ລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານ Robert
Gates ພວມຢ້ຽມຢາມອັຟການິສຖານ ເພື່ອພົບປະກັບ
ປະທານາທິບໍດີຮາມິດ ກາໄຊ ແລະນາຍພົນ David
Petraeus ຜູ້ບັນຊາການອົງການເນໂຕ້ໃນອັຟການິສຖານ.
ທ່ານ Gates ເດີນທາງໄປເຖິງນະຄອນຫຼວງກາບູລໃນ
ວັນພະຫັດມື້ນີ້ ຫຼັງຈາກໄດ້ໄປຮ່ວມພິທີ ຊຶ່ງຈັດຂຶ້ນເພື່ອ
ເປັນຂີດໝາຍໃນການສິ້ນສຸດລົງຂອງການປະຕິບັດງານ
ສູ້ລົບທີ່ໄດ້ດຳເນີນມາເປັນເວລາ 7 ປີ ຂອງກຳລັງສະຫະ
ລັດຢູ່ໃນອີຣັກ ໃນມື້ວັນພຸດວານນີ້.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາກ່າວໃນມື້ວັນອັງຄານຜ່ານມານີ້ວ່າ ການຫຼຸດກຳລັງຂອງສະຫະລັດໃນອີຣັກລົງ ເຮັດໃຫ້ສະຫະລັດມີຊັບພະຍາກອນ ໃນ
ການບຸກໂຈມຕີພວກກະບົດໃນອັຟການິສຖານ ທີ່ພວມຫາທາງໂຄ່ນລົ້ມ ລັດຖະບານ
ຂອງທ່ານກາໄຊ.
ທ່ານໂອບາມາເວົ້າອີກວ່າ ທ່ານຈະເລີ້ມໂອນຄວາມຮັບຜິດຊອບໃນການຮັກສາຄວາມ
ປອດໄພໃຫ້ແກ່ອັຟການິສຖານ ໃນເດືອນສິງຫາປີໜ້າ.
ແລະໃນມື້ນີ້ ອົງການເນໂຕ້ກ່າວວ່າ ການສູ້ລົບກັນເທື່ອລ່າສຸດໃນອັຟການິສຖານເຮັດໃຫ້ ທະຫານອະເມຣິກັນ 2 ຄົນ ແລະຜູ້ບັນຊາການຂອງກຸ່ມຫົວຮຸນແຮງທາລີບານຄົນນຶ່ງ ເສຍຊີວິດ.