ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອັ​ຟ​ກາ​ນິ​ສ​ຖານ ຍັງ​ມີ​ຄວາມ ສົງ​ໄສ ກ່ຽວ​ກັບ ການ​ເຈ​ລະ​ຈາ ສະ​ຫະ​ລັດ ແລະ ຕາ​ລີ​ບານ


ນັກ​ການ​ເມືອງ ອັ​ຟ​ກາ​ນິ​ສ​ຖານ ຈາກ​ທີ​ສອງຫາ​ຂວາ, ທ່ານ ໂມ​ຮຳ​ມັດ ຄາ​ຣິມ ຄາ​ລີ​ລີ, ທ່ານ ກັ​ລ​ບຸດ​ດິນ ເຮັກ​ມາ​ຕີ​ຢາ, ທ່ານ ຮານ​ີ​ຟ ອັດ​ມາ ແລະ ທ່ານ ອຸສ​ຕາດ ໂມ​ຮຳ​ມັດ ນົວ ແລະ ຄົນ​ອ​ື່ນໆ​ເຂົ້າ​ຮ່ວມ​ພິ​ທີ​ເປີດກອງ​ປະ​ຊຸມສັນ​ຕິ​ພາບ ອັ​ຟ​ກາ​ນິ​ສ​ຖານ, ໃນ​ປະ​ເທດ ປາ​ກິສ​ຖານ. 22 ມິ​ຖຸ​ນາ, 2019.
ນັກ​ການ​ເມືອງ ອັ​ຟ​ກາ​ນິ​ສ​ຖານ ຈາກ​ທີ​ສອງຫາ​ຂວາ, ທ່ານ ໂມ​ຮຳ​ມັດ ຄາ​ຣິມ ຄາ​ລີ​ລີ, ທ່ານ ກັ​ລ​ບຸດ​ດິນ ເຮັກ​ມາ​ຕີ​ຢາ, ທ່ານ ຮານ​ີ​ຟ ອັດ​ມາ ແລະ ທ່ານ ອຸສ​ຕາດ ໂມ​ຮຳ​ມັດ ນົວ ແລະ ຄົນ​ອ​ື່ນໆ​ເຂົ້າ​ຮ່ວມ​ພິ​ທີ​ເປີດກອງ​ປະ​ຊຸມສັນ​ຕິ​ພາບ ອັ​ຟ​ກາ​ນິ​ສ​ຖານ, ໃນ​ປະ​ເທດ ປາ​ກິສ​ຖານ. 22 ມິ​ຖຸ​ນາ, 2019.

ບັນ​ດາ​ຜູ້​ນຳ​ລັດ​ຖະ​ບານ​ອາ​ວຸ​ໂສ ແລະ ຝ່າຍ​ຄ້ານ​ໃນ​ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ ໄດ້​ເຕືອນ​
ວ່າ ສົງຄາມດ້ວຍອາວຸດໃນປະເທດ ຈະມີຢູ່ຕໍ່ໄປ ຖ້າການເຈລະຈາທີ່ກຳລັງດຳເນີນຢູ່
ລະຫວ່າງ ສະຫະລັດ ແລະ ກຸ່ມຕາລີບານ ບໍ່ສາມາດທີ່ຈະເລີ່ມການສົນທະນາສັນຕິ
ພາບ ລະຫວ່າງ ອັຟການນິສຖານ ທີ່ຍືນຍົງໄດ້.

ການ​ເຕືອນ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ເຈ​ລະ​ຈາ ສະ​ຫະ​ລັດ ແລະ ກຸ່ມ​ຕາ​ລີ​ບານ ມີ​
ກຳນົດທີ່ຈະເລີ່ມການເຈລະຈາເປັນເວລາຫຼາຍເດືອນ ຮອບຕໍ່ໄປ ຂອງເຂົາເຈົ້າ ໃນວັນ
ທີ 29 ມິຖຸນານີ້ ທ່າມກາງການມີຄວາມຫວັງທີ່ສູງວ່າ ທັງສອງຝ່າຍຈະສາມາດສະຫຼຸບ
ຮ່າງເອກະສານ ທີ່ຈະສ້າງຫົນທາງສຳລັບການສິ້ນສຸດສົງຄາມດົນ 17 ປີໃນ ອັຟການິສ
ຖານ.

ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ​ກູ​ລ​ບຸດ​ດິນ ເຮັກ​ມາ​ຕີ​ຢາ ໄດ້​ກ່າວ​ໃນ
ຄຳປາໄສ ຕໍ່ກອງປະຊຸມໃຫຍ່ ຂອງຄົນທີ່ສຳຄັນສູງສຸດ 60 ທ່ານ ຈັດຂຶ້ນໂດຍ ປາກິສ
ຖານ ໃນວັນເສົາວານນີ້ວ່າ “ການເຈລະຈາ ແມ່ນມີປະໂຫຍດ ຫຼາຍ ແຕ່ມັນຍັງບໍ່ພຽງພໍ
ເພາະວ່າເຂົາເຈົ້າຍັງບໍ່ໄດ້ສ້າງຜົນທີ່ເປັນແງ່ບວກໃດໆອອກມາໃນປັດຈຸບັນນີ້.”

ທ່ານ ເຮັກ​ມາ​ຕີ​ຢາ ໄດ້​ກ່າວ​ເນັ້ນ​ວ່າ ມັນ​ຍັງຂາດ​ ​ຄວາມ​ສອດ​ຄ່ອງ​ກັນ​ໃນ ອັ​ຟ​ກາ​ນິ​ສ
ຖານ ກ່ຽວກັບ ການຖອນກອງກຳລັງ NATO ທີ່ນຳພາໂດຍ ສະຫະລັດ ອອກຈາກປະ
ເທດ, ແລະ ວ່າການມີໜ້າ ຂອງທະຫານຕ່າງປະເທດ ເປັນເຫດຜົນຫຼັກສຳລັບສົງຄາມ.
ທ່ານໄດ້ກ່າວວ່າ ອັຟການິສຖານ ຈະຮ່ວມກັນພິຈາລະນາ ຕາຕະລາງເວລາ “ທີ່ເໝາະ
ສົມ” ສຳລັບກອງກຳລັງສາກົນທັງໝົດ ທີ່ຈະອອກໄປຈາກປະເທດ ຜ່ານຂະບວນການ
ສົນທະນາພາຍໃນທີ່ລວມມີ ບັນດານັກເຈລະຈາຈາກ ລັດຖະບານ, ຝ່າຍຄ້ານ ແລະ
ກຸ່ມຕາລີບານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG