ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການລະບາດ ຂອງ ໂປລິໂອ ຢູ່ເຂດ ຕາເວັນອອກ ອາຟຣິກາ (ວີດີໂອ)


ການຢອດຢາວັກຊິນກັນພະຍາດ ໂປລິໂອ ຢູ່ປະເທດໂຊມາເລຍ
ການຢອດຢາວັກຊິນກັນພະຍາດ ໂປລິໂອ ຢູ່ປະເທດໂຊມາເລຍ
ປະຊາຄົມໂລກເກືອບບັນລຸຜົນສຳເລັດ ໃນການກໍາຈັດພະຍາດ
ໂປລິໂອໃຫ້ ໝົດສິ້ນໄປໃນໄລຍະຕົ້ນໆຂອງປີນີ້. ແຕ່ໃນເດືອນ
ພຶດສະພາຜ່ານມາ ການດໍາເນີນຄວາມພະຍາຍາມ ເພື່ອກໍາຈັດ
ພະຍາດດັ່ງກ່າວ ຊໍ້າພັດໄດ້ພົບກັບອຸບປະສັກຢ່າງແຮງ. ເຊື້ອ
ໄວຣັສໄດ້ກັບຄືນມາອີກ ຢູ່ໃນເຂດພາກຕາເວັນອອກ ຂອງທະ
ວີບອາຟຣິກາຊຶ່ງທໍາອິດກໍແມ່ນຢູ່ໃນໂຊມາເລຍ. Mary Alice
Salinas ຜູ້ສື່ຂ່າວວີໂອເອມີລາຍງານເລື້ອງນີ້ຈາກກຸງວໍຊິງຕັນ
ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ:
ລິງໂດຍກົງ

ໃນເດືອນມິຖຸນາຜ່ານມາທ້າວ Mohamed Naasir ອາຍຸສາມ
ປີ ໄດ້ລົ້ມປ່ວຍ ຍ້ອນພະຍາດດັ່ງກ່າວ. ແມ່ຂອງລາວ ນາງ
Khadija Abdullahi Adam ເວົ້າວ່າ ໃນເວລາບໍ່ພໍເທົ່າໃດ
ຫລັງຈາກນັ້ນ ຂາກໍ້ານຶ່ງຂອງລາວ ກໍເປັນລ່ອຍຢ່າງຖາວອນ.
ນາງ Khadija Abdullahi Adam ເວົ້າວ່າ:

“ລູກຊາຍຂ້ອຍແຕ່ກ່ອນ ກໍມີສຸຂະພາບດີຢູ່ ແຕ່ລາວເລີ້ມມີໄຂ້ຂຶ້ນສູງ ຊຶ່ງແກ່
ຍາວໄປເກືອບຮອດສີ່ມື້. ຂ້ອຍເອົາຢາໃຫ້ລາວກິນ ແຕ່ກໍບໍ່ມີຫຍັງດີຂຶ້ນ. ເຊົ້າ
ມື້ຕໍ່ມາລາວບອກຂ້ອຍວ່າ ‘ແມ່ຂ້ອຍຢືນຂຶ້ນບໍ່ໄດ້’.”


ເຊື້ອໄວຣັສດັ່ງກ່າວໄດ້ແຜ່ລາມອອກໄປຢ່າງໄວວາ ຊຶ່ງໄດ້ກະຕຸ້ນໃຫ້ມີການ ດໍາເນີນຄວາມ
ພະຍາຍາມໃນການສັກຢາວັກຊີນປ້ອງກັນຢ່າງໃຫຍ່ຫລວງ.




