ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຟຣິກາ ກຽມພ້ອມທີ່ຈະນຳສະເໜີ ຢາວັກຊີນກັນໄຂ້ຍຸງ ຫຼື ມາລາເຣຍ ຄັ້ງທຳອິດຂອງໂລກ


ແຟ້ມພາບ - ພະນັກງານແພດ ສັກຢາວັກຊີນກັນມາລາເຣຍ ໃຫ້ແກ່ເດັກນ້ອຍຜູ້ນຶ່ງ ໃນເມືອງໂຮມາເບ ທາງພາກຕາເວັນຕົກຂອງເຄັນຢາ, ວັນທີ 13 ກັນຍາ 2019.
ແຟ້ມພາບ - ພະນັກງານແພດ ສັກຢາວັກຊີນກັນມາລາເຣຍ ໃຫ້ແກ່ເດັກນ້ອຍຜູ້ນຶ່ງ ໃນເມືອງໂຮມາເບ ທາງພາກຕາເວັນຕົກຂອງເຄັນຢາ, ວັນທີ 13 ກັນຍາ 2019.

ກຳລັງມີການກະກຽມ ສຳລັບໂຄງການສັກຢາວັກຊີນກັນໄຂ້ຍຸງ ຫຼື ມາລາເຣຍ ຂະໜາດໃຫຍ່ ໂດຍໄດ້ຮັບທຶນຈາກ ອົງການ Gavi. ກຸ່ມພັນທະມິດດ້ານຢາວັກຊີນ ໂດຍໃຊ້ທຶນເກືອບ 160 ລ້ານໂດລາ ເພື່ອຈະປ້ອງກັນພວກເດັກນ້ອຍຢູ່ໃນອາຟຣິກາ. ລີຊາ ສໄລນ໌ ມີລາຍງານໃຫ້ວີໂອເອ ຈາກນະຄອນເຈນີວາ ເຊິ່ງ ໄຊຈະເລີນສຸກ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອົງການອະນາໄມໂລກ ຫຼື WHO ກ່າວວ່າ ການໃຫ້ທຶນຫຼາຍລ້ານໂດລາຂອງອົງການ Gavi ເປັນຂີດໝາຍຄວາມກ້າວໜ້າທີ່ສຳຄັນ ໃນການຕໍ່ສູ້ຕ້ານໄພຂົ່ມຂູ່ດ້ານສາທາລະນະສຸກທີ່ຮ້າຍແຮງສຸດອັນນຶ່ງຂອງອາຟຣິກາ. WHO ໃຫ້ຂໍ້ສັງເກດວ່າ ພວກປະເທດໃນເຂດໃຕ້ທະເລຊາຍຊາຮາຣາຂອງອາຟຣິກາ ໄດ້ຮັບຜົນກະທົບໜັກຈາກກໍລະນີຕິດເຊື້ອໄຂ້ມາລາເຣຍຈຳນວນຫຼາຍກວ່າ 240 ລ້ານຄົນທົ່ວໂລກ ໃນແຕ່ລະປີ ໂດຍລວມມີ ລາຍງານຂອງການເສຍຊີວິດ ຫຼາຍກວ່າ 600,000 ລາຍ. ຜູ້ເຄາະຮ້າຍຫຼັກ ແມ່ນພວກເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ.

ຜູ້ອຳນວຍການ ປະຈຳພາກພື້ນອາຟຣິກາຂອງ WHO ທ່ານມັຕຊີດີໂຊ ໂມເອຕີ ກ່າວວ່າ ເດັກນ້ອຍຄົນນຶ່ງ ເສຍຊີວິດທຸກໆນາທີ ໃນອາຟຣິກາ ດ້ວຍຜົນສະທ້ອນ ທີ່ເປັນໄພຫາຍະນະສຳລັບການພັດທະນາ ໃນດ້ານຄອບຄົວ ຊຸມຊົນ ແລະ ປະເທດຊາດ.

ຢາວັກຊີນດັ່ງກ່າວ ໄດ້ຖືກນຳສະເໜີຢູ່ໃນອາຟຣິກາ ໃນປີ 2019. ນັບຕັ້ງແຕ່ນັ້ນມາ ພວກເດັກນ້ອຍຫຼາຍກວ່າ 1 ລ້ານ 3 ແສນຄົນ ໄດ້ຮັບຜົນປະໂຫຍດຈາກການສັກຢາວັກຊີນທີ່ຊ່ອຍຊີວິດນີ້ ໃນການທົດລອງຢູ່ໃນ 3 ປະເທດ-ຄື ການາ ເຄັນຢາ ແລະມາລາວີ. ທ່ານໂມເອຕີ ກ່າວວ່າ ປະເທດເຫຼົ່ານັ້ນ ໄດ້ມີລາຍງານຂອງການເຂົ້າຮັກສາໃນໂຮງໝໍ ທີ່ຫລຸດລົງເຖິງ 30 ເປີເຊັນ ຂອງພວກເດັກນ້ອຍຕິດເຊື້ອໄຂ້ຍຸງໜັກ ແລະການລົດລົງໃນການເສຍຊີວິດຂອງພວກເດັກ ນ້ອຍນຳດ້ວຍ.

