ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມສຸດຍອດ ຂອງສະຫະພາບ ອາຟຣິກາ ໄດ້ໄຂຂຶ້ນແລ້ວ


ປະທານ​າທິບໍດີ ​ໂມ​ຮາ​ເມັດ ອູ​ລດ໌ ​ແອັບ​ແດ​ລ ອາ​ຊິ​ສ (Mohamed Ould Abdel Aziz) ຂອງມໍ​ຣິເຕ​ເນຍ ຊຶ່ງ​ເປັນ​ປະທານກອງ​ປະຊຸມສຸດຍອດ ຂອງສະຫະພາບ ອາຟຣິກາ ທີ່ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ 2018 ​ນັ່ງຢູ່ເຄິ່ງກາງແຖວເທິງ
ປະທານ​າທິບໍດີ ​ໂມ​ຮາ​ເມັດ ອູ​ລດ໌ ​ແອັບ​ແດ​ລ ອາ​ຊິ​ສ (Mohamed Ould Abdel Aziz) ຂອງມໍ​ຣິເຕ​ເນຍ ຊຶ່ງ​ເປັນ​ປະທານກອງ​ປະຊຸມສຸດຍອດ ຂອງສະຫະພາບ ອາຟຣິກາ ທີ່ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ 2018 ​ນັ່ງຢູ່ເຄິ່ງກາງແຖວເທິງ

ຜູ້​ນໍາ​ທະວີ​ບອາ​ຟຣິກາ 30 ທ່ານ ​ກໍາລັງ​ປະຊຸມ​ກັນ​ຢູ່​ໃນ​ກອງ​ປະຊຸມ​ສຸດ​ຍອດ​ ທີ່​ດໍາ​ເນີນ​ໄປ
ເປັນ​ເວລາ 2 ວັນ ຢູ່ປະ​ເທດ​ ມໍ​ຣິເຕ​ເນຍ ຊຶ່ງ​ເນັ້ນໜັກ​ໃສ່​ການຕໍ່ຕ້ານ​ກັບ​ການ​ສໍ້​ລາດ​ບັງ
​ຫລວງ ​ແລະ​ຮັບ​ມື​ກັບ​ວິ​ກິດ​ການ​ດ້ານ​ມະນຸດສະ​ທໍາ ​ແລະ​ດ້ານ​ຄວາມໝັ້ນຄົງຢູ່​ໃນ​ທະວີບ
​ດັ່ງກ່າວ.

​ໃນ​ການ​ກ່າວ​ເປີດ​ກອງ​ປະຊຸມ​ໃນ​ວັນ​ອາທິດ​ວານ​ນີ້, ປະທານ​າທິບໍດີ ​ໂມ​ຮາ​ເມັດ ອູ​ລດ໌ ​
ແອັບ​ແດ​ລ ອາ​ຊິ​ສ (Mohamed Ould Abdel Aziz) ຂອງມໍ​ຣິເຕ​ເນຍ ຊຶ່ງ​ເປັນ​ປະທານ
​ຈັດ​ກອງ​ປະຊຸມ​ໃນ​ຄັ້ງນີ້ ​ໄດ້​ເຕືອນໃຫ້​ຮູ້​ກ່ຽວກັບຄວາມ​ລົ້ມ

​ແຫລ​ວ ດ້ານ​ຄວາມໝັ້ນຄົງ​ຂອງ​ຂົງ​ເຂດ ​ໃນ​ຂະນະ​ທີ່​ມີ​ພົນລະ​ເຮືອນ 4 ຄົນ​ ຖືກ​ຂ້າ​ຕາຍ​ຢູ່​
ໃນ​ການ​ໂຈມ​ຕີ​ທີ່​ແນເປົ້າໝາຍ​ໃສ່ໜ່ວຍ​ລາດ​ຕະ​ເວນຂອງຝຣັ່ງຢູ່​ໃນ​ມາລີ.

ທ່ານ​ອາ​ຊິ​ສ (Aziz)​ ​ຮຽກຮ້ອງ​ໃຫ້​ໃຊ້​ວິທີ​ການ​ແບບ​ຮອບດ້ານ​ເພື່ອ​ຮັບ​ມື​ກັບ ການ​ໂຈມ​ຕີ
​ຂອງ​ພວກ​ຫົວ​ຮຸນ​ແຮງ​ຈັດ.

ທ່ານ​ກ່າວວ່າ "ຄວາມ​ສໍາ​ເລັດ​ຂອງ​ວິທີ​ການ​ນີ້ ຈະ​ສົ່ງ​ຜົນ​ ເຮັດ​ໃຫ້​ມີ​ການນໍາ​ເອົາ ວິທີ​ແກ້​ໄຂ
​ບັນຫາ​ດ້ານ​ການ​ຂາດຄວາມ​ກໍ້າ​ເກິ່ງ ​ແລະຄວາມ​ລົ້ມ​ແຫລວ ​ທາງ ​ເສດຖະກິດ ​ແລະ​ສັງຄົມ
​ທີ່​ຜັກ​ດັນ​ຊາວໜຸ່ມຂອງ​ພວກ​ເຮົາ​ໃຫ້​ກາຍ​ເປັນ​ພວກ​ຫົວ ຮຸນ​ແຮງ​ຈັດ​ນັ້ນ ມາ​ລວມ​ເຂົ້າກັນ.''

