ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳອາຟຣິກາ ຫາລື ເລື່ອງມາລີ ແລະການລົງທຶນ ຂອງຈີນ (ວີດີໂອ)


ກອງປະຊຸມ ປະມຸກປະເທດ ແລະຜູ້ນຳລັດຖະບານ ຄັ້ງທີ 21 ຂອງສະຫະພາບອາຟຣິກາ ທີ່ນະຄອນຫຼວງ Addis Ababa ປະເທດ Ethiopia (27 ພຶດສະພາ 2013)
ກອງປະຊຸມ ປະມຸກປະເທດ ແລະຜູ້ນຳລັດຖະບານ ຄັ້ງທີ 21 ຂອງສະຫະພາບອາຟຣິກາ ທີ່ນະຄອນຫຼວງ Addis Ababa ປະເທດ Ethiopia (27 ພຶດສະພາ 2013)
ພວກຜູ້ນໍາຂອງອາຟຣິກາ ພົບປະກັນຢູ່ທີ່ປະເທດ Ethiopia ໃນ
ລະຫວ່າງການສະເຫຼີມສະຫຼອງ ວັນຄົບຮອບ 50 ປີໃນການສ້າງ ຕັ້ງກຸ່ມພັນທະມິດສະຫະພາບອາຟຣິກາຂຶ້ນມາ ເມື່ອວັນທ້າຍສັບ ປະດາຜ່ານມາ. Scott Stearns ຜູ້ສື່ຂ່າວວີໂອເອປະຈຳກະຊວງ ການຕ່າງປະເທດສະຫະລັດລາຍງານຈາກນະຄອນຫຼວງ Addis
Ababa ວ່າ ພວກຜູ້ນໍາເຫລົ່ານັ້ນ ໄດ້ສົນທະນາຫາລືກັນກ່ຽວກັບ ການລົງທຶນຂອງຈີນຢູ່ໃນທະວີບອາຟຣິກາ ຕະຫຼອດທັງການຕໍ່ສູ້
ປາບປາມພວກມຸສລິມຫົວຮຸນແຮງ ຢູ່ໃນມາລີ ດັ່ງໄພສານ ມີລາຍ
ລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານ Wang Yang ຮອງນາຍົກລັດຖະມົນຕີຈີນ ກ່າວຕໍ່ສະຫະ
ພາບອາຟຣິກາວ່າ ຜູ້ນຳຊຸດໃໝ່ຂອງກຸງປັກກິ່ງ ຕ້ອງການຢາກ ໃຫ້ມີການຮ່ວມມືກັນເພີ້ມຂຶ້ນໃນເລື່ອງການຄ້າແລະການປຶກສາ ຫາລືທີ່ໃກ້ຊິດກວ່າເກົ່າກ່ຽວກັບກິດຈະການນາໆຊາດ ພ້ອມກັບ ການເຕີບໃຫຍ່ຂະຫຍາຍໂຕຂອງອິດທິພົນຂອງອາຟຣິກາຢູ່ໃນ
ຕ່າງປະເທດ.

ທ່ານ Hailemariam Dasalegn ນາຍົກລັດຖະມົນຕີ Ethiopia ພ້ອມທັງເປັນປະທານສະ
ຫະພາບອາຟຣິກາ ກ່າວວ່າ ຈີນເປັນພາຄີທີ່ເຊື່ອຖືໄດ້ ສຳລັບອາຟຣິກາ.