ໃນໄລຍະຕົ້ນປີ 2013 ນີ້ ພະຍາດໂປລິໂອໄດ້ຖືກຈໍາກັດໃຫ້ຢູ່ແຕ່ໃນຂອງສາມປະເທດທີ່
ເອີ້ນວ່າ “ປະເທດທີ່ມີການລະບາດແບບຊໍາເຮື້ອ” ຊຶ່ງກໍຄື Nigeria, Afghanistan ແລະ
Pakistan ບ່ອນທີ່ເຊື້ອໄວຣັສ ຂອງໂຣກດັ່ງກ່າວ ບໍ່ເຄີຍຖືກດັບສູນໄປຈັກເທື່ອ. ລວມທັງ
ໝົດແມ່ນມີ ຄົນເປັນໂຣກ ນີ້ບໍ່ຮອດ 100 ລາຍ ຢູ່ໃນສາມປະເທດດັ່ງກ່າວ.

ນັບແຕ່ເຊື້ອໄວຣັສດັ່ງກ່າວໄດ້ເລີ້ມໂຜ່ຕົວກັບມາອີກ ມີຢ່າງໜ້ອຍຢູ່ໃນເຂດຕາເວັນອອກ
ຂອງທະວີບອາຟຣິກາ ໄດ້ມີ 160 ລາຍແລ້ວ ທີ່ເປັນພະຍາດໂປລິໂອ ຢູ່ໃນແຕ່ປະເທດ
ໂຊມາເລຍເທົ່ານັ້ນ ແລະເຊື້ອໄວຣັສດັ່ງກ່າວ ໄດ້ ແຜ່ລາມອອກໄປຍັງເຄນຢາ ແລະອີທິ
ໂອເປຍນຳດ້ວຍ.

ນັກວິເຄາະກໍາມະພັນແນະໃຫ້ເຫັນວ່າ ເຊື້ອໄວຣັສດັ່ງກ່າວ ທີ່ໄດ້ລະບາດໄປ ທົ່ວເຂດຕາ
ເວັນອອກຂອງທະວີບອາຟຣິກາ ແມ່ນໄວຣັສທີ່ມີສາຍພັນຄ້າຍຄືຫລາຍທີ່ສຸດ ກັບສາຍພັນ
ທີ່ຖືກພົບເຫັນຢູ່ໃນໄນຈີເຣຍ.

ບັນດາອົງການທີ່ເປັນພາຄີກັນ ທີ່ເຮັດວຽກເພື່ອກໍາຈັດພະຍາດ ໂປລິໂອ ເຊັ່ນອົງການອະ
ນາໄມໂລກ ອົງການ UNICEF ແລະອົງການ Rotary International ເວົ້າວ່າ ເຊື້ອໄວ
ຣັສດັ່ງກ່າວ ສາມາດທີ່ຈະແຜ່ຜາຍໄດ້ງ່າຍດາຍຢູ່ໃນໂຊມາເລຍ ທີ່ມີເດັກນ້ອຍທີ່ບໍ່ໄດ້
ຮັບການສັກຢາວັກຊີນປ້ອງກັນພະຍາດຫລາຍກວ່າໝູ່ທີ່ສຸດ. ທັງນີ້ ສ່ວນໃຫຍ່ກໍເປັນ
ຍ້ອນວ່າ ບັນຫາຂັດແຍ້ງກັນຢູ່ປະເທດດັ່ງກ່າວ ໄດ້ເຮັດໃຫ້ພະນັກງານສັກຢາປ້ອງກັນພະ
ຍາດ ເຂົ້າໄປຫາພວກເຂົາເຈົ້າບໍ່ໄດ້. ແຕ່ວ່າກໍມີບັນຫາອັນອື່ນເຊັ່ນກັນ ອິງຕາມ ດຣ. John Sever ຈາກອົງການ Rotary International. ດຣ. Sever ກ່າວວ່າ:
ແຜນທີ່ເຂດຕາເວັນອອກຂອງທະວີບອາຟຣິກາ
ແຜນທີ່ເຂດຕາເວັນອອກຂອງທະວີບອາຟຣິກາ

“ບັນຫາຂອງການຢູ່ຫ່າງໄກສອກຫລີກ, ບັນຫາໃນການ
ບໍ່ເຊື່ອໃຈຂອງຝ່າຍຄອບຄົວ, ບັນຫາຂອງການສື່ສານ,
ບັນຫາໃນການສ້າງແຜນທີ່ ແລະສັງເກດວ່າ ພວກຄົນ
ເຫລົ່ານີ້ຢູ່ໃສ ແລະພວກເຂົາເຈົ້າຍົກຍ້າຍຈາກຂົງເຂດ
ນຶ່ງໄປຫາອີກຂົງເຂດນຶ່ງ.”


ຫລາຍໆຄອບຄົວ ແມ່ນມີຄວາມສົງໄສຕໍ່ຄົນພາຍນອກ, ໂດຍສະ
ເພາະ ແມ່ນໄປຈາກປະເທດຕາເວັນຕົກ.

ສະນັ້ນ ສໍາລັບພະນັກງານສັກຢາປ້ອງກັນພະຍາດແລ້ວ ການເຮັດວຽກຮ່ວມກັບລັດຖະ
ບານໃນເຂດທ້ອງຖິ່ນ ແລະຜູ້ນໍາທາງສາສະໜາ ເຊັ່ນ Sheikh Abdulkadir Homhamed Soomow ນັກປາດດ້ານສາສະໜາອິສລາມ ຂອງໂຊມາເລຍ ແມ່ນສໍາ
ຄັນຫລາຍ. ດຣ. Sever ເວົ້າອີກວ່າ:

“ພວກເຮົາໄດ້ຮຽກຮ້ອງຊາວໂຊມາເລຍ ໃຫ້ສັກ ຢາປ້ອງກັນພະຍາດ. ບັນດາ
ທ່ານໝໍ ບອກພວກເຮົາວ່າ ພະຍາດໂປລິໂອ ສາມາດເອົາຊີວິດ ແລະເປັນໄພ
ອັນຕະລາຍແກ່ທັງຜູ້ໃຫຍ່ ແລະເດັກນ້ອຍ.”


ເມື່ອມໍ່ໆມານີ້, ບັນດາພາຄີຂອງໂລກໄດ້ໃຫ້ຄຳໝັ້ນສັນຍາ ມູນຄ່າ 5 ພັນ 500 ລ້ານໂດລາ
ຕໍ່ແຜນການຫ້າປີ ເພື່ອລຶບລ້າງພະຍາດໂປລິໂອ ໃຫ້ສິ້ນຊາກໄປຈາກໂລກມະນຸດເຮົາ. ແຜນການດັ່ງກ່າວແມ່ນລວມມີ ການເອົາພະນັກງານສັກຢາກັນພະຍາດໄປປະຈໍາຢູ່ຕາມ
ເຂດທີ່ມີເຊື້ອພະຍາດໂປລິໂອແຜ່ລະບາດ ເພື່ອປິດລ້ອມໃຫ້ເຊື້ອພະຍາດຈົນຕາແຈ ແລະ
ກໍລຶບລ້າງໃນທີ່ສຸດ. ດຣ. Sever ກ່າວມ້ວນທ້າຍວ່າ:

“ພວກເຮົາໄດ້ກ້າວໄປ ນັບມື້ ນັບໃກ້ເຂົ້າກວ່າເກົ່າ ໃນການກຳຈັດພະຍາດ ດັ່ງ
ກ່າວ ນັ້ນຄືສິ່ງທີ່ໃຫ້ກຳລັງໃຈ ແລະທ່ານກ່າວເພີ້ມວ່າ ພວກພາຄີລະດັບໂລກ
ຮູ້ວ່າ ຈະເຮັດຫຍັງແດ່ ແລະຍັງມີຄວາມຫວັງວ່າ ຈະເຮັດໃຫ້ພະຍາດໂປລິໂອ ໝົດໄປໄດ້ ໃນປີ 2015.”
XS
SM
MD
LG