ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ກັບຄືນໄປທຳນຽບຂາວ ໃນຕອນແລງຂອງວັນຈັນວານນີ້ ຫຼັງຈາກທີ່ໄດ້ເຂົ້າໂຮງໝໍເພື່ອຮັກສາການຕິດເຊື້ອໄວຣັສ COVID-19 ເປັນເວລາ 72 ຊົ່ວໂມງ.
ໃນການສະແດງອອກເຖິງກຳລັງວັງຊາ ທ່ານທຣຳ ໄດ້ຍ່າງຂຶ້ນຂັ້ນໄດຟາກເບື້ອງໃຕ້ທີ່ເອີ້ນວ່າ South Portico ໄປຢືນຢູ່ລະບຽງທີ່ມີຊື່ວ່າ Truman Balcony ບ່ອນທີ່ທ່ານໄດ້ຖອດໜ້າກາກຂອງທ່ານອອກ ແລ້ວໄດ້ສະແດງທ່າທາງດ້ວຍການຍົກນິ້ວໂປ້ສອງຂ້າງຂຶ້ນແລະຄຳນັບເຮືອບິນເຮລິຄັອບເຕີ້ Marine One ໃນຂະນະທີ່ມັນຕຽມທີ່ຈະບິນອອກໄປຈາກເດີ່ນກ້ຳໃຕ້ຂອງທຳນຽບຂາວ.
ທ່ານທຣຳ ໄດ້ກ່າວວ່າ “ຂອບໃຈທ່ານຫຼາຍໆ ໝົດທຸກຄົນ” ໃນຂະນະທີ່ທ່ານຍ່າງອອກມາຈາກສູນການແພດທະຫານແຫ່ງຊາດ Walter Reed.
ໃນຂະນະທີ່ກ້າວລົງຈາກເຮືອບິນເຮລິຄັອບເຕີ້ ແລະຍ່າງເຂົ້າໄປທຳນຽບຂາວນັ້ນ ທ່ານປະທານາທິບໍດີ ໄດ້ຢຸດຢູ່ຊົ່ວຄາວເພື່ອຫັນໄປຫາກ້ອງຖ່າຍທັງຫຼາຍ ແລ້ວກໍໂບກມືແລະຍົກນິ້ວໂປ້ຂຶ້ນ. ເມື່ອຖືກຖາມໂດຍວີໂອເອວ່າ ທ່ານຮູ້ສຶກແນວໃດ ກໍມີສຽງຕອບ ທີ່ໄດ້ຍິນແບບບໍ່ຄ່ອຍແຈ້ງປານໃດວ່າ “ດີແທ້ໆເລີຍ”.
ຄະນະໂຄສະນາຫາສຽງເພື່ອການເລືອກຕັ້ງຄືນອີກຂອງທ່ານ ໄດ້ກ່າວວ່າ ທ່ານປະທານາທິບໍດີຈາກພັກຣີພັບບລີກັນ ກຳລັງນຳຫລັງທ່ານໂຈ ໄບເດັນ ອະດີດຮອງປະທານາທິບໍດີ ໃນການຢັ່ງຫາງສຽງຕ່າງໆຢູ່ນັ້ນ ວາງແຜນທີ່ຈະເຂົ້າຮ່ວມ ການໂຕ້ວາທີຄັ້ງທີສອງ ກັບຜູ້ຖືກສະເໜີຊື່ຂອງພັກເດໂມແຄຣັດ ໃນວັນທີ 15 ຕຸລາ ນີ້.
“ເຖິງແມ່ນວ່າ ທ່ານອາດຈະຍັງບໍ່ທັນຫາຍດີເທື່ອກໍຕາມ ທີມງານ ແລະຂ້າພະ ເຈົ້າ ເຫັນດີນຳກັນ ໃນການປະເມີນຜົນຂອງພວກເຮົາທັງໝົດ ແລະສິ່ງທີ່ສຳຄັນຍິ່ງ ກໍຄືສະຖານະດ້ານການແພດຂອງທ່ານນັ້ນ ສະໜັບສະໜຸນໃຫ້ທ່ານກັບຄືນບ້ານໄດ້” ໄປຍັງທຳນຽບຂາວ ຊຶ່ງມີສະຖານທີ່ດ້ານການແພດຕ່າງໆ ແລະບັນ ດາແພດໝໍປະຈຳການ ເພື່ອຕິດຕາມເບິ່ງອາການທ່ານປະທານາທິບໍດີ ຕະຫຼອດເວລາ ອິງຕາມການກ່າວຂອງ ທ່ານໝໍ ຊອນ ຄອນລີ ໝໍປະຈຳຕົວຂອງທ່ານທຣຳ ທີ່ໄດ້ກ່າວຕໍ່ບັນດານັກຂ່າວໃນຕອນບ່າຍຂອງວັນຈັນວານນີ້.
ທ່ານທຣຳໄດ້ກ່າວຕື່ມອີກວ່າ “ທຸກໆມື້ທີ່ຄົນປ່ວຍຢູ່ໃນໂຮງໝໍໂດຍບໍ່ມີຄວາມຈຳ ເປັນ ກໍເປັນການສ່ຽງຕໍ່ພວກກເຂົາເຈົ້າເອງ.” ທ່ານກ່າວຕໍ່ໄປວ່າ “ດຽວນີ້ ບໍ່ມີຫຍັງທີ່ຈະເຮັດໄດ້ອີກຢູ່ເທິງພຸ້ນຫັ້ນ ທີ່ວ່າພວກເຮົາ ຈະບໍ່ສາມາດເຮັດໄດ້ຢ່າງປອດໄພຢູ່ບ້ານພັກພຸ້ນດອກ.”
ກ່ອນໜ້າທີ່ທ່ານອອກໄປຈາກໂຮງໝໍດັ່ງກ່າວ ທ່ານປະທານາທິບໍດີ ໄດ້ຂຽນລົງໃນທວິດເຕີ້ວ່າ “ບໍ່ຕ້ອງຢ້ານ Covid. ບໍ່ໃຫ້ມັນຄອບງຳຊີວິດຂອງເຈົ້າ” ໂດຍກ່າວຕື່ມອີກວ່າ ທ່ານຮູ້ສຶກດີຂຶ້ນຫຼາຍກວ່າເມື່ອຊາວປີກ່ອນພຸ້ນອີກ.