ມາລີ​ໄດ້​ເກີດ​ໄພພິບັດ​ ຍ້ອນ​ການກໍ່ຄວາມ​ຮຸນ​ແຮງ​ໃນ​ບໍ່​ເທົ່າ​ໃດ​ມື້ຜ່ານ​ມານີ້. ການ​ໂຈມ​ຕີ​
ໃນ​ວັນ​ອາທິດ​ວານ​ນີ້ ​ເກີດ​ຂຶ້ນບໍ່​ເທົ່າ​ໃດ​ມື້ ພາຍຫລັງ​ທີ່​ພວກ​ນັກ​ລົບ​ຊາວອິສລາມ​ໄດ້​ບຸກ​
ເຂົ້າ​ໄປ​ໃນ​ສໍາ​ນັກງານ​ໃຫຍ່ ​ຂອງກໍາລັງ​ທະຫານ​ຂອງ 5 ປະ​ເທດ​ໃນອາ​ຟຣິກາຢູ່​ເມືອງບາ
​ມາ​ໂກ ຊຶ່ງໄດ້​ຮັດ​ໃຫ້ 6 ຄົນ​ເສຍ​ຊີ​ວິດ​ໄປ.

ປະທານາທິບໍດີ ມໍຣິ​ເຕ​ເນຍຍັງ​ໄດ້​ເຕືອນ​ອີກ​ວ່າ ຖ້າ​ຫາກ​ທະວີບອາ​ຟຣິກາບໍ່ສາມາດ​ເຮັດ​
ໃຫ້ການ​ສໍ້​ລາດ​ບັງ​ຫລວງ​ຍຸຕິ​ລົງ​ໄດ້ ມັນ​ກໍຈະ​ບໍ່ສາມາດ​ທີ່​ຈະ​ເຮັດ​ໃຫ້ ການ​ພັດທະນາ​ເສດ
ຖະກິດໃຫ້​ເຕີບ​ໂຕ​ຂຶ້ນ​ໄດ້.

ທ່ານ​ກ່າວ​ໂດຍ​ບໍ່​ໄດ້ບອກ​ວ່າ​ປະ​ເທດ​ໃດໃນ "ບັນດາ​ປະ​ເທດ​ຕ່າງໆ ທີ່​ໄດ້​ມີ​ຄວາມ​ກ້າວ
ໜ້າ​ໃນ​ການຕ້ານຢັນການ​ສໍ້​ລາດບັງ​ຫລວງ ​ແມ່ນ​ໄດ້ເຮັດ​ໃຫ້​ມີ​ຄວາມ​ກ້າວໜ້າທາງ​ດ້ານ
​ສັງຄົມ, ​ເສດຖະກິດ, ​ແລະ​ດ້ານ​ເທັກ​ໂນ​ໂລ​ຈີ”

ບັນດາ​ຜູ້​ນໍາ​ເຫລົ່ານັ້ນ ຍັງ​ຄາດ​ວ່າ ​ຈະ​ສົນທະນາ​ກັນ​ກ່ຽວກັບ​ຂະ​ບວນການ​ສັນຕິພາບ
ຢູ່​ໃນ​ຊູ​ດານ​ໃຕ້ ​ແລະ​ແຜນ​ປອງ​ດອງ​ຊາດ​ລະຫວ່າງ ​ເອທິ​ໂອ​ເປຍ ​ກັບ​ເອຣິ​ເທຣຍນຳ.

ບັນຫາ​ອື່ນໆ ກໍ​ທີ່​ຖືກ​ຍົກ​ຂຶ້ນມາປຶກ​ສາ​ຫາລື​ກັນ​ແມ່ນ​ລວມມີ ການ​ເລືອກ​ຕັ້ງ ຊຸດ​ຈະ​ມາ
​ເຖິງ​ນີ້ຢູ່​ໃນ​ມາລີ, ກາ​ເມຣູນ, ສາທາລະນະ​ລັດ​ປະຊາທິປະ​ໄຕຄອງ​ໂກ ​ແລະ ຊິ​ມບາບ​ເວ.

ທ່ານ​ພອລ ​ເຄ​ແກມ (Paul Kagame) ປະ​ນາ​ທາ​ນາ​ທິບໍດີຂອງຣວັນ​ດາ ທີ່​ເປັນ​ປະທານ​
ຂອງ​ສະຫະພາບ​ອາ​ຟຣິກາ​ທີ່​ມີ 55 ປະ​ເທດ​ແມ່ນ​ມີແຜນ​ທີ່​ຈະ​ຮຽກ ຮ້ອງ​ໃຫ້​ມີ​ການ​ຄ້າ
​ແບບ​ເສລີ​ຢູ່​ທົ່ວ​ທະວີບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG