວໂນມເຊັ່ນນີ້
ແລະ ດ້ວຍເຫດໃດ ລັດຖະບານ ທ່ານທຣຳ ຈຶ່ງມິດງຽບຢູ່ ກ່ຽວກັບເລື່ອງນີ້? ນັກຂ່າວ
ປະຈຳທຳນຽບຂາວ ແພັດຊີ ວີດາຄູສວາຣາ ມີລາຍງານກ່ຽວ​ກັບ​ເລື້ອງນີ້ ຊຶ່ງ
ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການ​ປຸກ​ລະ​ດົມໃຫ້ຕໍ່ຕ້ານຂະບວນການຄ້າຢາເສບຕິດ ທີ່ໂຫດຮ້າຍ ຢູ່ໃນຟີລິບປິນ.

ຜູ້ນຳກຸ່ມຝ່າຍຄ້ານທີ່ສຳຄັນຂອງກຳປູເຈຍ ໄດ້ຖືກກັກບໍລິເວນ.

ຜູ້ນຳລັດຖະບານທະຫານໄທ ມີ​ຈຸດ​ປະ​ສົງແນ​ໃສ່ສືບ​ຕໍ່ດຳລົງຕຳແໜ່ງ ເປັນນາຍົກ
ລັດຖະມົນຕີ ອີກສະໄໝນຶ່ງ.

ແລະຜູ້ນຳພັກຄອມມິວນິສ ຂອງຫວຽດນາມ ໄດ້​ຂຶ້ນກຳຕຳແໜ່ງ ເປັນປະທານປະເທດ
ຊຶ່ງເປັນການລວບ​ລວມ​ເອົາອຳນາດ ທີ່ບໍ່ເຄີຍເຫັນມາກ່ອນ ໃນຫຼາຍໆທົດສະວັດ
ທີ່ຜ່ານມາ.

ທ່ານນາງ ໂອລີເວຍ ອີໂນສ ຈາກມູນນິທິມູນເຊື້ອ ໃຫ້ຂໍ້ສັງເກດ ກ່ຽວກັບແນວໂນ້ມ ຢູ່
ໃນຂົງເຂດດັ່ງ​ກ່າວ ເວົ້າວ່າ “ແນ່ນອນວ່າ ມີແນວໂນ້ມ ຂອງການຫັນໄປສູ່ລັດທິຜະ
ເດັດການ ເພີ້ມຂຶ້ນ ແລະມີທ່າອ່ຽງ ຫລຸດນ້ອຍຖອຍລົງຢ່າງໃຫຍ່ ໃນດ້ານເສລີພາບ
ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້.”

ພວກຊົນເຜົ່າກຸ່ມນ້ອຍທັງຫຼາຍ ແມ່ນຕົກຢູ່ພາຍໃຕ້ການຖືກໂຈມຕີ ລວມທັງ ພວກຊາວ
ໂຣຮິງຢາ ທີ່ຕົກເປັນເປົ້າໝາຍຂອງການປາບປາມຂອງກອງທັບມຽນມາ.

ແມ່ນກະທັງຢູ່ໃນອິນໂດເນເຊຍ ທີ່​ໂດຍປົກກະຕິແລ້ວ ແມ່ນມີສະຖຽນລະພາບ ຜູ້ປົກ
ຄອງລັດ ທີ່ນັບຖືສາສະໜາ ຄຣິສຕຽນ ຖືກຈຳຄຸກພາຍໃຕ້ກົດໝາຍໝິ່ນປະໝາດ
ສາສະໜາ. ບັນດານັກວິເຄາະບາງທ່ານ ກ່າວວ່າ ມັນສະທ້ອນໃຫ້ເຫັນການເພີ້ມຂຶ້ນ
ໃນດ້ານການເມືອງຂອງຄວາມຢ້ານກົວ ແລະການແຕກແຍກກັນໃນໂລກ.