ທ່ານ Dasalegn ເວົ້າວ່າ “ມັນເປັນເລື່ອງທີ່ໃຫ້ກຳລັງໃຈ ທີ່ເຮົາສັງເກດເຫັນໄດ້ວ່າ ເພື່ອນມິດ ແລະພາຄີບາງປະເທດຂອງພວກເຮົາ ໄດ້ໃຫ້ບູລິມະສິດຕໍ່ການພັດທະ ນາດ້ານໂຄງລ່າງພື້ນຖານ ໃນອາຟຣິກາ ເມື່ອເວົ້າເຖິງຍຸດທະສາດ ໃນການເປັນ ພາຄີຂອງພວກເຂົາເຈົ້າກັບທະວີບຂອງພວກເຮົາ. ເມື່ອເວົ້າເຖິງດ້ານນີ້ແລ້ວ ຂ້າ ພະເຈົ້າຂໍຖືໂອກາດນີ້ ສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງຕໍ່ຈີນ ທີ່ໄດ້ລົງທຶນ ຫຼາຍໆພັນລ້ານໂດລາເພື່ອໃຫ້ຄວາມຊ່ອຍເຫຼືອແກ່ພວກເຮົາໃນດ້ານການພັດທະ ນາ.”

ທາງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ນັ້ນ ໄດ້ກ່າວໂດຍບໍ່ໄດ້ ບົ່ງຊື່ຈີນອອກມາຢ່າງຈະແຈ້ງວ່າ ທ່ານມີຄວາມເປັນຫ່ວງກັງວົນ ທີ່ບາງປະເທດບໍ່ມີຄວາມ ໂປ່ງໃສພຽງພໍສໍ່າສະຫະລັດ ຢູ່ໃນອາຟຣິການັ້ນ ແລະມັນອາດຈະບ່ອນທຳລາຍຕໍ່ປະຊາທິ ປະໄຕ. ແຕ່ໃນຂະນະດຽວກັນ ທ່ານກໍຍອມຮັບວ່າ ການລົງທຶນຂອງສະຫະລັດ ໃນທະວີບ ດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນເປັນຮອງ.

ທ່ານນາງ Jennifer Cook ຜູ້ອຳນວຍການສູນກາງຍຸດທະສາດແລະການສຶກສານາໆຊາດ ອາຟຣິກາ ກ່າວວ່າ ການຕັດງົບປະມານ ແມ່ນໝາຍຄວາມວ່າ ລັດຖະບານຂອງທ່ານໂອບາ ມາຕ້ອງໄດ້ດຳເນີນການເພີ້ມຕື່ມ ໃນງົບປະມານທີ່ຫຼຸດໜ້ອຍລົງ ຢູ່ໃນອາຟຣິກາ.

ທ່ານນາງ Cook ເວົ້າວ່າ “ມັນຍັງມີໂອກາດຢູ່ທີ່ຈະເວົ້າວ່າ ເບິ່ງແມ້ ພວກເຮົາກັບຄືນ ມາແລ້ວແລະກໍພ້ອມແລ້ວທີ່ຈະພົວພັນໃນລະດັບທີ່ແຕກຕ່າງໃນວິທີການທີ່ຕ່າງໄປ ຈາກທີ່ພວກເຮົາເຄີຍໄດ້ເຮັດໃນອະດີດຜ່ານມາ ແຕ່ໃນວິທີທີ່ເປັນ ທາງບວກຫຼາຍ ຂຶ້ນ.”

ຊຶ່ງນັ້ນແມ່ນໝາຍຄວາມວ່າ ພາຍໃຕ້ນຳພາຂອງພາກເອກກະຊົນ.

ທ່ານນາງ Cook ເວົ້າວ່າ “ຄວາມສຳພັນໃນດ້ານການລົງທຶນທາງການຄ້າເຫຼົ່ານັ້ນ ທີ່ ຈິງແລ້ວ ແມ່ນການເປັນພາຄີທີ່ມີຄວາມເທົ່າທຽມກັນຫຼາຍຂຶ້ນ ສຳລັບສະຫະລັດ ທີ່ ຈະບໍ່ໃຫ້ຫຼຽວເບິ່ງທະວີບອາຟຣິກາວ່າ ເປັນບ່ອນທີ່ມີບັນຫາຂັດແຍ້ງ ມີແຕ່ພະຍາດ ໂຣຄາແລະຄວາມອຶດຢາກເທົ່ານັ້ນແຕ່ຍັງເປັນບ່ອນທີ່ຄວາມເປັນພາຄີກັນພໍມີທາງ ເປັນໄປໄດ້.”

ຕໍ່ບັນຫາປະເທດມາລີນັ້ນພວກຜູ້ນຳອາຟຣິກາໄດ້ສົນທະນາຫາລືກັນກ່ຽວກັບການສ້າງຕັ້ງ ກອງກຳລັງແຊກແຊງປະຈຳຂົງເຂດຂຶ້ນ ເພື່ອຕໍ່ຕ້ານກຸ່ມກໍ່ການຮ້າຍຕ່າງໆທີ່ເປັນເຄືອຂ່າຍ ຂອງພວກຫົວຮຸນແຮງຂ້າມຊາດອາລກາອີດາ ຢູ່ໃນພາກເໜືອຂອງທະວີບ ໃນຂະນະທີ່ທະ ຫານຝຣັ່ງພວມຖອນອອກໄປ. ປະທານາທິບໍດີຝຣັ່ງ ທ່ານ Francois Holland ກ່າວວ່າ:

ທ່ານເວົ້າວ່າ “ຂ້າພະເຈົ້າຖືວ່າ ມັນສຸດແລ້ວແຕ່ປະຊາຊົນອາຟຣິກາເອງ ທີ່ຈະຄໍ້າປະ ກັນຄວາມປອດໄພຂອງອາຟຣິກາ. ແຕ່ຝຣັ່ງກໍພ້ອມແລ້ວທີ່ຈະດຳເນີນງານຮ່ວມກັນ ກັບຊາວອາຟຣິກາ ທີ່ຈະສະໜອງໃຫ້ກອງທັບຂອງອາຟຣິກາ ມີເຄື່ອງໄມ້ເຄື່ອງມື ທີ່ ຈະຮັບມືກັບທຸກການຮຸກຮານ.”

ໃນຂະນະທີ່ທະຫານຈາກປະຊາຄົມເສດຖະກິດຂອງບັນດາລັດໃນອາຟຣິກາຕາເວັນຕົກຫຼື ECOWAS ເດີນທາງໄປເຖິງ ເພື່ອໃຫ້ການສະໜັບສະໜຸນ ຕໍ່ກອງທັບມາລີນັ້ນ ທ່ານນາງ Cook ເວົ້າວ່າ ການໃຫ້ຄວາມຊ່ອຍເຫຼືອຂອງນາໆຊາດແມ່ນມີຄວາມສຳຄັນ.

ທ່ານນາງ Cook ເວົ້າວ່າ “ໃນຂະນະທີ່ມີການສົ່ງກອງກຳລັງຂອງ ECOWAS ໄປຍັງ ຫົວເມືອງຕ່າງໆ ໃນພາກເໜືອຂອງມາລີ ເພື່ອພະຍາຍາມປ້ອງກັນ ພວກຫົວເມືອງ ເຫລົ່ານັ້ນຈາກກຸ່ມ Ansar Dine ແລະກຸ່ມອາລກາອີດາໃນລັດອິສລາມ Maghreb ຫຼື AQIM ນັ້ນ ມັນຈຶ່ງຍັງມີຄວາມຈຳເປັນ ທີ່ຈະຕ້ອງໄດ້ມີການຝຶກແອບເປັນພິເສດ ເພີ້ມຕື່ມ ໃນວິທີການຕໍ່ຕ້ານການກໍ່ກະບົດ ທີ່ພົວພັນກັບປະຊາຄົມຕ່າງໆ ຕະຫຼອດ ທັງການເກັບກໍາຂໍ້ມູນຂ່າວກອງ.”

ປະທານາທິບໍດີ Hollande ກ່າວວ່າ ການກໍ່ການຮ້າຍ ການຄ້າມະນຸດແລະໂຈນທະເລໃນ ອາຟຣິກາ ແມ່ນເປັນບັນຫາຂອງໂລກ ທີ່ຈະຕ້ອງໄດ້ທຳການຕໍ່ສູ້ ຕ້ານຢັນ ແລະປາບປາມ ຮ່ວມກັນ.

XS
SM
MD
LG