ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດຂອງ ອາຟຣິກາ ຮັບມືດ້ານການຄ້າກັບ ສະຫະລັດ ແລະ ຈີນ


African Businesses Navigate Trade With US and China
please wait

No media source currently available

0:00 0:02:55 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ບັນ​ດາ​ຜູ້​ນຳ ອາ​ຟ​ຣິ​ກາ ກຳ​ລັງທຳ​ການ​ຜັກ​ດັນ ​ເພື່ອຕໍ່​ອາ​ຍຸນະ​ໂຍ​ບາຍ​ການ​ຄ້າ ສະ​ຫະ​ລັດ ພິ​ເສດ​ທີ່ອະ​ນຸ​ຍາດ​ໃຫ້ເຂົາ​ເຈົ້າ​ເຂົາ​ຫາ​ຕະຫຼາ​ດ ສະ​ຫະ​ລັດ ໂດຍບໍ່​ເສຍ​ພາ​ສີທີ່​ມີ​ກຳ​ນົດ​ຈະ​ໝົດ​ອາ​ຍຸ​ໃນ​ປີ 2025. ນັກ​ຂ່າວ​ວີ​ໂອ​ເອ ເຄດ ບາ​ເລັດ ໄດ້​ລົມ​ກັບ​ທູດ​ການ​ຄ້າ ສະ​ຫະ​ລັດ ທ່ານນາງ ແຄ​ເທີ​ຣິນ ໄທ ກ່ຽວ​ກັບ ການ​ແຂ່ງ​ຂັນ​ລະ​ຫວ່າງ ສະ​ຫະ​ລັດ ກັບ ຈີນ ຢູ່ກອງ​ປະ​ຊຸມ​ສຸດຍອດ​ປະ​ຈຳ​ປີ​ ກ່ຽວ​ກັບ ກົດ​ໝາຍ​ໂອ​ກາດ ແລະ ການ​ເຕີບ​ໂຕ​ຂອງ ອາ​ຟ​ຣິ​ກາ ໃນ​ນະ​ຄອນ ໂຈ​ແຮນ​ເນັ​ສ​ເບີກ, ອາ​ຟ​ຣິ​ກາ​ໃຕ້ ແລະ ໄດ້​ຢ້ຽມ​ຢາມ​ໂຮງ​ງານ​ແຫ່ງ​ນຶ່ງ ​ທີ່​ເຮັດທຸ​ລະ​ກິດ​ກັບ​ທັງ​ສອງ​ປະ​ເທດ​ນັ້ນ. ພຸດ​ທະ​ສອນ ມີ​ລາຍ​ລະ​ອຽດ.

ໝາກ​ແມັກ​ຄາ​ເດ​ເມຍ​ ແລະ ໝາກ​ໄໝ້​ແຫ້ງ​ຈາກ ອາ​ຟ​ຣິ​ກາ​ໃຕ້ ພວກນີ້​ອາດມີ​ຂະ​ໜາດ​ນ້ອຍ, ແຕ່​ມັນ​ມີ​ຜົນ​ກະ​ທົບ​ທີ່​ໃຫຍ່​ສຳ​ລັບຫຼາຍ​ຄົນ​ທີ່​ເຮັດ​ວຽກ​ຢູ່​ໂຮງ​ງານຊື່​ວ່າ Empirestate Trading, ລວ​ມ​ທັງ​ທ້​າວ ແມັກ​ສ​ແວ​ລ ຊູກາ​ຊີ.

ທ້າວ ແມັກ​ສ​ແວ​ລ ຊູ​ກາ​ຊີ ກຳ​ມະ​ກອນ​ໂຮງ​ງານ​ກ່າວ​ວ່າ “ປັດ​ຈຸ​ບັນ​ນີ້​ຂ້ອຍ​ເຮັດ​ວຽກ​ຢູ່​ທີ່ນີ້​ໄດ້ 15 ປີ​ແລ້ວ, ແລະ ມັນ​ກໍ​ແມ່ນ​ວຽກ​ທຳ​ອິດ​ຂອງ​ຂ້ອຍ​ຈາກ​ໂຮງ​ງານ Empire. ຂ້ອຍ​ມາ​ຈາກ​ເຂດ​ຊົນ​ນະ​ບົດ, ມັນ​ມີການ​ຂາດ​ແຄນ​ວຽກ​ງານ​ຢູ່​ຝ່າຍ​ນັ້ນ.”

ທ້າວ ຊູ​ກາ​ຊິ ລ້ຽງ​ດູ​ຄອບ​ຄົວ​ທີ່​ມີ 7 ຄົນ​ດ້ວຍ​ລາຍ​ໄດ້​ຂອງ​ລາວ. ລາວ​ເປັນ​ຄົນ​ຫໍ່​ສິນ​ຄ້າ​ທີ່​ຈະ​ຖືກ​ສົ່ງ​ໄປ​ຕະຫຼາດ​ໃນ​ທົ່ວ​ໂລກ, ລວ​ມ​ທັງ ສະ​ຫະ​ລັດ ພາຍ​ໃຕ້​ກົດ​ໝາຍ​ການ​ເຕີບ​ໂຕ ແລະ ໂອ​ກາດ ອາ​ຟ​ຣິ​ກາ ຫຼື AGOA. ກົດ​ໝາຍ AGOA ທີ່​ເປີດ​ໃຊ້​ໃນ​ປີ 2000, ແມ່ນ​ນະ​ໂຍ​ບາຍ​ປອດ​ພ​າ​ສີ​ຂອງ ສະ​ຫະ​ລັດ ສຳ​ລັບ​ປະ​ເທດ​ທີ່​ມີ​ສິດ ​ທີ່​ໄດ້​ຮັບ​ການ​ເຊື່ອ​ຖື​ໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ​ໃນ​ທະ​ວີບ​ນັ້ນ. ແຕ່​ຈຳ​ນວນ​ຂອງ​ຜະ​ລິດ​ຕະ​ພັນ​ທີ່​ຖືກ​ສົ່ງ​ອອກ​ມາ ສະ​ຫະ​ລັດ ເມື່ອ​ປຽບ​ທຽບ​ກັບ​ຕະຫຼາດ​ໃຫຍ່​ອື່ນໆ​ຂອງ ຢູ​ໂຣບ ແລະ ຈີ​ນ ແລ້ວ, ແມ່ນ​ຂຶ້ນໆ​ລົງໆ​ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຕະຫຼາດ.

ທ່ານ ປີ​ເຕີ ວານ ເດີ ເວັ​ສ​ທຸຍ​ເຊັນ ແມ່ນ​ນຶ່ງ​ໃນ​ຜູ້​ເປັນ​ເຈົ້າ​ຂອງ​ທຸ​ລະ​ກິດ​ຄ​ອບ​ຄົວ​ດັ່ງ​ກ່າວ.

ທ່ານ ປີ​ເຕີ ວານ ເດີ ເວັ​ສ​ທຸຍ​ເຊັນ, ເຈົ້າ​ຂອງ​ຮ່ວມ​ບໍ​ລິ​ສັດ Empirestate Trading ກ່າວ​ວ່າ “ປີ​ກ່ອນ ສະ​ຫະ​ລັດ ໄດ້​ນຳ​ເຂົ້າ​ຜົນ​ປູ​ກຂອງ​ພວກ​ເຮົາ​ປະ​ມານ 50 ຫຼື 60 ເປີ​ເຊັນ. ເຊິ່ງ​ປີນີ້​ມັນ​ໄດ້​ປ່ຽນ​ແປງ​ທີ່ ສະ​ຫະ​ລັດ ໄດ້​ນຳ​ເຂົ້າ​ຜົນ​ປູກ​ຂອງ​ພວກ​ເຮົາ​ປະ​ມານ​ 10 ຫຼື 15 ເປີ​ເຊັນ​ເທົ່າ​ນັ້ນ, ໃນ​ຂະ​ນະ​ທີ່ ຈີນ ໄດ້​ນຳ​ເຂົ້າ, ຈະ​ເອີ້ນ​ວ່າ 70 ເປີ​ເຊັນ​ຂອ​ງ​ຜົນ​ປູກ​ຂອງ​ພວກ​ເຮົາ​ກໍ​ໄດ້.”

ທ່ານ ວານ ເດີ ເວັ​ສ​ທຸຍ​ເຊັນ ເວົ້າ​ວ່າ​ມັນ​ມີ​ຄວາມ​ແຕກ​ຕ່າງ​ໃນ​ການ​ເຮັດ​ທຸ​ລະ​ກິດ​ກັບ​ແຕ່​ລະ​ປະ​ເທດ.

ທ່ານ ປີ​ເຕີ ວານ ເດີ ເວັ​ສ​ທຸຍ​ເຊັນ ກ່າວ​ວ່າ “ກ່ອນ​ອື່ນ, ມັນ​ແມ່ນ​ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ​ຢ່າງ​ຊິ້ນ​ເຊີງ. ຄື​ທ່ານ​ຮູ້, ເງື່ອ​ນ​ໄຂ​ການ​ຈ່າຍ​ເງິນ, ທຸ​ກ​ຢ່າງ​ແມ່ນ​ແຕກ​ຕ່າງ. ທ່ານ​ຮູ້ບໍ່​ວ່າ ຈີນ ແມ່ນ​ໃຫ້​ຄວາມ​ສຳ​ຄັນຫຼາຍຕໍ່​ສາຍ​ພົວ​ພັນ ແລະ ອື່ນໆ ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ມັນ​ຄື​ກັບ​ທຸ​ລະ​ກິດຫຼາຍກວ່າ, ຄື​ວ່າ​ເຈົ້າ​ສາ​ມາດ​ນຳ​ສະ​ເໜີ​ຫຍັງ​ແດ່, ເຈົ້າ​ຊື້​ຫຍັງ​ໄດ້​ແດ່? ມັນ​ມີ​ສາຍ​ພົວ​ພັນ​ມາ​ກ່ຽວ​ຂ້ອງ​ຢ່າງ​ເຫັນ​ໄດ້​ຊັດ​ເຊັ່ນ​ກັນ, ແຕ່​ມັນ​ຄື​ກັບ​ດຳ ແລະ ຂາວຫຼາຍກວ່າ.”

ມັນ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ອື່ນໆ​ລະ​ຫວ່າງ ຈີນ ​ກັບ ສະ​ຫະ​ລັດ. ຈີນ​ແມ່ນ​ຄູ່​ຮ່ວມ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ໃນ​ເຂດ​ລຸ່ມ​ທະ​ເລ​ຊາຍ ຊາ​ຮາ​ຣາ, ແລະ ສະ​ຫະ​ລັດ ຢູ່​ອັນ​ດັບ​ທີ 3 ອີງ​ຕາມ​ຕົວ​ເລກ​ຂອງ​ທະ​ນາ​ຄານ​ໂລກ​ໃນ​ປີ 2021. ຢູ່ກອງ​ປະ​ຊຸມ​ສຸດ ຍອດ AGOA ປ​ະ​ຈຳ​ປີ​ທີ່​ເປັນ​ເຈົ້າ​ພາບ​ຈັດ​ໂດຍ ອາ​ຟ​ຣິ​ກາ​ໃຕ້ ໃນ​ປີນີ້, ທູດ​ການ​ຄ້າ​ສະ​ຫະ​ລັດ ທ່ານນາງ ແຄ​ເທີ​ຣີນ ໄທ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ, ວໍ​ຊິ​ຕັນ ແມ່ນ​ກຳ​ລັງ​ໃຫ້​ບູ​ລິ​ມະ​ສິດ​ທະ​ວີບ​ດັ່ງ​ກ່າວ.

