ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາຟຣິກາ ຕັ້ງຢູ່ເທິງ ອ່າງເກັບນໍ້າໃຕ້ດິນ ຂະໜາດໃຫຍ່ (ເບິ່ງວີດີໂອ)


ບັນດາ​ນັກວິທະຍາສາດ​ກ່າວ​ວ່າ ການ​ສຶກສາ​ຄັ້ງ​ໃໝ່​ສະ​ແດງ​ໃຫ້ເຫັນວ່າ​ທະວີ​ບອາ​ຟຣິກາ​ ຕັ້ງ​ຢູ່​ເທິງ​ອ່າງ​ເກັບ​ນໍ້າ​ໃຕ້​ດິນ​ຂະໜາດໃຫຍ່​ ທີ່ສາມາດ​ອໍານວຍ​ທັງ​ນໍ້າ​ດື່ມແລະນໍ້າ​ສໍາລັບ​ໃຊ້​ໃນ​ການ​ກະ​ເສດ​ໄດ້.

ພວກ​ນັກວິທະຍາສາດ​ເຫຼົ່າ​ນີ້​ກະ​ປະມານ​ວ່າ ປະຊາກອນ​ໃນ​ຈໍານວນ 300 ລ້ານ​ຄົນ​ໃນ​ທະວີບອາ​ຟຣິກາບໍ່​ສາມາດໄດ້​ຮັບນໍ້າ​ດື່ມ​ທີ່​ປອດ​ໄພໄດ້ ​ແລະພາກສ່ວນ​ຂອງ​ການ​ແກ້​ໄຂ​ບັນຫາ​ ແມ່ນ​ຢູ່​ໃຕ້​ພື້ນດິນ​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ເອງຊຶ່ງ​ມີ​ປະລິມານ​ຫຼາຍ​ກວ່າ 100 ​ເທົ່າ​ຂອງ​ແຫຼ່ງ ນໍ້າ​ຈືດ​ພໍ​ທີ່​ຈະ​ໃຊ້​ຄືນ​ໃໝ່​ໄດ້​ໃນ​ແຕ່ລະ​ປີ​ທີ່​ມີ​ຢູ່​ໃນ​ທະວີບອາ​ຟຣິກາ​ແລະ​ຫຼາຍ​ກວ່າ 20 ​ເທົ່າທີ່ເກັບ​ສະ​ສົມ​ຢູ່​ຕາມ​ທະ​ເລ​ສາບ​ນໍ້າ​ຈືດແຫ່ງ​ຕ່າງໆ ນັ້ນ..

ແຜນ​ທີ່​ທີ່​ຜະລິດ​ຂຶ້ນ​ມາ​ໂດຍ​ອົງການ​ສໍາ​ຫຼວດດ້ານ​ທໍລະນີວິທະຍາ​ອັງກິດ​ແລະ​ມະຫາວິທະຍາ​ໄລ College London ສະ​ແດງ​ໃຫ້​ເຫັນ​ວ່າ ຈຸດ​ຕ່າງໆ​ບ່ອນ​ທີ່​ມີແຫຼ່ງນໍ້າໃຕ້​ດິນ​ຫຼາຍ​ທີ່​ສຸດ​ແມ່ນ​ຮວມທັງ​ປະ​ເທດ​ລີ​ເບຍ ອາລຈີ​ເຣຍ ອີ​ຈິບ ​ແລະ​ຊູ​ດານ ຊຶ່ງ​ນີ້​ໝາຍ​ຄວາມ​ວ່າ ພວກ​ປະ​ເທດເຫຼົ່າ​ນີ້​ໃນ​ປັດຈຸບັນ​ຖືກ​ບົ່ງ​ວ່າ​ອຶດ​ນໍ້າ​ນັ້ນ ອາດ​ຕັ້ງ​ຢູ່​ເທິງ​ແຫຼ່ງນໍ້າເລິກ​ລົງ​ໄປ​ຫຼາຍ​ສິບ​ແມັດ.

ນຶ່ງ​ໃນ​ບັນດາ​ນັກ​ຄົ້ນຄວ້າ ທ່ານ Richard Taylor ຊຶ່ງ​ເປັນ​ນັກ​ວິຊາ​ອຸ​ທົກ​ກະສາ​ດທີ່​ມະຫາວິທຍາ​ໄລ College London ກ່າວ​ຕໍ່​ວີ​ໂອ​ເອ ວ່າ ​ແຫຼ່ງນໍ້າ​ໃຕ້​ດິນ​ທີ່​ມີ​ຢ່າງ​ຫລວງ​ຫຼາຍ​ນີ້ ​ອາດ​ສາມາດຊ່ອຍ​ຄວບ​ຄຸມ​ຄວາມ​ປຽກ​ຂອງ​ທີ່​ດິນ​ແລະດ້ວຍ​ເຫດ​ນີ້​ແມ່ນ​ຊ່ອຍ​ໃຫ້​ມີ​ຄວາມ​ໝັ້ນຄົງ​ໃນ​ດ້ານ​ເຂົ້າປາ​ອາຫານ.

ເຖິງ​ຢ່າງ​ໃດ​ກໍ​ດີ ມີ​ຄວາມ​ຢ້ານ​ກົວ​ກັນ​ວ່າ ຈະ​ມີການ​ສູບ​ນໍ້າ​ອອກ​ເກີນ​ກໍານົດ ດັ່ງ​ທີ່​ພວກ​ນັກວິທະຍາສາດ​ທໍານາຍ​ໄວ້​ວ່າ ຄວາມ​ຮຽກຮ້ອງ​ຕ້ອງການ​ນໍ້າ ຈະ​ມີ​ຂຶ້ນ​ຢ່າງ​ໄວ​ ຂະນະ​ທີ່​ຈໍານວນ​ປະຊາກອນເພີ່ມ​ຂຶ້ນ ນັ້ນ.

XS
SM
MD
LG