ທ່ານ ວິກຣາມ ຊິງ ຈາກສະຖານບັນເພື່ອສັນຕິພາບຂອງສະຫະລັດ ກ່າວວ່າ “ພວກນັກ
ການເມືອງຫຼາຍໆຄົນ ກຳລັງອີງອາໄສ ຕໍ່ແນວທາງທີ່ງ່າຍໆ ດັ່ງ​ກ່າວນັ້ນ ເພື່ອລະດົມ
ເອົາການສະໜັບສະໜຸນ. ຂ້າພະເຈົ້າ ຄຶດວ່າ ມັນເປັນການຫລິ້ນກັບໄຟ ໃນທຸກໆ
ສະຖາ​ນະ​ການ. ແລະອັນນັ້ນ ກໍຈະເປັນເລື້ອງຈິງ ຢູ່ໃນສະຫະລັດ ແລະຢູໂຣບ.
ແລະ ອັນນັ້ນ ກໍເປັນເລື້ອງຈິງ ຢູ່ໃນເອເຊຍຕາເວັນອອກສຽງໃຕ້ ເຊັ່ນກັນ.”

ປັດໄຈອີກປະການນຶ່ງ ກໍແມ່ນການຂາດແຄນຄວາມກົດດັນຢູ່ໃນຂົງເຂດ ເພື່ອໃຫ້ປັບປຸງ
ເລື້ອງສິດທິມະນຸດ ຍ້ອນ​ວ່າອາຊຽນໄດ້ຍຶດຖືເອົາຫຼັກການຂອງການບໍ່ໃຫ້ແຊກແຊງເຂົ້າ
ກິດ​ຈະ​ການພາຍໃນ ຂອງບັນດາປ​ະ​ເທດສະມາຊິກ ດ້ວຍ​ກັນ.

ບັນດານັກວິເຄາະຍັງຊີ້​ໄປ​ຍັງຈີນ ຊຶ່ງກຳລັງຂະຫຍາຍອິດທິພົນຂອງຕົນ ຢູ່ໃນຂົງເຂດ
ດັ່ງກ່າວ.

ທ່ານນາງ ອີໂນສ ກ່າວວ່າ “ແລະໃນຂະນະທີ່ ພວກເຂົາເຈົ້າເຮັດຈັ່ງຊັ້ນ ພວກເຂົາເຈົ້າ
ກໍເຜີຍແຜ່ຄ່ານິຍົມຂອງພວກເຂົາເຈົ້າໄປ​ນຳ. ແລະມັນກໍເປັນຕາໜ້າຢ້ານໜ້ອຍນຶ່ງ
ໃນສະພາບຄວາມເປັນຈິງ ທີ່ວ່າ ຈີນເປັນປະ​ເທດທີ່ລະເມີດສິດທິມະນຸດ ຕໍ່ປະຊາຊົນ
ຂອງຕົນຢ່າງຮ້າຍແຮງ ຢ່າງບໍ່ໜ້າເຊື່ອເລີຍ.”

ຕະຫຼອດໄລຍະສິບປີຜ່ານມາ ຈີນ ໄດ້ເສີມຂະຫຍາຍການຄ້າ ແລະການລົງທຶນ ໂດຍ
ຜ່ານໂຄງການລິເລີ້ມ ນຶ່ງແລວທາງ ນຶ່ງເສັ້ນທາງຂອງຕົນ ຊຶ່ງ​ເປັນ​ການ​ເອື້ອຍ​ອຳ​ນວຍ
ໃຫ້ມີ​ສາຍສຳພັນ ທີ່ໃກ້ຊິດ ກັບພວກເຈົ້າໜ້າທີ່ ລະດັບສູງ ຂອງປະ​ເທດ​ໃນ​ເຂດເອເຊຍ
ຕາເວັນອອກສຽງໃຕ້.

ທ່ານ ວິກຣາມ ຊິງ ກ່າວ​ອີກວ່າ “ແລະໃນບາງກໍລະນີ ກໍອາດເປັນການສະໜັບສະໜຸນ
ການສໍ້ລາດບັງຫລວງ ແລະ ໃນສິ່ງຕ່າງໆຄ້າຍໆ​ກັນນັ້ນ. ແລະຂ້າພະເຈົ້າຄຶດວ່າ ປະ
ເທດທັງຫຼາຍ ຢູ່ໃນຂົງເຂດດັ່ງກ່າວ ແທ້ຈິງແລ້ວ ຈະຕ້ອງຊອກຫາວິທີ ເພື່ອຮັບມືກັບ
ຈຳນວນເງິນລົງທຶນຂະໜາດໃຫຍ່ຂອງຈີນ ແລະ ຮັບປະກັນວ່າ ພວກເຂົາເຈົ້າ ຈະ
ປະຕິບັດຕາມມາດຕະຖານສາກົນ ແລະປົກປ້ອງສິດທິຂອງປະຊາຊົນໃນທ້ອງຖິ່ນ.”

ຈີນ ປະຕິເສດຕໍ່ຂໍ້ກ່າວຫາໃນ​ເລື້ອງລະເມີດສິດທິມະນຸດ ແລະການສະໜັບສະໜຸນຕໍ່​
ເລື້ອງສໍ້ລາດບັງຫລວງ.

ໃນຂະນະດຽວກັນລັດຖະບານທ່ານທຣຳ ກໍບໍ່ຄ່ອຍຢາກ​ຈະຕ້ອງຕິປະເທດອື່ນໆ ສຳລັບ
ເລື້ອງບົກຜ່ອງທັງຫຼາຍຂອງພວກເຂົາເຈົ້າ ຫລາຍ​ເທົ່າ​ກັບລັດຖະບານຊຸດກ່ອນໆ.

ທ່ານປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ສະຫະລັດ ຈະບໍ່ບອກທ່ານວ່າ​ ຄວນ​ຈະ
ດຳລົງຊີວິດ ຫຼື ເຮັດວຽກ ຫຼື ນັບຖືສາສະໜາ ແບບ​ໃດ.”

ຕະຫຼອດໄລ​ຍະ ການເດີນທາງຢ້ຽມຢາມ 5 ປະເທດ ໃນເອເຊຍ ເມື່ອປີ 2017 ຂອງທ່ານ
ນັ້ນ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເພັ່ງເລັງໃສ່ ເລື້ອງການຄ້າ, ການ
ກໍ່ການຮ້າຍ ແລະ ໂຄງການນິວເຄລຍຂອງເກົາຫຼີເໜືອ ແຕ່ເກືອບ​ວ່າບໍ່ໄດ້ເອີ່ຍເຖິງ
ເລື້ອງສິດທິມະນຸດ ເລີຍ.

ທ່ານນາງ ບອນນີ ແກລເຊີ ຈາກສູນກາງການສຶກສາຄົ້ນຄວ້າ ດ້ານຍຸດທະສາດ ແລະ
ຕ່າງປະເທດ ກ່າວວ່າ “​ຕາມຄວາມຮູ້ສຶກຂອງຂ້າພະເຈົ້າ ກໍແມ່ນວ່າ ນະໂຍບາຍ
ຕ່າງປະເທດ ຂອງລັດຖະບານ ທ່ານທຣຳ ໂດຍລວມແລ້ວ ເລື້ອງສິດທິມະນຸດ ບໍ່ໄດ້
ຢູ່ໃນລະ​ດັບ​ສຳ​ຄັນສູງ. ສະນັ້ນ ມັນບໍ່ພຽງແຕ່​ມີຢູ່ໃນຂົງເຂດ ອິນໂດ-ປາຊີຟິກ ເທົ່ານັ້ນ.
ມັນຍັງ​ມີຢູ່ໃນຫຼາຍໆແຫ່ງ​ອີກ.”

ທຳນຽບຂາວ ບໍ່ເຫັນດີນຳຄຳເຫັນເຊັ່ນ​ນັ້ນຂອງທ່ານນາງ ແກລເຊີ.

ທ່ານນາງ ແຊຣາ ແຊນເດີສ໌ ໂຄສົກທຳນຽບຂາວ ກ່າວວ່າ “ພວກເຮົາ ສົ່ງເສີມສິດທິ
ມະນຸດ ຢູ່ໃນທົ່ວໂລກ.”

ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັສ ຈະເດີນທາງໄປຍັງ ສິງກະໂປ ໃນກາງ
ເດືອນພະຈິກ ນີ້ ບ່ອນທີ່ທ່ານຄາດວ່າ ຈະເນັ້ນໜັກໃສ່ ເລື້ອງຄວາມມຸ້ງໝັ້ນຂອງສະຫະລັດ
ໃນດ້ານການທະຫານ ແລະເສດຖະກິດ ສຳລັບຂົງເຂດດັ່ງກ່າວນີ້.

Asian leaders will be meeting at the U.S.-ASEAN Summit and East Asia Summit in Singapore November 15th.Despite evidence of rising authoritarianism, human rights violations and regression of democracy in the region, these issues won't be high on the agenda. What is causing this trend, and why is the Trump administration largely silent on it? White House Correspondent Patsy Widakuswara has this report.

A brutal anti-drug campaign in the Philippines.

A Cambodian opposition figure placed under house arrest.

The Thai junta leader aiming for another term as prime minister.

And the Vietnamese communist party leader taking over as president, amassing power not seen in decades.

(OLIVIA ENOS, HERITAGE FOUNDATION)
"There is definitely an increasing trend toward authoritarianism and a significant decrease in freedom in Southeast Asia."

Minorities are under attack, including the Rohingyas, targets of the Burmese military crackdown.

Even in normally stable Indonesia, a Christian governor is jailed under a blasphemy law.Some analysists say it reflects a global rise in the politics of fear and division.

(VIKRAM SINGH, US INSTITUTE OF PEACE)
"A lot of politicians are leaning on those easy ways to, to whip up support. I think it's playing with fire in every context. And that would be true in the United States and Europe. And that's true in Southeast Asia."

Another factor is the lack of regional pressure to improve human rights, as ASEAN has long held to the principle of non-interference among its members.

Analysts also point to China, which is expanding its influence in the region.

(OLIVIA ENOS, HERITAGE FOUNDATION)
"And as they do that they're exporting their own values. And it's a little bit terrifying in light of the fact that China is committing unbelievable serious human rights violations against its own people."

Over the past decade, China has stepped up trade and investment through its Belt and Road initiative, nurturing close ties to Southeast Asian elites.

(VIKRAM SINGH, US INSTITUTE OF PEACE)
"And in some cases, potentially supporting corruption and things like that. And I think the countries in the region really have to figure out how to handle large amounts of Chinese investment and ensure they're keeping up international standards and protecting the rights of local people."

China denies accusations of abusing human rights and supporting corruption.

Meanwhile the Trump administration has been less willing than its predecessors to call out other countries for their shortcomings.

(PRESIDENT DONALD TRUMP )
"The United States will not tell you how to live or work or worship."

Throughout his 2017 five-nation trip in Asia, U-S- President Donald Trump focused on trade, terrorism and North Korea's nuclear program but hardly mentioned human rights.

(BONNIE GLASER, Center for Strategic and International Studies, CSIS )
"My sense is in the overall foreign policy of the Trump administration, human rights does not have a very high position. So it's not just in the Indo-Pacific region. It is in many places."

The White House disagrees.

(SARAH SANDERS, WHITE HOUSE PRESS SECRETARY)
"We promote human rights all over the world"

U.S. Vice President Mike Pence will be traveling to Singapore in mid-November, where he is expected to highlight U.S. military and economic commitments to the region.

XS
SM
MD
LG