ທ່ານໂມເອຕີ ເວົ້າວ່າ “ຖ້າສັກຢາວັກຊີນໃນລະດັບຫຼາຍໆ ຫຼາຍລ້ານກໍລະນີໃໝ່ ອາດຈະຫລີກລ້ຽງໄດ້ ແລະຈະຊ່ອຍຊີວິດຫຼາຍສິບພັນຄົນໄດ້ໃນແຕ່ລະປີ. ພວກເຮົາມີກຳລັງໃຈທີ່ເຫັນວ່າ ຄວາມຕ້ອງການສຳລັບຢາວັກຊີນ ແມ່ນສູງ ແມ່ນກະທັງໃນສະພາບການ ຂອງພະຍາດໂຄວິດ-19 ດ້ວຍໂດສທຳອິດໄປຮອດ ໃນລະຫວ່າງ 73 ເປີເຊັນ ຫາ 90 ກວ່າເປີເຊັນ ຮັບການປົກປ້ອງ.”

ຜູ້ບໍລິຫານຄຸ້ມຄອງໂຄງການຂອງປະເທດ ປະຈຳອົງການ Gavi ທ່ານທາບານີ ມາໂຟຊາ ເອີ້ນຢາວັກຊີນ ວ່າ ເປັນເຄື່ອງມືທີ່ມີປະສິດທິພາບຫຼາຍທີ່ສຸດ ໃນການຕໍ່ສູ້ຕ້ານໄຂ້ຍຸງ. ທ່ານກ່າວວ່າ ຢາວັກຊີນ ຈະຊ່ອຍຊີວິດຂອງພວກເດັກ ນ້ອຍ. ເຖິງຢ່າງໃດກໍຕາມ ທ່ານໃຫ້ຂໍ້ສັງເກດເຖິງຄວາມຕ້ອງການສຳລັບຜະລິດຕະພັນທີ່ຊ່ອຍຊີວິດນີ້ ຈະເກີນກວ່າການຕອບສະໜອງ.

ທ່ານມາໂຟຊາ ອະທິບາຍວ່າ “ຄວາມທ້າທາຍຂອງພວກເຮົາ ໃນລະຫວ່າງຂັ້ນຕອນວິກິດການນີ້ ແມ່ນເພື່ອຮັບປະກັນວ່າ ຈຳນວນໂດສທີ່ພວກເຮົາມີຢູ່ ແມ່ນຖືກນຳໃຊ້ຢ່າງມີປະສິດທິພາບ ແລະເທົ່າທຽມກັນ ເທົ່າທີ່ເປັນໄປໄດ້. ດ້ວຍການຄຳນຶງເຖິງອັນນີ້ ອົງການ Gavi ໃນມື້ນີ້ ແມ່ນເປີດຊ່ວງໄລຍະ ໃຫ້ຍື່ນເອກະສານ ຂໍການຊ່ອຍເຫຼືອສຳລັບໄຂ້ຍຸງ.”

ທ່ານກ່າວວ່າ ການທົດລອງໃນສາມປະເທດ ຈະໄດ້ຮັບ ການຍື່ນເອກະສານເພື່ອຂໍຢາວັກຊີນກ່ອນໝູ່ ແລະການໄດ້ຮັບທຶນຮອນ. ທ່ານກ່າວຕື່ມວ່າ ພວກປະເທດເຫຼົ່ານັ້ນ ໄດ້ຮັບປະສົບການມາແລ້ວ ໃນການເປີດໂຕຢາວັກຊີນນີ້. ສະນັ້ນ ເວົ້າແບບທາງປະຕິບັດ ທ່ານກ່າວວ່າ ພວກເຂົາເຈົ້າ ຈະບໍ່ຕ້ອງໄດ້ຮັບການຊ່ອຍເຫຼືອຫຼາຍປານໃດ ໃນການຈັດຕັ້ງລະບົບຂອງພວກເຂົາເຈົ້າ ເພື່ອເລີ້ມຕົ້ນປະຕິບັດການ.

ທ່ານມາໂຟຊາ ກ່າວວ່າ ຮອບສອງຂອງການໃຫ້ທຶນ ຈະເກີດຂຶ້ນໃນທ້າຍປີ. ໃນເວລານັ້ນ ທ່ານກ່າວວ່າ ປະເທດອື່ນໆ ທີ່ມີກໍລະນີໄຂ້ຍຸງ ພໍປະມານ ຫາ ສູງ ກໍຈະສາມາດຍື່ນເອກະສານ ຂໍການສະໜັບສະໜຸນໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG