ອົງການ NATO ກ່າວວ່າ ເຈົ້າໜ້າທີ່ຕໍາຫລວດອັຟການິສຖານ
ຄົນນຶ່ງ ໄດ້ສັງຫານ ທະຫານສະຫະລັດ ສອງຄົນ.
ອົງການ NATO ກ່າວວ່າ ທະຫານຂອງຕົນສອງຄົນໄດ້ຖືກສັງ
ຫານ ໃນຕອນເຊົ້າຂອງວັນສຸກມື້ນີ້ ທີ່ແຂວງ Farah ທາງພາກ
ຕາເວັນຕົກ ຂອງອັຟການິສຖານ . ກຸ່ມພັນທະມິດເນໂຕ້ກ່າວວ່າ
ຜູ້ໂຈມຕີ ໄດ້ຖືກຍິງຕາຍ.
ອາທິດແລ້ວນີ້ ທະຫານສະຫະລັດ 6 ຄົນ ກໍໄດ້ຖືກສັງຫານໃນ
ການໂຈມຕີສອງຄັ້ງໂດຍສະມາຊິກກຳລັງຮັກສາຄວາມປອດ
ໄພຂອງອັຟການິສຖານ ຫລືວ່າມືປືນທີ່ໃສ່ເຄື່ອງແບບທະຫານ.
ທະຫານກຳລັງປະສົມຫລາຍກວ່າ 33 ຄົນ ໄດ້ຖືກສັງຫານພາຍໃນປີນີ້ ໃນອັນທີ່ເອີ້ນວ່າ ການໂຈມຕີໂດຍພວກ “ເຄື່ອງແບບສີຂຽວ ຕໍ່ເຄື່ອງແບບສີຟ້າ.” ຊຶ່ງໝາຍ
ເຖິງສີເຄື່ອງແບບຂອງອັຟການິສຖານ ແລະສີເຄື່ອງແບບຂອງທະຫານເນໂຕ້.
ໂຄສົກອົງການ NATO ນາຍພົນຈັດຕະວາ Gunter Katz ກ່າວວ່າ ເຫດການທີ່ “ໂດດດ່ຽວ” ເຫຼົ່ານີ້ “ຈະບໍ່ສົ່ງຜົນສະທ້ອນຕໍ່ສະພາບການທັງໝົດ” ຢູ່ໃນອັຟການິສຖານ ແລະ “ຈະບໍ່ມີຜົນກະທົບໃດໆ” ຕໍ່ການມອບໂອນ ການຮັກສາຄວາມປອດໄພ ໃຫ້ແກ່ອັຟການິສຖານ.