ທ່ານ​ນາງ ແຄ​ເທີ​ຣິນ ໄທ ກ່າວ​ວ່າ “ແມ່ນ​ແລ້ວ, ຜົນ​ກະ​ທົບ​ຂອງ ຈີນ ໃນ​ເສດ​ຖະ​ກິດ​ໂລກ​ໃນ​ແງ່​ຂອງ​ການ​ຄ້າ​ແມ່ນ​ໃຫຍ່ຫຼວງ. ພວກ​ເຮົາ​ຮູ້​ສິ່ງ​ນັ້ນ. ນັ້ນ​ແມ່ນ​ຄວາມ​ຈິງ​ໃນ​ການ​ສົນ​ທະ​ນາ​ຂອງ​ພວກ​ເຮົາຫຼາຍ​ຄັ້ງ​ຢູ່​ທົ່ວ​ໂລກ. ພວກ​ເຮົາ​ຮູ້​ສຶກ​ຢ່າງ​ໜັກ​ແໜ້ນຫຼາຍ​ວ່າ ຊະ​ນິດ​ຂອງ​ການ​ເປັນ​ຄູ່​ຮ່ວມ​ທີ່ ສະ​ຫະ​ລັດ ນຳ​ມາ ແລະ ສາ​ມາດ​ນຳ​ມາ​ແມ່ນ​ແຕກ​ຕ່າງ​ກັນ​ຢ່າງ​ເຫັນ​ໄດ້​ຊັດ​ກັບ​ສິ່ງ​ທີ່​ຄູ່​ຮ່ວມ​ອື່ນໆ​ນຳ​ມາ, ແລະ ຍ້ອນ​ແນວ​ນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ເພັ່ງ​ເລັງ​ໃສ່ການ​ເສີມ​ຂະ​ຫຍາຍ ແລະ ສ້າງ​ສາ​ການ​ເປັນ​ຄູ່​ຮ່ວມ​ລະ​ຫວ່າງ ສະ​ຫະ​ລັດ ກັບ ອາ​ຟ​ຣິ​ກາ.”

ປະ​ທາ​ນາ​ທິ​ບໍ​ດີ ອາ​ຟ​ຣິ​ກາ​ໃຕ້ ທ່ານ ໄຊ​ຣິ​ລ ຣາ​ມາ​ໂຟ​ຊາ ໄດ້​ຮຽກ​ຮ້ອງ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ໃຫ້​ຕໍ່​ກົດ​ໝາຍ AGOA ກ່ອນ​ທີ່​ມັນ​ຈະ​ໝົດ​ອາ​ຍຸ, ສະ​ນັ້ນ​ມັນ​ຈຶ່ງ​ຈະ​ມີ​ການ​ລົງ​ທຶນ​ເພີ່ມ​ເຕີມ ແລະ ວຽກ​ເຮັດຫຼາຍ​ຂຶ້ນ.

These South African macadamias and dried fruits may be small individually, but they have a big impact for many of the people working at this factory called Empirestate Trading, including Maxwell Sukazi.

“Now I’m working here 15 years, and it’s my first job I get it from Empire. // I’m coming from a rural area, there’s a shortage of a job that side.”

Sukazi supports a family of seven on his income. He's packing product that will go to markets around the world, including to the United States under the African Growth and Opportunity Act, or AGOA. Launched in 2000, AGOA is a U.S. duty free policy for eligible countries that has been credited with job creation on the continent. But the amount of product exported to the U.S. when compared to the other main markets of Europe and China – fluctuates based on market demand.

Pieter van der Westhuizen is one of the owners of the family-owned business.

“The year before the U.S. probably took 50 or 60 percent of our crop. Where this year it changed where the U.S. probably only took 10 or 15 percent of our crop, whereas the Chinese have taken, call it 70 percent of our crop.”

Van der Westhuizen says there are differences in doing business with each country.

“It’s completely different cultures, to start off. You know, payment terms, everything is very different. You know the Chinese is very strong importance around relationships etc., etc., while in the US it’s more business-like, you know, what can you offer, what can you pay? There is relationships obviously involved as well, but it’s more black and white.”

There are also other differences between China and the U.S. China is Sub-Saharan Africa’s largest trade partner, and the U.S. ranks 3rd based on 2021 World Bank numbers. At the annual AGOA summit, hosted by South Africa this year, U.S. Trade Representative Katherine Tai told VOA, Washington is prioritizing the continent.

“Yes, China’s footprint in the global economy in terms of trade is enormous. We know that. That is true in many of our conversations around the world. We feel very strongly that the type of partnership the United States brings and can bring is inherently different from what other partners bring, and that is why we are focused on enhancing and building on a U.S. partnership with Africa.”

South African President Cyril Ramaphosa has called on the U.S. Congress to renew AGOA before it expires, so there can be more investments and more jobs.

XS
SM
MD
LG